spot_img
HomeBaby-ແມ່ແລະເດັກເພາະເຫດໃດຈິ່ງຫ້າມບໍ່ໃຫ້ຈັບລູກໂຍນຂຶ້ນສູງໆ ອ່ານຈົບແລ້ວທ່ານຈະບໍ່ຢາກເຮັດທັນທີ!

ເພາະເຫດໃດຈິ່ງຫ້າມບໍ່ໃຫ້ຈັບລູກໂຍນຂຶ້ນສູງໆ ອ່ານຈົບແລ້ວທ່ານຈະບໍ່ຢາກເຮັດທັນທີ!

Published on

001

ເຫັນຜູ້ໃຫຍ່ຫຼາຍຄົນມັກຈັບເດັກນ້ອຍໂຍນຂຶ້ນວູງໆ ບາງເທື່ອກໍ່ແກ່ວງໄປມາ ເຫັນລູກຫົວດີໃຈກໍ່ນຶກວ່າມັກ ລາວໂພສຕ໌ເລີຍມີຜົນຮ້າຍຂອງມັນມາບອກວ່າ ທີ່ຈິງແລ້ວການກະທຳເຫຼົ່ານີ້ເປັນອັນຕະລາຍຕໍ່ສະໝອງຂອງລູກເຮົາໄດ້ ເຊື່ອວ່າພໍ່ແມ່ຫຼາຍໆຄົນຍັງບໍ່ເຄີຍຮູ້ຈັກ Shaken Baby Syndrome ເວລາຫຼິ້ນກັບລູກແບບນີ້ອາດເຮັດໃຫ້ລູກໄດ້ຮັບບາດເຈັບຂັ້ນຮຸນແຮງໄດ້ ຕ້ອງລະວັງຢ່າງຫຼາຍທີ່ສຸດ.

003

 

6 ພຶດຕິກຳທີ່ຜູ້ໃຫຍ່ຄວນຫຼີກລ່ຽງ

1. ອຸ້ມເດັກຂຶ້ນຈັບກ່ອງຮັກແຮ້ ແລ້ວສັ່ນໆ ແກ່ວງໄປມາ 

2. ຫຼີກລ່ຽງການຫຼິ້ນທີ່ໂຍນຮັບເດັກຂຶ້ນລົງ

3. ຖ້າໃຫ້ເດັກນ້ອຍນັ່ງຕັກ ຫຼື ບ່າໄຫລ່ ຕ້ອງລະວັງບໍ່ໃຫ້ເດັກກົ້ມຕົວລົງໄປດ້ານຢ່າງກະທັນຫັນ

4. ຫຼີກລ່ຽງການກອດ/ອຸ້ມເດັກແລ້ວໝູນຕົວຢ່າງໄວວາ

5. ເວລາອຸ້ມເດັກນ້ອຍຕ້ອງໃຊ້ມືປະຄອງຫົວລູກໄວ້ສະເໝີຢ່າລືມເດັດຂາດ

6. ເວລານັ່ງລົດເດີນທາງໄປທາງໃດກໍ່ຄວນລະວັງ ບໍ່ໃຫ້ຫົວຂອງລູກຕ້ອງແກ່ວງໄປມາ.

002

ໂດຍສ່ວນຫຼາຍໂອກາດຈະເກີດກັບເດັກນ້ອຍທີ່ມີອາຍຸຕ່ຳກ່ວາ 1 ປີ ພົບເປັນປະຈຳແມ່ນລະຫວ່າງ 3-8 ເດືອນ Shaken Baby Syndrome ເກີດຈາກການສັ່ນຕົວເດັກຢ່າງຮຸນແຮງ ຈົນເກີດການກະທົບທາງສະໝອງ ຈົນເຮັດໃຫ້ຕາບອດ, ເປັນອຳມະພາດ, ຊັກກະຕຸກ ຫຼື ອາດເຖິງຂັ້ນເສຍຊີວິດ

ເວລາດູແລເດັກບໍ່ວ່າຈະດ້ວຍເຫດຜົນໃດກໍ່ຕາມບໍ່ຄວນສັ່ນເດັກ ຖ້າບໍ່ລະວັງເກີດສັ່ນເດັກແຮງໆແລ້ວເດັກນ້ອຍເກີດມີອາການຊັກກະຕຸກ, ຮາກ, ໃຫ້ຟ້າວເອົາເດັກນ້ອຍໄປພົບແພດທັນທີ ບົດຄວາມນີ້ມີປະໂຫຍດຢ່າລືມບອກຕໍ່ເດີ້.

 

ຂໍ້ມູນຈາກ: http://www.rak-sukapap.com/

 

ບົດຄວາມຫຼ້າສຸດ

ເດັກນ້ອຍອາຍຸ 11 ປີ ຊາວບຣາຊິນ ມີແຂ້ວ 81 ເຫຼັ້ມ

ແພດສຸດອຶ້ງ! ເດັກນ້ອຍຜູ້ຍິງອາຍຸ 11 ປີ ຊາວບຣາຊິນ ໄປຖອນແຂ້ວຢູ່ຄລີນິກ ແຕ່ຜົນສະແກນພົບວ່າມີແຂ້ວຫຼາຍເຖິງ 81 ເຫຼັ້ມ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກໍລະກົດ 2025 ຜ່ານມາ, ກ່ຽວກັບເລື່ອງລາວສຸດອຶ້ງເມື່ອມີເດັກນ້ອຍຜູ້ຍິງຊາວບຣາຊິນ...

ນາຍົກລັດຖະມົນຕີ ຕ້ອນຮັບທິມນັກກິລາ ສະໂມສອນບານເຕະ WIG Naga

ນາຍົກລັດຖະມົນຕີ ຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບຄູຝຶກ ແລະ ນັກກິລາ ຈາກສະໂມສອນ WIG Naga ທີ່ຄວ້າແຊັມບານເຕະ ລາຍການ IBER Cup 2025 ຮຸ່ນອາຍຸບໍ່ເກີນ...

ໂຄສົກທຳນຽບຂາວ ອອກຖະແຫຼງການຢືນຢັນວ່າ: ຜູ້ນຳສະຫະລັດມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ

ໂດນັລ ທຣຳ ປະທານາທິບໍດີ ສະຫະລັດ ອາຍຸ 79 ປີ ມີອາການປ່ວຍເປັນ ໂຣກຫຼອດເລືອດດຳບົກພ່ອງຊຳເຮື້ອ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ກໍລະກົດ 2025 ນີ້ວ່າ: ໂຄສົກທຳນຽບຂາວສະຫະລັດ...

ສະຫຼົດ! ພໍ່ລົງມືຄາຕະກຳລູກ ອາຍຸ 16 ປີ ເນື່ອງຈາກຖືກລູກສາວປະຕິດເສດການລົບບັນຊີຕິກຕ໋ອກ

ພໍ່ຊາວປາກີສະຖານ ຍິງລູກສາວເສຍຊີວິດ ເນື່ອງຖືກປະຕິເສດການລົບບັນຊີ ຕິກຕ໋ອກ ທາງດ້ານພໍ່ເປີດເຜີຍວ່າ: ເພື່ອຮັກສາກຽດສັກສີ. ສຳນັກຂ່າວ The Straits Times ລາຍງານໃນວັນທີ 11 ກໍລະກົດ 2025 ຜ່ານມາວ່າ:...