spot_img
Homeຂ່າວຕ່າງປະເທດແຜ່ນດິນໄຫວຊ້ຳຢູ່ວານູອາຕູ ຂະໜາດ 6.9 ຣິກເຕີ ຍັງບໍ່ມີລາຍງານຄວາມເສຍຫາຍ!

ແຜ່ນດິນໄຫວຊ້ຳຢູ່ວານູອາຕູ ຂະໜາດ 6.9 ຣິກເຕີ ຍັງບໍ່ມີລາຍງານຄວາມເສຍຫາຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 6 ເມສາຜ່ານມານີ້ວ່າ ເກີດເຫດແຜ່ນດິນໄຫວຊ້ຳ ທີ່ປະເທດວານູອາຕູ ຂະໜາດຮຸນແຮງເຖິງ 6.9 ຣິກເຕີ ຊຶ່ງເປັນບ່ອນດຽວກັນ ກັບບໍລິເວນທີ່ເກີດແຜ່ນດິນໄຫວ ເມື່ອ 3 ມື້ກ່ອນໜ້ານີ້ ມີສູນກາງຫ່າງຈາກເມືອງໂຊລາ ປະເທດວານູອາຕູ ໄປທາງທິດຕາເວັນອອກສຽງໃຕ້ ປະມານ 109 ກິໂລແມັດ ແລະ ມີຄວາມເລິກຈາກພື້ນດິນ 33.7 ກິໂລແມັດ ໂດຍເບື້ອງຕົ້ນຍັງບໍ່ມີການອອກປະກາດ ເຕືອນໄພຄື້ນຍັກສຶນາມິ ແລະ ຍັງບໍ່ທັນມີລາຍງານຄວາມເສຍຫາຍ ຈາກແຜ່ນດິນໄຫວແຕ່ຢ່າງໃດ.

ກ່ອນໜ້ານີ້ ໃນວັນອາທິດທີ 3 ເມສາທີ່ຜ່ານມາ ບໍວິເວນດັ່ງກ່າວ ແມ່ນຫາກໍເກີດເຫດແຜ່ນດິນໄຫວ ຂະໜາດເທົ່າກັນ 6.9 ຣິກເຕີ ຊຶ່ງໂຊກດີບໍ່ໄດ້ສ້າງຄວາມເສຍຫາຍໃດໆ ຕໍ່ຊີວິດ ແລະ ຊັບສິນ.

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...