spot_img
Homeຂ່າວຕ່າງປະເທດທາງ​ການ​ຊີ​ລີ ພົບ ຍຸງ​ລາຍ​ບ້ານ ພາຫະ​ຊິ​ກາ​ໃນ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເກືອບ 60 ປີ

ທາງ​ການ​ຊີ​ລີ ພົບ ຍຸງ​ລາຍ​ບ້ານ ພາຫະ​ຊິ​ກາ​ໃນ​ປະ​ເທດ​ຄັ້ງ​ທຳ​ອິດ​ໃນ​ຮອບ​ເກືອບ 60 ປີ

Published on

ສຳນັກ​ຂ່າວ​ເອພີລາ​ຍງານ​ເມື່ອ​ວັນ​ທີ 18 ​ເມສາ ນາງ​ຄາ​ເມນ ຄາ​ສຕິລ​ໂລ ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ​ຊີ​ວີ​ຖະ​ແຫລ​ງ ພົບ​ຍຸງ​ສາຍ​ພັນ​ທີ່​ເປັນ​ພາຫະ​ເຊື້ອ​ໄວ​ຣັສຊີ​ກາ​ໃນ​ແຜ່ນດິນ​​ໃຫຍ່​ຂອງ​ປະ​ເທດ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຮອບ 60 ປີ.

ນາງຄາ​ສຕິລ​ໂລ ​ເປີ​ດ​ເຜີຍ​ວ່າ ຂະນະ​ນັກວິທະຍາສາດ​ຊີ້​ກວດ​ພົບ​ຕົວຢ່າງ​ຍຸງ​ລາຍ​ບ້ານ (Aedes aegypti mosquito) ​ໃນ​ເມືອງ​ອາຣິກາ ​ແລະ​ຖື​ເປັນ​ການກວດ​ພົບ​ຍຸງ​ລາຍ​ຄັ້ງ​ທຳ​ອິດ​ໃນ​ແຜ່ນດິນ​ໃຫຍ່​ຂອງ​ປະ​ເທດ​ຕັ້ງ​ແຕ່​ປີ ຄສ 1960 ​ເຮັດ​ໃຫ້​ຕ້ອງ​ມີ​ຄວາມ​ລະມັດລະວັງ​ຫລາຍ​ຂຶ້ນ.

ກ່ອນ​ໜ້າ​ນີ້ ຊີ​ລີກ​ວດພົບ​ຍຸງ​ລາຍ​ບ້ານ​ເທິງ​ເກາະ​ອິສ​ເຕີ​ຂອງ​ປະ​ເທດ​ທີ່ຢູ່​ຫ່າງ​​ໄກ​ໃນ​ທະ​ເລ​ປາຊີ​ຟິກ ​ແຕ່​ບໍ່​ແມ່ນ​ແຜ່ນດິນ​ໃຫຍ່​ທີ່​ມີ​ສະພາບ​ແວດ​ລ້ອມ​ເຕັມ​ໄປ​ດ້ວຍ​ພູ ​ແລະ​ທະ​ເລ​ຊາຍ​ຈົນ​ເຮັດ​ໃຫ້​ບໍ່​ມີ​ຍຸງ​ຫຼາຍປານ​ໃດ.

ທັງ​ນີ້ ​ໄວຣັສຊີ​ກາ​ທີ່​ສາມາດ​ແພ່​ຜ່ານ​ຍຸງ​ລາຍ​ບ້ານ ​ແລະ​ຕິດ​ຕໍ່​ທາງ​ເພດ​ສຳພັນ​ມີ​ຄວາມ​ເຊື່ອມ​ໂຍງ​ຕໍ່​ພາວະ​ຫົວ​ນ້ອຍ​ທີ່​ພົບ​ໃນ​ເດັກ​ເກີດ​ໃໝ່​ຜູ້​ຕິດ​ເຊື້ອ​ລະຫວ່າງ​ຢູ່​ໃນ​ທ້ອງ​ມານ​ດາ ພາວະ​ດັ່ງກ່າວ​ເຮັດ​ໃຫ້​ຫົວ​ຂອງ​ເດັກນ້ອຍ​ມີ​ຂະໜາດນ້ອຍ​ກວ່າ​ປົກກະຕິ ​ແລະ​ກະທົບ​ຕໍ່​ພັດທະນາ​ການສະ​ໝອງ ນອກຈາກ​ນີ້ ຊີ​ກາ​ຍັງ​ມີ​ຄວາມ​ເຊື່ອມ​ໂຍງ​ຕໍ່​ກຸ່ມ​ອາການ​ກິລ​ແລງ-ບາ​ເຣທີ່​ເຮັດ​ໃຫ້​ເສັ້ນ​ປະສາດ​ອັກ​ເສບ​ແບບ​ກະທັນຫັນ.

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...