spot_img
Homeຂ່າວພາຍ​ໃນພິທີເຊັນສັນຍາວ່າດ້ວຍການພັດທະນາ ເຂດເສດຖະກິດພິເສດ ຫຼວງພະບາງ,

ພິທີເຊັນສັນຍາວ່າດ້ວຍການພັດທະນາ ເຂດເສດຖະກິດພິເສດ ຫຼວງພະບາງ,

Published on

ພິທີເຊັນສັນຍາວ່າດ້ວຍການພັດທະນາ ເຂດເສດຖະກິດພິເສດ ຫຼວງພະບາງ, ແຂວງ ຫຼວງພະບາງ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ຄະນະກຳມະການແຫ່ງຊາດລາວ ເພື່ອຄຸ້ມຄອງເຂດ ເສດຖະກິດພິເສດ ແລະ ເຂດເສດຖະກິດສະເພາະ (ຄຂພສ) ກັບ ກຸ່ມບໍລິສັດ ພູສີ ຈຳກັດ ໄດ້ຈັດຂື້ນຢ່າງເປັນທາງການ ໃນຕອນແລງຂອງ 17 ມັງກອນ 2016 ທີ່ໂຮງແຮມລາວພຣາຊາ, ນະຄອນ ຫຼວງວຽງຈັນ. ພິທີເຊັນສັນຍາດັ່ງກ່າວ ໄດ້ໃຫ້ກຽດເຂົ້າຮ່ວມໂດຍ ພະນະທ່ານ ສົມສະຫວາດ ເລັ່ງສະຫວັດຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານເສດຖະກິດການຜະລິດ ແລະ ຈໍລະຈອນ, ປະທານ ຄຂພສ, ທ່ານ ສອນໄຊ ສີພັນດອນ, ລັດຖະມົນຕີ, ຫົວໜ້າ ຫ້ອງວ່າການລັດຖະບານ, ທ່ານ ນາງ ບຸນເພັງ ມູນໂພໄຊ, ລັດຖະມົນຕີປະຈຳຫ້ອງວ່າການລັດຖະບານ, ຮອງປະທານຜູ້ປະຈຳການ ຄຂພສ, ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງແຂວງຫຼວງພະບາງ, ກຳມະການ ຄຂພສ, ແລະ ບັນດາທ່ານລັດຖະມົນຕີວ່າການ-ຊ່ວຍວ່າການ ທີ່ເປັນຮອງປະທານ ແລະ ຄະນະກຳມະການ ຄຂພສ ພ້ອມດ້ວຍ ທ່ານເຈົ້າເມືອງຫຼວງພະບາງ, ເມືອງຈອມເພັດ, ທ່ານຫົວໜ້າຫ້ອງການ, ຮອງຫົວໜ້າຫ້ອງການ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ຈາກສູນກາງ ແລະ ທ້ອງ ຖິ່ນ ພ້ອມດ້ວຍວິຊາການກໍ ໄດ້ເຂົ້າຮ່ວມ.
ເຂດເສດຖະກິດພິເສດ ຫຼວງພະບາງ (ຂຽນຫຍໍ້ ຂພຫຼ), ແຂວງຫຼວງພະບາງ ສ້າງຕັ້ງຂື້ນໂດຍມີຈຸດປະສົງ ເພື່ອຍົກລະດັບ ເຂດຊານເມືອງເກົ່າຫລວງພະບາງ ແລະ ເຂດທີ່ຍັງບໍ່ມີການພັດທະນາເມືອງໃຫມ່ຈອມເພັດ ໃຫ້ເປັນເຂດເສດຖະກິດພິເສດ ທີ່ຕິດພັນກັບການ ອະນຸລັກວັດທະນະທຳ ແລະ ປົກປັກຮັກ ສາສະພາບແວດລ້ອມ ເພື່ອຮອງຮັບການຂະຫຍາຍ ຕົວຂອງເສດຖະກິດສັງຄົມຂອງແຂວງ ໃຫ້ຄຽງຄູ່ໄປກັບກັບການອະນຸລັກເມືອງມໍລະດົກໂລກ, ເປັນສູນກາງບໍລິການທີ່ທັນສະໄຫມ, ສະດວກ ແລະ ວ່ອງໄວ; ດຶງດູດນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ, ສ້າງລະບົບສາທາລະນຸປະໂພກໃຫ້ຄົບວົງຈອນເຊັ່ນ: ການຈັດສັນວຽກ ງານພື້ນຖານໂຄງລ່າງເສັ້ນທາງ, ລະບົບໄຟຟ້າ, ລະບົບນ້ຳປະປາ, ຈັດສັນແຫຼ່ງ ບຳບັດນ້ຳເສຍ, ສະໜາມເກັບສິ່ງເສດເຫລືອ, ໂຮງໝໍ, ໂຮງຮຽນ, ໂຮງແຮມ, ສູນການຄ້າ, ທະນາຄານ, ອາຄານທຸລະກິດ, ອາຄານ 23 ຊັ້ນ, ບ້ານພັກສຳລັບຄົນສູງອາຍຸ, ຈັດສັນເຂດກະສິກຳອິນຊີປອດສານພິດ, ຈັດສັນເຂດອຸດສະຫະກຳຂະໜາດກາງ, ຂະໜາດໃຫ່ຍ ແລະ ສ້າງວຽກເຮັດງານທຳທີ່ໝັ້ນຄົງໃຫ້ປະ ຊາຊົນພາຍໃນເຂດທ້ອງຖີ່ນ ແລະ ອ້ອມຂ້າງຂອງໂຄງການ ໄປຄຽງຄູ່ກັບການຮັບປະກັນໃນການປົກປັກຮັກສາສິ່ງແວດລ້ອມ ຊຶ່ງໂຄງການພັດ ທະນາ ຂພຫຼ ນີ້ຄາດວ່າຈະໃຊ້ທຶນທັງໝົດເຂົ້າໃນການພັດທະນາໂຄງການປະມານ 1,200 ລ້ານໂດລາສະຫະລັດ ໃນເນື້ອທີ່ສໍາປະທານ 4,850 ເຮັກຕາ ພາຍໃນໄລຍະເວລາ 99 ປີ.
ນອກຈາກນີ້ກຸ່ມບໍລິສັດ ພູສີ ຈຳກັດ ຍັງຈະໄດ້ສ້າງຂົວຂ້າມແມ່ນໍ້າຂອງ ເພື່ອເຊື່ອມຈອດລະຫວ່າງ ເຂດຊານ ເມືອງຫຼວງພະບາງ ຫາເມືອງຈອມເພັດ ຕື່ມອີກ ເນື່ອງຈາກວ່າປັດຈຸບັນຍັງຕ້ອງໄດ້ໃຊ້ເຮືອບັກຂ້າມນໍ້າຂອງ ໃນການເດີນທາງໄປມາ ເຮັດໃຫ້ມີຄວາມຫຍຸ້ງຍາກ ຖ້າຫາກວ່າຂົວຂ້າມນໍ້າຂອງສ້າງສຳເລັດຈະເປັນການສ້າງຜົນປະໂຫຍດທາງກົງ ແລະ ທາງອ້ອມ ໂດຍສະເພາະການອຳນວຍຄວາມສະດວກ ໃຫ້ແກ່ການເດີນທາງໄປມາຂອງປະຊາຊົນ, ນັກທ່ອງທ່ຽວ ແລະ ສົ່ງເສີມການລົງທຶນ.
ສຳລັບໂຄງການພັດທະນາ ຂພຫຼ ໃນຄັ້ງນີ້ເປັນຮູບແບບການພັດທະນາຕາມທິດຊີ້ນຳຂອງຂັ້ນເທິງທີ່ຊຸກຍູ້ໃຫ້ເອກະຊົນພາຍໃນ ແລະ ຕ່າງປະເທດນຳໃຊ້ງົບປະມານຂອງເຂົາເຈົ້າ ເຂົ້າໃນການພັດທະນາພື້ນຖານໂຄງລ່າງ ພາຍໃຕ້ນະໂຍບາຍສົ່ງເສີມ ທີ່ກຳນົດໄວ້ໃນນິຕິກຳວ່າດ້ວຍ ການພັດທະນາ ຂພສ ຂອງ ສປປ ລາວ ຊຶ່ງເປັນການຈັດຕັ້ງປະຕິບັດ ບາດກ້າວບຸກທະລຸທາງດ້ານຈິນຕະນາການ, ຕັດຮອນຂອດຂັ້ນການ ບໍລິຫານຄຸ້ມຄອງລັດ ໃຫ້ສັ້ນລົງ ແລະ ສະດວກຂຶ້ນ ບົນພື້ນຖານຮັບປະກັນຄວາມຖືກຕ້ອງຕາມກົດໝາຍ ໂດຍຈັດຕັ້ງການບໍລິການປະຕູດຽວ ຕາມກົນໄກ “ຫົວໜ່ວຍບໍລິຫານນ້ອຍ-ສັງຄົມກວ້າງ’’ ເພື່ອອຳນວຍຄວາມສະດວກ, ນຳໃຊ້ລະບົບເອເລັກໂຕຣນິກເຂົ້າໃນການບໍລິການ ໃຫ້ຜູ້ລົງທຶນຢູ່ ຂພສ ແຕ່ລະເຂດ ໃຫ້ມີຄວາມວ່ອງໄວ, ໂປ່ງໃສ ກວດສອບໄດ້, ໂຮມອໍານາດການບໍລິຫານຄຸ້ມຄອງ ຂພສ ມາໄວ້ຢູ່ນຳສະ ພາບໍລິຫານເຂດ ລວມທັງການເກັບທຸກແຫຼ່ງລາຍຮັບທັງໝົດຢູ່ໃນ ຂພສ ແລ້ວແບ່ງປັນ ຕາມຂໍ້ຕົກລົງສະບັບເລກທີ 73/ນຍ ໂດຍມອບເຂົ້າ ງົບປະມານສູນກາງ 50%, ແຂວງ 20%, ເມືອງ 15%, ສະພາບໍລິຫານເຂດ 10%, ກອງທຶນພັດທະນາຊັບພະຍາກອນມະນຸດ ແລະ ສິ່ງແວດລ້ອມ 5%. ການຈັດຕັ້ງປະຕິບັດດັ່ງກ່າວ ເຮັດໃຫ້ມີຄວາມເປັນເອກະພາບສູງ ລະຫວ່າງສູນກາງ ແລະ ທ້ອງຖິ່ນ, ສ້າງຄວາມ ເຊື່ອໝັ້ນໃຫ້ແກ່ຜູ້ພັດທະນາ ແລະ ຜູ້ລົງທຶນນຳເອົາທຶນຮອນເຂົ້າສູ່ການດຳເນີນທຸລະກິດ, ການຜະລິດ, ການບໍລິການ, ການພັດທະນາພື້ນ ຖານໂຄງລ່າງພາຍໃນເຂດ ແລະ ເຊື່ອມຕໍ່ນອກເຂດ. ການພັດທະນາ ຂພຫຼ ນີ້ຄາດວ່າຈະປະກອບສ່ວນເປັນຫົວຈັກແກ່ດຶງການພັດທະນາ ທາງກົງ ແລະ ທາງອ້ອມ ທີ່ສຳຄັນຂອງທ້ອງຖິ່ນ ແລະ ຂອງຊາດ.
ພິທີເຊັນສັນຍາ ໃນຄັ້ງນີ້ຕາງໜ້າໃຫ້ລັດຖະບານ ກໍ່ຄື ຄຂພສ ແມ່ນ ທ່ານ ຄຳຂັນ ຈັນທະວີສຸກ, ເຈົ້າແຂວງແຂວງຫຼວງພະບາງ, ກຳມະ ການ ຄຂພສ, ເປັນຜູ້ເຊັນລົງນາມໃນສັນຍາ ໂດຍມີ ທ່ານ ນາງ ບົວທາ ຂັດທິຍະ, ລັດຖະມົນຕີຊ່ວຍ, ຮອງປະທານ, ຫົວໜ້າກອງເລຂາ ຄຂພສ, ທ່ານຫົວໜ້າກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ, ເຈົ້າເມືອງເມືອງຫຼວງພະບາງ, ເຈົ້າເມືອງເມືອງ ຈອມ ເພັດ ເຊັນເປັນພະຍານ ສ່ວນຝ່າຍກຸ່ມບໍລິສັດ ພູສີ ຈຳກັດ ໃນນາມຜູ້ພັດທະນາ ແມ່ນຕາງໜ້າໂດຍ ທ່ານ ສີທອງ ພົມມະຈິດ, ປະທານກຸ່ມ ບໍລິສັດ ພູສີ ຈຳກັດ
ຂ່າວຈາກ: ABC Laos news ສຳນັກຂ່າວເອບີຊີລາວ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...