spot_img
Homeຂ່າວຕ່າງປະເທດເວ​ເນ​ຊູ​ເອລາ ​​ເຕືອນ​ລາຄານ້ຳມັນ​ໂລກ ​ຈະຫຼຸດ​ລົງ​ຕື່ມ​ອີກ

ເວ​ເນ​ຊູ​ເອລາ ​​ເຕືອນ​ລາຄານ້ຳມັນ​ໂລກ ​ຈະຫຼຸດ​ລົງ​ຕື່ມ​ອີກ

Published on

​ເວ​ເນ​ຊູ​ເອລາ​ເຕືອນ​ວ່າ ປະລິມານ​ນ້ຳມັນ​ຢູ່​ສາງ​ນ້ຳມັນຂອງ​ໂລກ​ໃນ​ຂະນະ​ນີ້​ເກືອບ​ເຕັມ​ແລ້ວ ​ແລະ ລາຄາ​ນ້ຳມັນ​ໂລກ​ສ່ຽງ​ຕົກ​ຕໍ່າ ຖ້າ​ຫາກ​ປະ​ເທດ​ຜູ້​ຜະລິດ​ບໍ່​ຟື້ນ​ການ​ເຈລະຈາ​ເລື່ອງ​ຮັກສາ​ກຳລັງ​ການ​ຜະລິດ.

   ຕາມ​ຂ່າວ​ຕ່າງປະ​ເທດ​ລາຍ​ງານ​ວ່າ ທ່ານ ​ເອ​ໂລກີ​ໂອ ​ເດລ ປີ​ໂນ ລັດຖະມົນຕີ​ວ່າການ​ກະຊວງ​ນ້ຳມັນ​ເວ​ເນ​ຊູ​ເອລາ​ກ່າວ​ໃນ​ກອງ​ປະຊຸມ​ນ້ຳມັນ​ຢູ່​ນະຄອນຫຼວງ​ມຸດ​ສະ​ກູ​ຂອງຣັດ​ເຊຍ​ໃນ​ວັນ​ທີ 20 ​ເມສາ​ທີ່​ຜ່ານ​ມາ​ວ່າ ປະລິມານ​ນ້ຳມັນ​ຍັງ​ຄົງ​ຄ້າງ​ຢູ່​ສາງ​ຂອງ​ໂລກ​ໃນ​ຂະນະ​ນີ້​ສູງ​ເຖິງ 90% ​ແລ້ວ ​ແລະ ປະລິມານ​ຜູ້​ຜະລິດ​ຍັງ​ເດີນ​ໜ້າ​ຜະລິດ​ນ້ຳມັນ​ເກີນ​ຄວາມ​ຕ້ອງການ​ຂອງ​ຕະຫຼາດ​ໂລກ​ຢູ່​ມື້​ລະ 1,5-2 ລ້ານ​ບາ​ເຣລ ທ່ານ​ ປີ​ໂນ ​ເຫັນ​ວ່າ ລາຄາ​ນ້ຳມັນ​ຄວນ​ຢູ່​ທີ່​ບາ​ເຣລລະ 60-70 ​ໂດ​ລາ​ສະຫະລັດຜູ້​ຜະລິດ​ຈຶ່ງ​ສາມາດ​ລົງທຶນ​ໃນ​ບໍ່​ນ້ຳມັນ​ໃໝ່​ໆ​ເພື່ອ​ຊົດ​ເຊີບ​ບໍ່​ນ້ຳມັນ​ປະຈຸ​ບັນ​ທີ່​ເລີ່​ມຫຼຸ​ດລົງ.

ລັດຖະມົນຕີ​ວ່າການ​ກະຊວງ​ນ້ຳມັນ​ເວ​ເນ​ຊູ​ເອລາ​ກ່າວ​ເລື່ອງ​ນີ້​ຫຼັງຈາກ​ກອງ​ປະຊຸມ​ກຸ່ມປະ​ເທດ​ຜູ້​ສົ່ງ​ອອກ​ນ້ຳມັນ(​ໂອ​ເປັກ) ​ແລະ ປະ​ເທດ​ນອກ​ກຸ່ມ​ໂອ​ເປັກ​ຢູ່​ໂດ​ຮາ​ຂອງ​ກາ​ຕາ​ໃນ​ວັນ​ທີ 17 ​ເມສາ​ທີ່​ຜ່ານ​ມາ ບໍ່​ສາມາດ​ຕົກລົງ​ກັນ​ໄດ້​ເລື່ອງ​ຮັກສາ​ກຳລັງ​ການ​ຜະລິດ​ເພື່ອ​ຊຸກຍູ້​ລາຄາ​ນ້ຳມັນ​ທີ່​ຫຼຸດ​ລົງ​ຢ່າງ​ຕໍ່​ເນື່ອງ.

ຂ່າວຈາກ: 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...