spot_img
Homeຂ່າວການພັດທະນາເຂື່ອນໄຟຟ້ານ້ຳທາ 1 ຢູ່ແຂວງບໍ່ແກ້ວ ຈະເລີ່ມຜະລິດໄຟຟ້າ ທ້າຍປີ 2017 ນີ້!

ເຂື່ອນໄຟຟ້ານ້ຳທາ 1 ຢູ່ແຂວງບໍ່ແກ້ວ ຈະເລີ່ມຜະລິດໄຟຟ້າ ທ້າຍປີ 2017 ນີ້!

Published on

ບໍລິສັດ ​ໄຟຟ້າ​ນ້ຳ​ທາ 1 ລາວ ຈຳກັດ ເປັນ​ວິ​ສາ​ຫະ​ກິດ​ປະສົມ ລາວ-ຈີນ ໂດຍ​ລັດ​ວິ​ສາ​ຫະ​ກິດໄຟຟ້າ​ລາວ ຖື​ຮຸ້ນ 20% ແລະ CSGI ຖື​ຮຸ້ນ 80% ໂຄງການເຂື່ອນ​ໄຟຟ້າ​ນ້ຳ​ທາ 1 ມີ​ໄລຍະສຳ​ປະທານ 32 ປີ (4 ປີສຳລັບກໍ່ສ້າງ ແລະ 28 ປີ​ສຳລັບ​ດຳເນີນ​ງານ) ໂຄງການ​ຕັ້ງ​ຢູ່​ບ້ານຜາ​ຊ້າງ ເມືອງ​ຜາ​ອຸດົມ ແຂວງບໍ່​ແກ້ວ ມີ​ກຳລັງ​ຕິດ​ຕັ້ງ 168 MW ປະກອບ​ມີ​ຈັກ​ປັ່ນ​ໄຟ 3 ເຄື່ອງ ເຊິ່ງ​ຄາດ​ວ່າ​ຈັກ​ເຄື່ອງ​ທຳອິດ​ຈະ​ສາມາດ​ເລີ່ມ​ຜະລິດ​ໄຟຟ້າໄດ້​ໃນ​ທ້າຍ​ປີ 2017 ແລະ ສຳເລັດ​ການ​ກໍ່ສ້າງ​ທັງ​ໝົດໃນ​ຕົ້ນ​ປີ 2018 ປັດຈຸບັນ ກຳລັງ​ດຳເນີນການ​ກໍ່ສ້າງ​ຕົວ​ເຂື່ອນ​ຫຼັກ ອຸ​ໂມງສົ່ງ​ນ້ຳ ອາຄານ​ນ້ຳ​ລົ້ນ ໂຮງ​ຈັກ ແລະ ອື່ນໆ ພ້ອມ​ນັ້ນຍັງ​ສຳເລັດ​ການ​ອວ່າຍ​ແລວ​ນ້ຳ​ແລ້ວ​ໃນທ້າຍ​ປີ 2015 ໂດຍ​ລວມ​ປະຕິບັດໄດ້​ແລ້ວປະມານ 28,5% ຂອງໜ້າ​ວຽກ​ທັງ​ໝົດ ໂຄງການ​ນີ້​ມີປະຊາຊົນ​ຖືກ​ຍົກຍ້າຍ 10.000 ກວ່າ​ຄົນ ຖື​ໄດ້​ວ່າ​ເປັນ​ວຽກ​ງານຍົກຍ້າຍ​ທີ່​ໃຫຍ່​ທີ່​ສຸດ ​ທຽບໃສ່​ຂະໜາດ​ຂອງ​ເຂື່ອນປະຊາຊົນ ​ຈະຖືກ​ຍົກຍ້າຍ​ໄປ​ບ່ອນ​ສູງ​ຢູ່​ຕາມຈຸດ​ຍົກຍ້າຍ 11 ຈຸດ​ໃນ​ແຂວງ​ບໍ່ແກ້ວ ແລະ ແຂວງ​ຫຼວງ​ນ້ຳ​ທາ ເຊິ່ງ​ປັດຈຸບັນແມ່ນ​ໄດ້​ດຳເນີນການ​ແລ້ວ ພ້ອມ​ກັບ​ວຽກ​ງານຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

 

ແຫລ່ງຂ່າວ:

ວຈໝ

 

ບົດຄວາມຫຼ້າສຸດ

ກິນສົ້ມໝູດິບ ອັນຕະລາຍທີ່ສຸດສຳລັບຄົນຖືພາ ອາດຈະເຮັດໃຫ້ລູກໃນທ້ອງບໍ່ສົມບູນ

ຂອງມັກໃຜ? ດັ່ງທີ່ເຮົາຮູ້, ຊີ້ນໝູສົດບໍ່ສາມາດກິນດິບໄດ້ ແຕ່ກໍຍັງມີອາຫານບາງຊະນິດທີ່ນໍາຊີ້ນໝູສົດໄປແປຮູບເປັນອາຫານ ເຊັ່ນ: ສົ້ມໝູ ໂດຍຄົນບາງກຸ່ມ ກໍຍັງມີວິທີການກິນໂດຍບໍ່ໄດ້ຜ່ານການປຸງສຸກ. ສົ້ມໝູແມ່ນອາຫານທີ່ເຮັດຈາກຊີ້ນໝູສົດທີ່ຜ່ານການໝັກດ້ວຍເຂົ້າ, ກະທຽມ ແລະ ເກືອ ເຮັດໃຫ້ມີລົດຊາດສົ້ມ ເຮັດໃຫ້ເກີດຈາກສານເເລັກຕິກ...

ພ້ອມໃຫ້ບໍລິການ 40 ຈຸດທົ່ວປະເທດ! ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດ ລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ຄວາມປອດໄພຂັ້ນສູງ

ສະຖານີສາກລົດໄຟຟ້າ BlueDot ຈາກບໍລິສັດລາວທານີ ທີ່ມາພ້ອມກັບມາດຕະຖານ ແລະ ມີຈຸດສາກລົດຫຼາຍກວ່າ 40 ຈຸດທົ່ວປະເທດ. ໃນຍຸກປັດຈຸບັນ, ການເດີນທາງດ້ວຍລົດຍົນໄຟຟ້າກໍາລັງໄດ້ຮັບຄວາມນິຍົມຫຼາຍຂຶ້ນເລື້ອຍໆ ໃນ ສປປ ລາວ ດັ່ງນັ້ນ, “ສະຖານີສາກລົດໄຟຟ້າ”...

ລາວ-ກູບາ ສືບຕໍ່ຮັດແໜ້ນສາຍພົວພັນ ແລະ ການຮ່ວມມືສອງຝ່າຍ

ລາວ-ກູບາ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອຕີລາຄາ, ຖອດຖອນບົດຮຽນ, ປຶກສາຫາລືດ້ານຍຸດທະສາດ ແລະ ກໍານົດທິດທາງການຮ່ວມມື ໃຫ້ກ້າວເຂົ້າສູ່ລວງເລິກ ເພື່ອຜົນປະໂຫຍດລວມຂອງປະຊາຊົນສອງຊາດ. ໂດຍຕອບສະໜອງຕາມຄໍາເຊີນຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ,...

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...