spot_img
Homeຂ່າວພາຍ​ໃນກະຊວງກະສິກຳຯ ສັ່ງເພີ່ມທະວີເຝົ້າລະວັງ ຕັກແຕນລະບາດຮອບໃໝ່ ຢູ່ 3 ແຂວງພາກເໜືອ!

ກະຊວງກະສິກຳຯ ສັ່ງເພີ່ມທະວີເຝົ້າລະວັງ ຕັກແຕນລະບາດຮອບໃໝ່ ຢູ່ 3 ແຂວງພາກເໜືອ!

Published on

ຂປລ. ໃນ​ວັນ​ທີ 4 ​ເມສາ 2016 ຜ່ານ​ມາ​ນີ້, ກະຊວງ​ກະສິກໍາ ​ແລະ ປ່າ​ໄມ້​​ ໄດ້​ອອກຄຳສັ່ງກ່ຽວກັບການ ເພີ່ມ​ທະ​ວີ​ຄວາມຮັບຜິດຊອບ ຕໍ່ການ​ປ້ອງ​ກັນ, ຄວບ​ຄຸມ​ ແລະ ກຳ​ຈັດການ​ລະ​ບາດ​ ຂອງ​ຕັກ​ແຕນ ຢູ່ ແຂວງຫລວງ​ພະ​ບາງ, ຜົ້ງ​ສາ​ລີ ແລະ ຫົວ​ພັນ ພາຍຫລັງ​ເກີດ​ ການລະ​ບາດ​ຂອງ​ຕັກ​ແຕນ​ ໃນ​ປີ 2015 ຢູ່​ ບັນດາ​ແຂວງ​ພາກ​ເໜືອ.

ໄລຍະ ​ຜ່ານ​ມາ, ອົງການ​ປົກຄອງ​ທ້ອງ​ຖິ່ນ ​ແຕ່ລະ​ຂັ້ນ​ໄດ້​ຊ່ວຍ ປຸກລະດົມພະນັກງານ ແລະ ປະຊາຊົນ ບັນດາເຜົ່າ ເຂົ້າຮ່ວມໃນການ​ເຝົ້າລະວັງ, ປ້ອງ​ກັນ, ​ສະກັດ​ກັ້ນ ​ແລະ​ ຄວບ​ຄຸມການລະບາດ ຂອງຕັກແຕນ ຢ່າງເປັນເຈົ້າການ ​ແລະ ມີຄວາມຮັບຜິດຊອບສູງ, ສາມາດຫລຸດຜ່ອນ ຄວາມເສຍຫາຍລົງໄດ້ ພໍສົມຄວນ. ຈາກການຕິດຕາມ ຂອງໜ່ວຍງານວິຊາການ ໂດຍການມີສ່ວນຮ່ວມ ຂອງປະຊາຊົນ ມາຮອດ​ເດືອນ​ພະຈິກ 2015 ສາມາດພົບເຫັນ ຈຸດວາງໄຂ່ໄດ້ເຖິງ 140 ຈຸດໃນ 112 ບ້ານ, ກວມເອົາ 7 ເມືອງ ຂອງ​ແຂວງຫລວງພະ​ບາງ, ​​ຜົ້ງສາລີ​ ແລະ ຫົວພັນ; ຖ້າ​ເບີ່​ງຕາມ ວົງຈອນຊີວິດຂອງຕັກແຕນ ຄາດວ່າຈະລະບາດ ອີກຮອບໃໝ່ ລະຫວ່າງເດືອນເມສາ ຫາມິ​ຖຸ​ນາ ນີ້. ສະນັ້ນ, ຖ້າພວກເຮົາບໍ່ມີກະກຽມ ແລະ ມີແຜນການຮັບມື ລະອຽດແຕ່ຫົວທີ ກໍຈະເຮັດໃຫ້ ເນື້ອທີ່ປູກພືດ (ເຂົ້າໄຮ່ ແລະ ສາລີ) ​ຈໍານວນ 7.500 ​ເຮັກຕາ ຫລື ເທົ່າກັບ 50% ຂອງເນື້ອທີ່ທັງໝົດ ໃນ 112 ບ້ານ ມີຄວາມສ່ຽງຖືກ ຕັກແຕນທໍາລາຍ. ເພື່ອ​ປ້ອງ​ກັນ, ສະກັດ​ກັ້​ນ ແລະ ກຽມພ້ອມຮັບ​ມື​ແຕ່​ຫົວທີ, ຫລີກລ້ຽງຕໍ່ຜົນ​ເສຍ​ຫາຍ ​ດັ່ງກ່າວ​ທີ່ຈະເກີດຂຶ້ນ.

ຫລ້າ​ສຸດ ລັດ​ຖະ​ມົນ​ຕີ​ ກະ​ຊວງກະ​ສິ​ກຳ ແລະ ປ່າ​ໄມ້, ປະທານຄະນະ ກໍາມະການສະເພາະກິດ ເພື່ອແກ້ໄຂບັນຫາ ການລະບາດຂອງຕັກແຕນ ແລະ ໜູຂີ ຢູ່ແຂວງ ຫລວງພະບາງ ແລະ ບາງແຂວງພາກເໜືອ ​ໄດ້ອອກຄໍາສັ່ງດັ່ງ​ ນີ້: ໃຫ້ ​ກົມ​ປູກຝັງສົມທົບກັບ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ຂັ້ນແຂວງ, ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ ປະ​ຈໍາ​ແຂວງ ຫລວງພະບາງ, ຜົ້ງສາລີ ແລະ ຫົວພັນ ກຽມພ້ອມຮັບມືກັບ ​ການລະບາດ​ຂອງ​ຕັກ​ແຕນ​ ຝູງ​ໄມ້ປ່ອງ ໂດຍການວາງແຜນຢ່າງເປັນລະບົບ, ຕໍ່​ເນື່ອງຕິດພັນກັບ ການສຶກສາອົບຮົມ, ໂຄສະນາເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ປະຊາຊົນ ແລະ ການຈັດຕັ້ງຢູ່ຂັ້ນຮາກຖານ​ ໃນເຂດພື້ນທີ່ ທີ່​ມີ​ການລະບາດຜ່ານມາ ລວມທັງພື້ນທີ່ຫລໍ່ແຫລມ ​ເພື່ອ​ຮັບ​ຮູ້​ເຖິງຜົນ​ກະທົບ ພ້ອມກັນ​ຍົກ​ສູງ​ ສະຕິ​ລະວັງ​ຕົວ​ ໃນ​ການ​ປ້ອງ​ກັນ, ກຳຈັດ ​ແລະ ​ຄວບ​ຄຸມຕັກແຕນ ໃຫ້ທ່ວງທັນກັບສະພາບການ; ໃນສະເພາະ ໜ້າອັນຮີບດ່ວນນີ້ ​ໃຫ້ກົມປູກຝັງສົມທົບ​ກັບ ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ ປະ​ຈໍາ​ແຂວງຫລວງພະບາງ, ຜົ້ງສາລີ ແລະ ຫົວພັນ ສືບຕໍ່ຝຶກອົບຮົມ ໃຫ້ແກ່ວິຊາການ ລວມທັງ​ອາສາ​ສະໝັກ (ທີ່​ເປັນ​ຊາວ​ກະສິກອນ) ​ເພື່ອ​ສ້າງ​ເປັນ​ກຳລັງ​ແຮງ​ຢ່າງ​ພຽງພໍ ກຽມພ້ອມຮັບມືກັບ ການລະບາດຂອງຕັກແຕນ ທີ່ຈະເກີດຂຶ້ນອີກ ໃນຮອບໃໝ່ນີ້. ​ຕ້ອງປະສານສົມທົບ ລະຫວ່າງ ການນໍາໃຊ້ ພູມປັນຍາຊາວບ້ານ (ດັງ​ໄຟ​ຮົມ​ຄວັນ​ ເພື່ອ​ຂັບ​ໄລ່​ຕັກ​ແຕນ, ​ເກັບ​ຕັກ​ແຕນ, ​ຂຸດ​ຫາ​ໄຂ່ຕັກ​ແຕນ…) ແລະ ການນໍາໃຊ້ເຕັກນິກ ວິທະຍາສາດ (ຢາປາບສັດຕູພືດ, ການສີດພົ່ນສານເຄມີ…) ພ້ອມດຽວກັນ ກໍຕ້ອງ​ຄຳນຶງ​ເຖິງ​ຜົນ​ກະທົບ​ ຕໍ່ສຸຂະພາບຄົນ, ສັດ ແລະ ພືດ ລວມທັງ​ສິ່ງ​ແວດ​ລ້ອມ ອື່ນໆ; ໃຫ້​ພະ​ແນ​ກກະສິກໍາ ​ແລະ ປ່າ​ໄມ້ ປະ​ຈໍາ​ແຂວງ ຫລວງພະບາງ, ຜົ້ງສາລີ ແລະ ຫົວພັນ ຖືເອົາວຽກນີ້ ເປັນວຽກບູລິມະສິດຂອງຕົນ, ຜັນ​ຂະຫຍາຍ​ເປັນແຜນການເຄື່ອນໄຫວ ອັນ​ລະອຽດ ແລະ ມີການແຕ່ງຕັ້ງ ຄະນະຮັບຜິດຊອບ ເພື່ອຊີ້ນໍາ-ບັນຊາ​ການຈັດ​ຕັ້ງ​ປະຕິບັດ​ ຢ່າງແທດເຖິງຕົວຈິງ.

ໃນກໍລະນີເກີດການ ລະບາດຢູ່ພື້ນທີ່ໃດ ແມ່ນມອບໃຫ້ບ້ານ ຫລື ເມືອງນັ້ນ ເປັນເຈົ້າການປຸກ ລະດົມ ປະຊາຊົນ, ກໍາລັງທະຫານ ແລະ ຕໍາຫລວດ​ ໃນພື້ນທີ່ໃກ້ຄຽງ ຊ່ວຍກັນຄວບຄຸມ ແລະ ກໍາຈັດ ຕາມວິທີການທີ່ໄດ້ຝຶກຊ້ອມໄວ້ ແລ້ວຢ່າງທັນການ; ສໍາລັບງົບປະມານຮັບໃຊ້ ວຽກງານດັ່ງກ່າວ, ໃຫ້​ພະແນກ ກະສິກໍາ ແລະ ປ່າໄມ້ ປະຈໍາ​ແຂວງຫລວງພະບາງ, ຜົ້ງສາລີ ແລະ ຫົວພັນ ສ້າງ​​ເປັນແຜນການ​ລະອຽດ (​​ແຜນ​ວຽກ, ​ແຜນ​ຄົນ ​ແລະ​ ແຜນ​ງົບປະມານ) ​ເພື່ອ​ສະ​ເໜີ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມໄພພິບັດ ຂັ້ນແຂວງ ​ແລະ ​ຂັ້ນສູນ​ກາງ ຕາມ​ຂັ້ນຕອນ ເພື່ອກຽມພ້ອມຮັບມືກັບການລະບາດ ຂອງຕັກແຕນ ໃນ​ໄລຍະເດືອນ ​ເມສາມິ​ຖຸ​ນາ ນີ້; ໃຫ້ກົມປູກຝັງ ສົມທົບກັບພາກສ່ວນກ່ຽວຂ້ອງ ອ້ອມຂ້າງສູນກາງ ແລະ ທ້ອງຖິ່ນ ສືບຕໍ່ປຸກລະດົມແຫລ່ງທຶນ ຈາກທຸກພາກສ່ວນເສດຖະກິດ ໃນສັງຄົມ, ນັບທັງພາຍໃນ ແລະ ຕ່າງປະເທດ ລວມທັງອົງການ ຈັດຕັ້ງສາກົນອື່ນໆ. ພິເສດ ແມ່ນປະເທດເພື່ອນມິດໃກ້ຄຽງ ທີ່ເພີ່ນມີບົດຮຽນ ແລະ ເຄື່ອງມືອຸປະກອນ; ມອບໃຫ້ກົມປູກຝັງອອກຄໍາແນະນໍາ ທາງດ້ານວິຊາການ ເພື່ອຈັດຕັ້ງປະຕິບັດ ຄໍາສັ່ງສະບັບນີ້ ໃຫ້ໄດ້ຮັບຜົນດີ. ຜ່ານການຈັດຕັ້ງປະຕິບັດ ມີຂໍ້ສະດວກ, ຫຍຸ້ງຍາກແນວໃດ ໃຫ້ລາຍງານການນຳ ກະຊວງກະສິກຳ ແລະ ປ່າໄມ້ ຊາບເປັນປົກກະຕິ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມຽນມາສັງເວີຍຊີວິດຢ່າງນ້ອຍ 113 ຄົນ ຈາກໄພພິບັດນ້ຳຖ້ວມ ແລະ ດິນຖະຫຼົ່ມ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ນີ້ວ່າ: ຈຳນວນຜູ້ເສຍຊີວິດຈາກເຫດການນ້ຳຖ້ວມ ແລະ ດິນຖະຫຼົ່ມໃນມຽນມາເພີ່ມຂຶ້ນຢ່າງນ້ອຍ 113 ຊີວິດ ຜູ້ສູນຫາຍອີກ 64 ຄົນ ແລະ...

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ...

ແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ

ພະແນກ ໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການຫ້າມການສັນຈອນ ໃນບາງເສັ້ນທາງສໍາຄັນຊົ່ວຄາວ ຂອງລົດບັນທຸກ ຫີນ, ແຮ່, ຊາຍ ແລະ ດິນ ໃນການອໍານວຍຄວາມສະດວກ ໃຫ້ແກ່ກອງປະຊຸມ...

ແຈ້ງການກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ

ແຂວງຄຳມ່ວນອອກແຈ້ງການ ເຖິງບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ກ່ຽວກັບການກະກຽມຮັບມືກັບສະພາບໄພນໍ້າຖ້ວມ ທີ່ອາດຈະເກີດຂຶ້ນພາຍໃນແຂວງຄໍາມ່ວນ. ແຂວງຄໍາມ່ວນ ແຈ້ງການມາຍັງ ບັນດາທ່ານເຈົ້າເມືອງ, ການຈັດຕັ້ງທຸກພາກສ່ວນ ແລະ ປະຊາຊົນຊາວແຂວງຄໍາມ່ວນ ໂດຍສະເພາະແມ່ນບັນດາເມືອງ ແລະ...