ຍີ່​ປຸ່ນ​ເລັ່ງຊ່ວຍ​ປະຊາຊົນ​ນັບ​ແສນ ຫຼັງ​ບໍ່​ມີ​ເຮືອນ​ຈາກ​ແຜ່ນດິນ​ໄຫວ​ຄຸ​ມາ​ໂມ​ໂຕະ

0
1819

ສຳນັກ​ຂ່າວ​ເອ​ເອຟພີລາ​ຍງານ​ເມື່ອ​ວັນ​ທີ 18 ​ເມສາ ທາງ​ການ​ຍີ່ປຸ່ນ​ເກນ​ເຈົ້າ​ໜ້າ​ທີ່​ທະຫານ​ສະຫະ​ລັດ​ອາ​ເມ​ລິ​ກາ ​ໃຫ້​ຊ່ວຍ​ສົ່ງ​ເຮືອບິນ​ອອກ​ປະຕິບັດ​ການ​ຊ່ວຍ​ເຫຼືອ​ນຳ​ສົ່ງ​​​​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ໃຫ້​ແກ່​ປະຊາຊົນ​ຍີ່ປຸ່ນ​ປະມານ 1 ​ແສນ​ຄົນ​ທີ່​ຕ້ອງ​ກາຍ​ເປັນ​ຄົນ​ບໍ່​ມີ​​ເຮືອນ​ຢູ່ ຫຼັງ​ຍີ່ປຸ່ນ​ປະສົບ​​ເຫດ​ແຜ່ນດິນ​ໄຫວ​ແມ​ກນິຈູດ 7,3 ​ໃນ​ແຂວງ​ຄຸ​ມາ​ໂມ​ໂຕະ

ປະຊາຊົນ​ຫຼາຍ​ຄົນ​ທຳ​ການ​ອົບ​ພະ​ຍົບພາຍ​ຫລັງ​ທີ່​ບ້ານ​ເຮືອນ​ຂອງ​ຕົນ​ໄດ້​ຮັບ​ຄວາມ​ເສຍ​ຫາຍ​ແລະ​ຖືກ​ທຳ​ລາຍ​ຈາກ​ແຜ່ນດິນ​ໄຫວ ພວ​ກ​ເຂົາ​ຈຳ​ເປັນ​ຕ້ອງ​ນອນ​ໃນ​ທີ່​ພັກ​ຊົ່ວຄາວ ຫຼື ອາ​ໄສ​ໃນ​ສູນ​ລີ້​ໄພ ຂະນະ​ທີ່​ສື່​ລາຍ​ງານ​ເຖິງ​ບັນຫາ​ການ​ສົ່ງ​ມອບ​ອາຫານ ​ແລະ​ສິ່ງ​ຂອງ​ຈຳ​ເປັນ​ອື່ນ​ໆ

ຊ່ອງ​​ໂທລະພາບ​ຟູ​ຈິລາຍ​ງານ​ວ່າ ປະຊາຊົນ​ປະມານ 1 ​ແສນ​ຄົນ ຕັດສິນ​ໃຈ​ອາ​ໄສ​ຢູ່​ໃນ​ລົດ​ຂອງ​ຕົນ​ທີ່​ຈອດ​ໃນ​​ເດີ່ນ​ຈອດ​ລົດ​ຂອງ​ເມືອງ ​ແຕ່​ຍັງ​ບໍ່​ມີ​ຝ່າຍ​ໃດ​ດຳ​ເນີນ​ການ​ສົ່ງ​ມອບ​ສິ່ງ​ຂອງ​ຈຳ​ເປັນ​ໃຫ້​ເນື່ອງ​ຈາກ​ຍັງ​ບໍ່ຖືກ​ລົງທະບຽນ​ໃນ​ຖານະ​ບ່ອນ​ລີ້​ໄພ

ຂະນະ​ທີ່​ອາສາ​ສະໝັກ ​ແລະ​ທະຫານ​ອອກ​ສົ່ງ​ມອບ​ສິ່ງ​ຂອງ​ຈຳ​ເປັນ ​ແລະ​ນໍ້າ​ລວມ 6 ຄັນ​ໃຫ້​ໂຮງໝໍ​ແຫ່ງ​ໜຶ່ງ​ໃນ​ແຂວງ​ຄຸ​ມາ​ໂມ​ໂຕະ ຫຼັງ​ຈາກ​ທ່ານ​ໝໍ​ເທ​ເຄຊິ ຮາ​ຊຸ​ດາ ຂຽນ​ຜ່ານ​ເຟສບຸ​ກວ່າ ນໍ້າ ​ແລະ​ອາຫານ​ສຳ​ລັບ​ຄົນ​ເຈັບ​ບໍ່​ພຽງພໍ ດ້ານ​ນາ​ຍົກ​ເທສະ​ມົນຕີ​ຄຸ​ມາ​ໂມ​ໂຕະ ຄາ​ຊຸ​ຟຸມິ ​ໂອ​ນິຊິ ທະວິ​ດຂໍ້ຄວາ​ມຂໍ​ອະ​ໄພ​ໃນ​ຄວາມ​ຫຼ້າ​ຊ້າ ​ແລະ​ຮຽກຮ້ອງ​ໃຫ້​ປະຊາຊົນ​ອົດທົນ ພ້ອມ​ສັນຍາ​ວ່າ​ຈະ​ມີ​ການ​ແກ້​ໄຂ​ສະຖານະ​ການ​​ໃຫ້​ໄວ​ທີ່​ສຸດ.