spot_img
Homeຂ່າວພາຍ​ໃນບໍລິສັດຄວາມຫວັງໃໝ່ ລົງທຶນ 7 ລ້ານໂດລາ ຜະລິດອາຫານສັດ ຫລຸດຜ່ອນການນໍາເຂົ້າ!

ບໍລິສັດຄວາມຫວັງໃໝ່ ລົງທຶນ 7 ລ້ານໂດລາ ຜະລິດອາຫານສັດ ຫລຸດຜ່ອນການນໍາເຂົ້າ!

Published on

ຂປລ. ທ່ານ ຈູມມາລີໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ຢ້ຽມຢາມ​​ໂຮງງານ​ຜະລິດ​ຫົວອາຫານ​ສັດ​ ຂອງ​ບໍລິສັດ​ ຄວາມ​ຫວັງ​ໃໝ່​ ໃນ​ວັນ​ທີ 7 ​ເມສາ ນີ້ ຢູ່ເຂດ​ພັດທະນາ ກວມລວມໄຊເຊດຖາ ນະຄອນຫລວງວຽງຈັນ.ເຊິ່ງບໍລິສັດດັ່ງກ່າວ, ມີຄວາມສາມາດຜະລິດ ໄດ້ 30 ​ໂຕນຕໍ່ມື້ແລະ ສາມາດສະໜອງ​​ໃຫ້ລູກຄ້າ ​​​ໃນນະຄອນຫລວງວຽງຈັນ, ​ແຂວງພາກກາງແລະ ​​​ແຂວງ​ພາກໃຕ້​.

ທ່ານ ລີເຄີ ອໍານວຍການ ບໍລິສັດ ຄວາມຫວັງໃໝ່ ໄດ້ລາຍງານໃຫ້ຊາບວ່າ: ບໍລິສັດຂອງພວກເຮົາ ໄດ້ສໍາເລັດ ການກໍ່ສ້າງໂຮງງານແລະ ຜະລິດຢ່າງເປັນທາງການ ໃນປີ 2014  ​ໂດຍລົງທຶນເບື້ອງຕົ້ນ 7 ລ້ານໂດລາສະຫະລັດ, ປັດຈຸບັນ ສາມາດຜະລິດໄດ້ 30 ​ໂຕນຕໍ່ມື້ແລະ ຄາດວ່າຈະເພີ່ມປະລິມານ ການຜະລິດໃຫ້ໄດ້ 50 ​ໂຕນຕໍ່ມື້ແລະ ຈະຂະຫຍາຍ ຕະຫລາດທົ່ວປະເທດໃນຕໍ່ໜ້າ.ເນື່ອງຈາກວ່າ ຄວາມຕ້ອງການຂອງລູກຄ້າ ຍັງສືບຕໍ່ເພີ່ມຂຶ້ນຢ່າງກວ້າງຂວາງ. ສໍາລັບໂຮງງານຜະລິດ ຫົວອາຫານຂອງພວກເຮົາ ແມ່ນຜະລິດຫົວອາຫານປາແລະໄກ່ ໂດຍກໍານົດລາຄາແຕ່ 98.000 ຫາ 123.000 ກີບຕໍ່ເປົາ​.

ສປປ ລາວ ຍັງອາ​ໃສການນໍາເຂົ້າ ອາຫານສັດ ຈາກຕ່າງປະເທດ ເປັນສ່ວນໃຫຍ່​​ ເຊັ່ນ: ​ໄທ, ຫວຽດນາມແລະ ສປ ຈີນເຊິ່ງບັນຫາດັ່ງກ່າວ, ​ໄດ້ເຮັດໃຫ້ ຜູ້ປະກອບການລ້ຽງສັດ ໄດ້ປະເຊີນກັບການເຮັດໃຫ້ ຕົ້ນທຶນການຜະລິດສູງຂຶ້ນ. ສະນັ້ນ,ປະເທດ​​ເຮົາແມ່ນໜຶ່ງໃນ​ 10 ປະເທດສະມາຊິກອາຊຽນ ທີ່ມີຄວາມອຸດົມສົມບູນ ທາງ​ດ້ານແຫລ່ງວັດຖຸດິບ ຈາກທໍາມະຊາດ ເຊັ່ນ: ​ແຫລ່ງນໍ້າ, ​ເນື້ອທີ່ຜະລິດກະສິກໍາ, ການລ້ຽງສັດແລະ ອື່ນໆເຊິ່ງທັງໝົດ​ເຫລົ່ານັ້ນ​ ​ສາມາດສ້າງ ກາລະໂອກາດເຮັດໃຫ້ທຸລະກິດ ການຜະລິດກະສິກໍາ, ການລ້ຽງສັດແລະ ການສົ່ງອອກ​ ເທົ່າ​ທຽມ​ສາກົນ ​ແລະ ພາກ​ພື້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...