spot_img
Homeຂ່າວການພັດທະນາເປີດນຳໃຊ້ຂົວເຊໂປນ ແລະ ເສັ້ນທາງບ້ານດົງ-ເມືອງນອງ ຢ່າງເປັນທາງການ

ເປີດນຳໃຊ້ຂົວເຊໂປນ ແລະ ເສັ້ນທາງບ້ານດົງ-ເມືອງນອງ ຢ່າງເປັນທາງການ

Published on

ພິທີເປີດນຳໃຊ້ຂົວ ເຊໂປນ ແລະ ເສັ້ນທາງແຕ່ບ້ານດົງຫາເມືອງນອງ ໄດ້ຈັດ ຂຶ້ນໃນວັນທີ 8 ເມສານີ້ ທີ່ບ້ານດົງໃຫຍ່ ເມືອງເຊໂປນ ແຂວງສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມຂອງ ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ. ພ້ອມນີ້ ທ່ານເຈົ້າແຂວງສະຫວັນນະເຂດ, ພະແນກການອ້ອມຂ້າງ, ອຳນາດການປົກຄອງເມືອງເຊໂປນ, ເມືອງນອງ, ກົມກອງທີ່ກ່ຽວຂ້ອງ ແລະ ພໍ່ແມ່ປະຊາຊົນເຂົ້າຮ່ວມ.

ໂຄງການດັ່ງກ່າວນີ້ ເລີ່ມລົງມືກໍ່ສ້າງ ມາແຕ່ເດືອນເມສາ 2013 ໂດຍແມ່ນ ບໍລິສັດ ຄູນໄຊພັດທະນາກໍ່ສ້າງ ຈຳກັດ ເປັນຜູ້ຮັບເໝົາກໍ່ສ້າງ ແລະ ສຳເລັດໂດຍພື້ນຖານ ໃນເດືອນກຸມພາ 2016 (ສຳເລັດກ່ອນກຳນົດ 13 ເດືອນ) ໃນນັ້ນ, ສຳລັບຂົວຂ້າມນ້ຳເຊໂປນ ມີຄວາມຍາວ188,7 ແມັດ, ໜ້າທາງລົດແລ່ນກວ້າງ 7 ແມັດ ແລະ ທາງຄົນຍ່າງກວ້າງເບື້ອງລະ 1,5 ແມັດ ສາມາດຮັບນ້ຳໜັກໄດ້ 30 ໂຕນ ຄິດເປັນມູນຄ່າກວ່າ 47 ຕື້ກີບ, ສ່ວນການກໍ່ສ້າງເສັ້ນທາງປູຢາງສອງຊັ້ນ ແມ່ນມີຄວາມຍາວກວ່າ 15 ກິໂລແມັດ ແຕ່ແຍກເສັ້ນທາງເລກ 9 ທີ່ບ້ານດົງສະຫວັນ ເມືອງເຊໂປນ ຫາເມືອງນອງ ພ້ອມຂົວເບຕົງອັດແຮງ 6 ແຫ່ງ, ມີໜ້າທາງກວ້າງແຕ່ 7-12 ແມັດ ລວມມູນຄ່າເກືອບ 103 ຕື້ກີບ.

ທ່ານ ດຣ. ສຸພັນ ແກ້ວມີໄຊ ເຈົ້າແຂວງສະຫວັນນະເຂດ ກ່າວວ່າ: ໂຄງການດັ່ງກ່າວ ເປັນໂຄງການເພື່ອຍົກລະດັບ ແລະ ເພີ່ມຄວາມສາມາດ ໃນການບັນທຸກສິນຄ້າເພີ່ມຂຶ້ນ ແລະ ເຮັດໃຫ້ການສັນຈອນມີ ຄວາມສະດວກສະບາຍ ວ່ອງໄວຂຶ້ນ ທົດແທນຂົວອູ່ທີ່ເກົ່າແກ່ຊຸດໂຊມ. ດັ່ງທີ່ຮູ້ກັນແລ້ວວ່າ ໂຄງການກໍ່ສ້າງເສັ້ນທາງແຫ່ງນີ້ ແມ່ນເສັ້ນທາງຍຸດທະສາດໜຶ່ງ ທີ່ເຊື່ອມຕໍ່ໄປຫາເສັ້ນທາງເລກທີ 15 ແຂວງສາລະວັນ ຊຶ່ງຕິດພັນກັບ ທິດທາງການພັດທະນາເສດຖະກິດ-ສັງຄົມ ແລະ ແກ້ໄຂຄວາມທຸກຍາກ ຂອງພໍ່ແມ່ປະຊາຊົນໃນເຂດ ຫ່າງໄກສອກຫຼີກ ກໍຄືເຂດທີ່ໝັ້ນການປະຕິວັດ ໃນສະໄໝກ່ອນ ຕິດພັນກັບການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ.

ອັນສຳຄັນແມ່ນການກະຈາຍການພັດທະນາອອກສູ່ຊົນນະບົດ ໃຫ້ສາມາດເຂົ້າເຖິງການພັດທະນາ, ຍົກສູງການຜະລິດ ອຳນວຍຄວາມສະດວກໃຫ້ແກ່ການລົງທຶນ, ຄ້າຂາຍ ແລະ ຂົນສົ່ງ ໂດຍສານອັນເປັນການ ສ້າງລາຍຮັບ ແລະ ຍົກລະດັບ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ດີຂຶ້ນເປັນກ້າວໆ ໂດຍສະເພາະ ເມືອງເຊໂປນ ແລະ ເມືອງນອງ ທີ່ຍັງເປັນເມືອງທຸກຍາກ. ພ້ອມນີ້ ກໍຮຽກຮ້ອງມາຍັງ ອຳນາດການປົກຄອງທ້ອງຖິ່ນ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງ ຈົ່ງພ້ອມກັນປົກປັກຮັກສາຂົວ ແລະ ເສັ້ນທາງແຫ່ງນີ້ ໃຫ້ສາມາດນຳໃຊ້ຍາວນານ ແລະ ເກີດປະໂຫຍດສູງສຸດ.

ໂອກາດນີ້ ທ່ານ ສົມສະຫວາດ ເລັ່ງສະຫວັດ ກໍໄດ້ກ່າວວ່າ: ການກໍ່ສ້າງຂົວ ແລະ ເສັ້ນທາງນີ້ ເປັນການຢັ້ງຢືນເຖິງ ການຕົກລົງທີ່ຖືກຕ້ອງ ແລະ ສະຫຼາດສ່ອງໃສຂອງການນຳແຂວງ ໃນການນຳໃຊ້ງົບປະມານຢ່າງມີຈຸດສຸມ ຊຶ່ງເປັນ ເສັ້ນທາງທີ່ເປັນຍຸດທະສາດ ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທັງມີຄວາມໝາຍທາງດ້ານການເມືອງ ແລະ ການພັດທະນາເສດຖະກິດ-ສັງຄົມ ໃນການເຊື່ອມຕໍ່ລະຫວ່າງແຂວງກັບແຂວງ.

ອີກບັນຫາໜຶ່ງສຳຄັນທີ່ບັນດາໂຄງການອື່ນໆ ຕ້ອງໄດ້ຖອດຖອນບົດຮຽນ ແມ່ນການຕົກລົງເສີມກຳລັງແຮງ ຂອງບັນດາບໍລິສັດຂອງລາວ ເປັນການປະຕິບັດທີ່ຖືກຕ້ອງ ຕາມແນວທາງຂອງພັກ ໃນການເສີມຂະຫຍາຍ ບັນດາພາກສ່ວນເສດຖະກິດ ທີ່ເປັນກຳລັງແຮງຂອງຊາດ.

 

ແຫລ່ງຂ່າວ:

ປຊຊ

ບົດຄວາມຫຼ້າສຸດ

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...

ຕົກກາງທະເລ! ເຮລິຄອບເຕີແພດຍີ່ປຸ່ນຕົກທະເລ ຂະນະຂົນສົ່ງຜູ້ປ່ວຍໄປໂຮງໝໍ

ເຮລິຄອບເຕີແພດຂອງຍີ່ປຸ່ນເກີດເຫດຕົກກາງທະເລ ຂະນະກຳລັງຂົນສົ່ງຜູ້ປ່ວຍໄປໂຮງໝໍ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ. ສຳນັກຂ່າວຕ່າງປະເທດລາຍງານ ເຫດເຮລິຄອບເຕີແພດຍີ່ປຸ່ນລຳໜຶ່ງຕົກກາງທະເລ ຂະນະກຳລັງຮັບ-ສົ່ງຜູ້ປ່ວຍ 1 ຄົນໄປໂຮງໝໍ ໂດຍເດີນທາງຈາກສະໜາມບິນສຶຊິມະ ໃນຈັງຫວັດນາງາຊາກິ ໄປໂຮງໝໍໃນເມືອງຟຸຄຸໂອກະ ເມື່ອວັນທີ 6...