spot_img
Home​ຂ່າວທ່ອງທ່ຽວປະຕິມາກຳຊາຍຫາດດອນຈັນ ລົງທຶນສ້າງກວ່າ 700 ລ້ານ ສຳເລັດແລ້ວ 90% ພ້ອມເປີດປີໃໝ່ລາວ!

ປະຕິມາກຳຊາຍຫາດດອນຈັນ ລົງທຶນສ້າງກວ່າ 700 ລ້ານ ສຳເລັດແລ້ວ 90% ພ້ອມເປີດປີໃໝ່ລາວ!

Published on

ຂປລ. ​ໃນ​ປັດຈຸບັນ ​ພາກສ່ວນ​ທີ່​ຮັບຜິດຊອບ​ຈັດ​ກິດຈະກຳ​ງານ​ປະຕິມາ​ກຳ​ຊາຍ ທີ່​ຫາດ​ດອນ​ຈັນ ​ເມືອງ​ຈັນ​ທະ​ບູລີ ນະຄອນຫລວງ​ວຽງ​ຈັນ, ພວມ​ຂຸ້ນ​ຂຽວ​ສ້າງ​ຮູບ​ປັ້ນຊາຍ ຈຳນວນ 13 ຮູບ ທີ່​ສະ​ແດງ​ໃຫ້​ເຫັນ​ເຖິງ​ວັດທະນະ​ທຳ ​ແລະ ມູນ​ມໍລະດົກ​ຂອງ​ລາວ ລວມ​ເຖິງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ເຊິ່ງມີ​ຄວາມ​ຄືບ​ໜ້າ​ປະມານ 90% ​ແລ້ວ ​ໃນ​ມູນ​ຄ່າ​ການ​ລົງທຶນ​ຫລາຍ​ກວ່າ 700 ລ້ານ​ກີບ, ຄາດ​ວ່າ​ຈະ​ສຳ​ເລັດ ​ແລະ ​ເປີດ​ໃຫ້​ມວນ​ຊົນ​ຊາວ​ນະຄອນຫລວງ​ວຽງ​ຈັນ ກໍ​ຄື​ບັນດາ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ໄດ້​ຊົມ​ໃນ​ວັນ​ທີ 13 ​ເມສາ ນີ້ ​ເຊິ່ງ​ເປັນ​ມື້​ທຳ​ອິດ​ຂອງ​ບຸນປີ​ໃໝ່​ລາວ.

Untitled-1houpanh 2ທ່ານ ​ນາງ ລັດສະດາ​ພອນ ບຸດ​ສະ​ດີ ຜູ້ອຳນວຍການ​ຝ່າຍ​ກິດຈະກຳຂອງ​ບໍລິສັດ Proplus Agency ​ເຊິ່ງ​ເປັນ​ບໍລິສັດ​ທີ່​ຮັບ​ເໝົາ​ກິດຈະກຳ​ດັ່ງກ່າວ ​ໃຫ້​ຮູ້​ວ່າ: ງານ​ປະຕິມາ​ກຳ​ຊາຍ ​ແມ່ນ​ຈັດ​ຂຶ້ນ​ເປັນ​ປີ​ທີ 2 ​ແລ້ວ ​ແລະ ຮູບ​ປັ້ນປະຕິມາ​ກຳ​ຊາຍ​ທີ່​ສ້າງ​ຂຶ້ນ​ໃນ​ປີ​ນີ້ ​ແມ່ນ​ແຕກ​ຕ່າງ​ຈາກ​ປີຜ່ານມາ ເພາະວ່າ ​ຮູບ​ພາບ​ທັງ​ໝົດ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ມູນ​ມໍລະດົກ​ອັນ​ລຳຄ່າ​ທາງ​ ດ້ານວັດທະນະ​ທໍາຂອງ​ລາວ ​ແລະ ຂອງ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ເຊິ່ງ​ໃນ​ຈຳນວນ 13 ຮູບ​ນັ້ນ ມີ 10 ຮູບ​ທີ່​ກ່ຽວ​ກັບ​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ, ສວນ​ອີກ 3 ຮູບ ​ແມ່ນ​ກ່ຽວ​ກັບ ສປປ ​ ລາວ ຄື: ຮູບ​ພະທາດ​ຫລວງ ທີ່​ມີ​ຄວາມ​ສູງ 6 ​ແມັດ, ຮູບ​​ຊ້າງ ສູງ 8 ​ແມັດ ​ແລະ ຮູບ​ພະຍາ​ນາກ ສູງ 4 ​ແມັດ, ຍາວ 9 ​ແມັດ ​ໂດຍ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ມາ​ແຕ່ ວັນ​ທີ 8 ມີນາ, ຄາດ​ວ່າ​ຈະ​ເປີດ​ໃຫ້​ຊົມ​ໃນ​ວັນ​ທີ 13-16 ​ເມສາ 2016 ນີ້ ນັບ​ແຕ່​ເວລາ 9:00-21:00 ​ໂມງ ​ໂດຍ​ຈະ​ເກັບ​ຄ່າ​​ເຂົ້າຊົມ 10.000 ກີບ/ຄົນ, ສຳລັບ​ເດັກນ້ອຍ​ອາຍຸ​ຕ່ຳ​ກວ່າ 5 ປີ ຈະ​ບໍ່​ໄດ້​ເສຍ​ຄ່າ.

Untitled-1houpanh 3ທ່ານ​ນາງ ລັດສະດາ​ພອນ ບຸດ​ສະ​ດີ ຍັງ​ຍົກ​ໃຫ້​ເຫັນ​ວ່າ: ນອກຈາກ​ງານ​ມະຕິ​ມະ​ກຳ​ຊາຍ​ແລ້ວ ທາງ​ບໍລິສັດ​ ຍັງ ​ໄດ້​ຮັບ​ມອບ​ໝາຍ​ຈາກ​ອຳນາດ​ການ​ປົກຄອງ​ນະຄອນ ຫລວງ​ວຽງ​ຈັນ ຈັດ​ກິດຈະກຳ​ທາງ​ດ້ານ​ວັດທະນະທຳ ຢູ່​ທີ່​ຫາດ​ດອນ​ຈັນ ​ໃນ​ເນື້ອ​ທີ່ຄວາມ​ກວ້າງ 200 ​ແມັດ  ​ແລະ ຍາວ 650 ​ແມັດ, ​ໃນ​ນັ້ນ ມີ ​ກິດຈະກຳ​ຕົບ​ພະທາດ​ຊາຍ, ສິລະ​ປະການ​ສະ​ແດງ, ການ​ເດີນ​ແບບ​ເຄື່ອງນຸ່ງ​ຝ້າຍ​ລາວ, ການ​ແຂ່ງຂັນ​ກິລາ ​ແລະ ຍັງ​ມີ​ສະຖານ​ທີ່​ຫລີ້ນ​ນ້ຳ, ຊົມ​ທຳ​ມະ​ຊາດຕາມ​ລຳ​ແມ່ນ້ຳຂອງຕື່ມ​ອີກ.

 

ແຫລ່ງຂ່າວ: ຂປລ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...