spot_img
Homeລວມກົດຫມາຍລາວກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ( ສະບັບ​ປັບປຸງ )

ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ ( ສະບັບ​ປັບປຸງ )

Published on

ກົດໝາຍວ່າດ້ວຍ ການຈະລາຈອນທາງບົກ
( ສະບັບ​ປັບປຸງ )
ພາກ​ທີ I
ບົດ​ບັນຍັດ​ທົ່ວ​ໄປ

ມາດຕາ 1 (ປັບປຸງ) ຈຸດປະສົງ 

ກົດໝາຍສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ການຈະລາຈອນທາງບົກ ເພື່ອອໍານວຍ ຄວາມ​ສະດວກ, ຄວບຄຸມການສັນຈອນ ແລະ ການນຳໃຊ້ຍານພາຫະນະ ຕາມເສັ້ນທາງບົກ ໃຫ້ມີ ຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ ແນໃສ່ຫຼຸດຜ່ອນອຸບປະຕິເຫດ, ຄວາມແອອັດໃນການສັນຈອນ ຕິດພັນກັບການບໍລິການ, ການປົກປັກຮັກສາເສັ້ນທາງ, ສິ່ງແວດລ້ອມ, ຊີວິດ, ຊັບສິນຂອງບຸກຄົນ ແລະ ສາທາລະນະ ປະກອບສ່ວນເຂົ້າໃນການປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ, ການພັດທະນາເສດຖະກິດ-ສັງຄົມຂອງຊາດ ແລະ ການເຊື່ອມໂຍງກັບສາກົນ.
ມາດຕາ 2 (ໃໝ່) ການ​ຈະລາຈອນ​ທາງບົກ
ການຈະລາຈອນທາງບົກ ແມ່ນ ການສັນຈອນໄປ ມາ ຂອງຄົນ ແລະ ສັດ ດ້ວຍການນຳ ໃຊ້ ຫຼື ບໍ່ນໍາໃຊ້ພາຫະນະ ແລະ ຍານພາຫະນະຊະນິດຕ່າງໆ ຕາມເສັ້ນທາງບົກ ​ໂດຍ​ປະຕິບັດກົດຈະ ລາຈອນ ຢ່າງ​ຖືກຕ້ອງ.

ມາດຕາ 3 (ປັບປຸງ) ການອະທິບາຍ​ຄໍາ​ສັບ

ຄໍາສັບ ທີ່ນໍາໃຊ້ໃນກົດໝາຍສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1. ກົດຈະລາຈອນ ໝາຍ​ເຖິງ ລະບຽບການລະອຽດ ກ່ຽວກັບການຈະລາຈອນທາງບົກ;

2. ປ້າຍຈະລາຈອນ ໝາຍ​ເຖິງ ເຄື່ອງໝາຍຊີ້ບອກ ການປະຕິບັດກົດຈະລາຈອນ ຕາມເສັ້ນທາງບົກ;

3. ເຄື່ອງໝາຍຈະລາຈອນ ໝາຍ​ເຖິງ ສິ່ງຊີ້ບອກ ກົດຈະລາຈອນຕາມເສັ້ນທາງບົກ ດ້ວຍການຕິດຕັ້ງປ້າຍ, ຂີດ, ຂຽນ, ແຕ້ມໄວ້ຕາມໜ້າທາງ, ບ່າທາງ, ຂອບທາງ, ແຄມທາງ ແລະ ເທິງທາງ;

4. ໃບຂັບຂີ່ຍານພາຫະນະ ໝາຍ​ເຖິງ ໃບອະນຸຍາດໃຫ້ຂັບຂີ່ຍານພາຫະນະ ທີ່ອອກ ໃຫ້ໂດຍຂະແໜງການໂຍທາທິການ ແລະ ຂົນສົ່ງ;

5. ຜູ້ນຳ​ໃຊ້ເສັ້ນ​ທາງ ໝາຍ​ເຖິງ ຜູ້ຂັບຂີ່ ຫຼື ນຳ​ໃຊ້​ຍານ​ພາຫະນະ, ຄົນ​ຍ່າງ, ຜູ້​ຄວບ​ຄຸມສັດ, ຜູ້ອະນາໄມ, ຜູ້ສ້ອມແປງ, ​ຜູ້ຕິດຕັ້ງປ້າຍ ແລະ ເຄື່ອງໝາຍຈະລາຈອນ ຕາມເສັ້ນທາງບົກ;

6. ເສັ້ນທາງ ​ໝາຍ​ເຖິງ ​ຂອບ​ເຂດ​ພື້ນ​ທີ່​ ຊຶ່ງໄດ້​ກໍ່ສ້າງ​ຂຶ້ນເພື່ອ​ຮັບ​ໃຊ້​ໃຫ້ແກ່​ການ​ຈະ ລາຈອນ​ທາງບົກ;

7. ຖະໜົນ ໝາຍ​ເຖິງ​ ພື້ນທີ່ຂອງເສັ້ນທາງ ຫຼື ຫົນທາງ ທັງໝົດ ທີ່ນໍາໃຊ້ສໍາລັບການ ຈະລາຈອນທາງບົກ ໃນ​ຕົວ​ເມືອງ​;

8. ໜ້າທາງ ໝາຍ​ເຖິງ ພື້ນທີ່ຂອງ​ເສັ້ນທາງ​ ທີ່​ນຳ​ໃຊ້​ສຳລັບ​ການ​ສັນຈອນ​ຂອງ​ຍານ ພາຫະນະ;

9. ຊ່ອງ​ຈະລາຈອນ ໝາຍ​ເຖິງ ພື້ນທີ່ຂອງເສັ້ນທາງ ທີ່ແບ່ງຂອບເຂດ​ໜ້າທາງຕາມ​ລວງ​ຍາວຂອງເສັ້ນທາງ ແລະ ມີຄວາມກວ້າງຕາມມາດຕະຖານທີ່ກໍານົດ;​

10. ທາງ​ຄົບ ໝາຍ​ເຖິງ​ ເສັ້ນທາງ​ທີ່​ຕັດ​ກັນ ຫຼື ຄົບ​ກັນ ​ຢູ່ໃນ​ລະດັບ​ໜ້າທາງດຽວ​ກັນ ນັບແຕ່ສອງເສັ້ນຂຶ້ນໄປ;

11. ທາງ​​ແຍກ ໝາຍເຖິງ ເສັ້ນທາງທີ່ແຍກອອກເປັນຫຼາຍເສັ້ນທາງ;

12. ຢຸດລົດ ໝາຍເຖິງ ຢຸດເຄື່ອນໄຫວຍານພາຫະນະຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນໃນເວລາອັນສັ້ນ ໂດຍບໍ່ມອດຈັກ ແລະ ຜູ້ຂັບຂີ່ຕ້ອງປະຈຳຢູ່ຕໍາແໜ່ງຂອງຄົນຂັບ;

13. ຈອດລົດ ໝາຍເຖິງ ຢຸດເຄື່ອນໄຫວຢູ່ຈຸດທີ່ກໍານົດຕາມເສັ້ນທາງ ຫຼື ຖະໜົນ ໂດຍມອດຈັກ ແລະ ຜູ້ຂັບຂີ່ສາມາດອອກຈາກຍານພາຫະນະໄດ້;

14. ລົດຫົວລາກ ໝາຍ​ເຖິງ ຍານພາຫະນະ​ທີ່ມີລະບົບຂັບ​ເຄື່ອນດ້ວຍ​ເຄື່ອງຈັກ ນຳ ໃຊ້ສໍາລັບແກ່ເຄິ່ງຫາງລາກ;

15. ເຄິ່ງຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຫົວລາກ;

16. ຫາງລາກ ໝາຍເຖິງ ພາຫະນະ ທີ່ເກາະໃສ່ລົດຂົນສົ່ງທົ່ວໄປ;

17. ການສັນຈອນພິເສດ ໝາຍເຖິງ ການ​ສັນຈອນ​ຂອງຂະ​ບວນລົດ​ຜູ້ນຳ, ​ແຂກ​ຕ່າງປະ​ເທດ, ລົດ​ໂຮງໝໍ, ລົດ​ມອດ​ໄຟ, ລົດ​ກູ້​ໄພ, ລົດ​ຂອງກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ​ທີ່ມີ ລະບົບສັນຍານແຈ້ງເຕືອນ ຊຶ່ງກໍາລັງປະຕິບັດໜ້າທີ່ອັນຮີບດ່ວນ;

18. ເຂດ​ຊຸມ​ຊົນ ໝາຍ​ເຖິງ ບໍລິ​ເວນທີ່​ມີ​ປະຊາຊົນ​ອາ​ໄສ​ຢູ່​ຢ່າງ​ໜາ​ແໜ້ນ;

19. ຍານພາຫະນະ ໝາຍ​ເຖິງ ພາຫະນະ​ທີ່​ແລ່ນ​ດ້ວຍ​ເຄື່ອງ​ຈັກ.

ມາດຕາ 4 (ປັບປຸງ) ນະ​ໂຍບາຍ​ຂອງລັດ ກ່ຽວກັບວຽກງານຈະລາຈອນທາງບົກ
 
ລັດ ສົ່ງເສີມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ລົງທຶນເຂົ້າໃນການພັດທະນາ, ກໍ່ສ້າງ, ບູລະນະ, ຕິດຕັ້ງ ແລະ ປົກປັກຮັກສາລະບົບການຈະລາຈອນ ທາງບົກໃຫ້ມີປະສິດທິຜົນ ແລະ ຢືນຍົງໂດຍນຳ​ໃຊ້ວິທະຍາສາດ, ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ ທີ່ທັນ ສະໄໝ.

​ລັດ ຊຸກຍູ້ ແລະ ສົ່ງເສີມ ໃຫ້ມີການ​ພັດທະນາ​ວຽກງານຂົນ​ສົ່ງ​ມວນ​ຊົນ​ໃນ​ຕົວ​ເມືອງ ເພື່ອ ຮັບປະກັນການຈະລາຈອນໃນຕົວເມືອງມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບ ຮຽບຮ້ອຍ ພ້ອມທັງບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ເປັນຕົວເມືອງທີ່ໜ້າຢູ່.

ມາດຕາ 5 (ປັບປຸງ) ຫຼັກການ​ ກ່ຽວ​ກັບວຽກງານ​ຈະລາຈອນ​ທາງບົກ

​ ວຽກ​ງານ​​ຈະລາຈອນ​ທາງບົກ ​ໃຫ້​ປະຕິບັດ​ຕາມ​ຫຼັກການ​ ດັ່ງ​ນີ້:

1. ​ຮັບປະກັນຄວາມສອດຄ່ອງ​ກັບ​ແຜນ​ພັດ​ທະນາ​ເສດຖະກິດ-​ສັງຄົມ​ ແຫ່ງ​ຊາດ, ​ແຜນ​ ຍຸດ​ທະ​ສາດ ​ແລະ ​ແຜນ​ດຳ​ເນີນ​ງານ​ຄວາມ​ປອດ​ໄພ​ທາງ​ຖະໜົນ ເພື່ອເຮັດໃຫ້ວຽກງານຈະລາຈອນ ທາງບົກ ມີລະບົບກົມກຽວ ແລະ ກ້າວໄປສູ່ຄວາມທັນສະໄໝ; ​

2. ​ຮັບປະກັນຄວາມເປັນ​ລະບຽບ​ຮຽບຮ້ອຍ​, ຄວາມປອດໄພ, ຄວາມສະດວກ, ໂລ່ງ ລ່ຽນ, ຕໍ່ເນື່ອງ, ມີປະສິດທິຜົນ ດ້ວຍຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມ ຂອງບຸກຄົນ ແລະ ການຈັດຕັ້ງໃນທົ່ວສັງຄົມ;

3. ຮັບປະກັນຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແລະ ການແບ່ງຂັ້ນຄຸ້ມ ຄອງ ລະຫວ່າງຂະແໜງການ ຢູ່ ສູນກາງ ແລະ ທ້ອງຖິ່ນ ບົນພື້ນຖານການປະສານສົມທົບ ຢ່າງໃກ້ ຊິດ;

4. ຮັບປະກັນການຄຸ້ມຄອງ ແລະ ນຳໃຊ້ຍານພາຫະນະ ຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃຫ້ໄດ້ມາດຕະຖານເຕັກນິກ ແລະ ມີຄວາມປອດໄພ;

5. ຮັບປະກັນ ຄວາມສອດຄ່ອງຂອງກົດຈະລາຈອນທາງບົກ ຂອງ ສປປ ລາວ ກັບ ພາກພື້ນ ແລະ ສາກົນ ຕາມສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ມາດຕາ 6 (ປັບປຸງ) ພັນທະຂອງຜູ້ນຳໃຊ້ເສັ້ນທາງ

ພົນລະ​ເມືອງ​ລາວ, ຊາວ​ຕ່າງ​ດ້າວ, ຄົນ​ບໍ່​ມີ​ສັນຊາດ ​ແລະ ຄົນ​ຕ່າງປະ​ເທດ​ ທີ່​ສັນຈອນ​ຕາມ​ເສັ້ນທາງ ​ຢູ່​ໃນ​ດິນ​ແດນ ຂອງ ສປປ ລາວ ຕ້ອງ​ເຄົາລົບ ​ແລະ ປະຕິບັດ​ຕາມ​ກົດ​ໝາຍສະບັບນີ້ ແລະ ລະບຽບກົດໝາຍອື່ນທີ່ກ່ຽວຂ້ອງຢ່າງ​ເຂັ້ມ​ງວດ, ພ້ອມກັນນັ້ນ ກໍຕ້ອງ​ປະກອບສ່ວນ​ໃນ​ການ​ປົກ​ປັກ​ຮັກສາ,​ ບູລະນະ​ພື້ນຖານ​ໂຄງ​ລ່າງ ​ແລະ ສິ່ງ​ອຳນວຍ​ຄວາມ​ສະດວກ​ດ້ານ​ການ​ຈະລາຈອນ​ທາງ​ບົກ.

ມາດຕາ 7 (ໃໝ່) ຂອບ​ເຂດ​ການ​ນໍາ​ໃຊ້​ກົດໝາຍ

ກົດໝາຍ​ສະບັບ​ນີ້ ນຳ​ໃຊ້​ສຳລັບ​ບຸກຄົນ, ນິຕິບຸກຄົນ ແລະ ການຈັດ​ຕັ້ງ​ ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ທີ່ກ່ຽວຂ້ອງກັບການຄຸ້ມຄອງການຈະລາຈອນ, ການກໍ່ສ້າງພື້ນຖານໂຄງລ່າງ ແລະ ສິ່ງອຳນວຍຄວາມສະດວກ, ການດຳເນີນກິດຈະການດ້ານການຈະລາຈອນທາງບົກ ຢູ່ ສປປ ລາວ.

ມາດຕາ 8 (ໃໝ່) ການ​ຮ່ວມ​ມື​ສາກົນ

ລັດ ເປີດກວ້າງ ແລະ ສົ່ງເສີມການພົວພັນ, ຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາກົນ ກ່ຽວກັບວຽກງານຈະລາຈອນທາງບົກ ດ້ວຍການແລກປ່ຽນບົດຮຽນ, ຂໍ້ມູນ ຂ່າວສານ, ວິທະ ຍາສາດເຕັກນິກ ແລະ ເຕັກໂນໂລຊີ, ການສ້າງ, ບຳລຸງ, ຍົກລະດັບພະນັກງານ, ການຍາດແຍ່ງ ການຊ່ວຍເຫຼືອ, ການຮ່ວມມືດ້ານການລົງທຶນ, ປະຕິບັດສົນທິສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ.

ພາກ​ທີ II
​ການ​ຈະລາຈອນ​ທາງບົກ
ໝວດ​ທີ 1
ລະບຽບການຈະລາຈອນທາງບົກ

ມາດຕາ 9 (ປັບປຸງ) ລະບຽບ​ການທົ່ວ​ໄປ

ໃນການຈະລາຈອນທາງບົກ ຢູ່ ສປປ ລາວ ໃຫ້ໃຊ້ກໍ້າຂວາ, ຜູ້ນຳໃຊ້ເສັ້ນທາງ ຕ້ອງໄປ ຕາມຊ່ອງຈະລາຈອນ ຕາມທິດທາງທີ່ກຳນົດ ແລະ ຕ້ອງປະຕິບັດຕາມກົດໝາຍສະບັບນີ້ ແລະ ກົດ ຈະລາຈອນຢ່າງເຂັ້ມງວດ.

ກົດຈະລາຈອນທາງບົກ ຕ້ອງໄດ້ຈັດເຂົ້າໃນຫຼັກສູດການຮຽນ-ການສອນ ໃນແຕ່ລະຊັ້ນຮຽນ ລວມທັງລະບົບອະນຸບານ, ສາມັນ ແລະ ວິຊາຊີບ ແລະ ຈັດ​ຕັ້ງ​ເຜີຍ​ແຜ່​ໃຫ້​ທົ່ວ​ສັງຄົມ​ໄດ້​ຮັບ​ຮູ້​ດ້ວຍ​ຫຼາຍ​ຮູບ​ການ.

ມາດຕາ 10 (ໃໝ່) ລະບຽບການ​ສໍາລັບຄົນຍ່າງ

ການຍ່າງຕາມທາງ ແລະ ຍ່າງຂ້າມທາງ ໃນຕົວເມືອງ, ເທດສະບານ ໃຫ້ປະຕິບັດ ດັ່ງນີ້:

– ຍ່າງໄປຕາມທາງ ທີ່​ໄດ້ກຳນົດໄວ້ສຳລັບໃຫ້ຄົນຍ່າງ, ຖ້າຫາກບໍ່ມີທາງສໍາລັບຄົນ ຍ່າງ ກໍ​ໃຫ້​ຍ່າງລຽບຕາມແຄມທາງ​ເບື້ອ​ງຊ້າຍ ເພື່ອໃຫ້ສາມາດແນມເຫັນລົດ ທີ່ແລ່ນເຂົ້າມາຫາຕົນ, ຖ້າຫາກມີຫຼາຍຄົນຍ່າງນຳກັນ ໃຫ້ຍ່າງຕາມຫຼັງກັນເປັນແຖວດຽວ ແລະ ແນບເຂົ້າແຄມທາງ ຍົກເວັ້ນ ການສວນສະໜາມ, ຂະບວນທາງການ, ຂະບວນແຫ່ພິທີທາງສາສະໜາ, ສົ່ງສະການ ຫຼື ຂະບວນ ຍ່າງອື່ນ ທີ່ໄດ້ຮັບອະນຸຍາດ;

– ຍ່າງຂ້າມຕາມທາງມ້າລາຍ, ບ່ອນມີໄຟສັນຍານ, ຂົວຂ້າມທາງ, ອຸໂມງ ຫຼື ບ່ອນ ທີ່ກຳນົດໄວ້, ຖ້າຫາກບໍ່ມີບ່ອນຂ້າມຕາມທີ່ໄດ້ກໍານົດໄວ້ນີ້ ໃຫ້ຍ່າງຂ້າມທາງຢູ່ບ່ອນທີ່ເຫັນວ່າມີຄວາມ ປອດໄພ.

ທຸກຄົນ ມີໜ້າທີ່ຊ່ວຍເຫຼືອ ເດັກນ້ອຍ, ຜູ້ເຖົ້າ, ຄົນພິການ ແລະ ຜູ້​ບໍ່​ສາ​ມາດຊ່ວຍ​ຕົນ​ເອງ​ໄດ້ໃນເວລາຍ່າງຂ້າມທາງ.

ມາດຕາ 11 (ປັບປຸງ) ລະບຽບການຄຸ້ມຄອງສັດລ້ຽງ​

ບໍ່ອະນຸຍາດໃຫ້ລ້ຽງ ແລະ ປ່ອຍ​ສັດ​ທຸກ​ຊະນິດ ​ຕາມ​ເສັ້ນທາງຫຼວງ.

ການ​​ເຄື່ອນຍ້າຍ​ສັດຕາມ​ເສັ້ນທາງ ຕ້ອງ​ມີ​ຜູ້​ຄວບ​ຄຸມ ​ແລະ ຕ້ອງປະຕິບັດ​ຕາມ​ກົດຈະລາ ຈອນ​.

​ໃນ​ກໍລະນີ ​ເກີດ​ອຸບ​ປະຕິ​ເຫດຍ້ອນສັດລ້ຽງ ​ເຈົ້າ​ຂອງ ຫຼື ຜູ້​ຄອບ​ຄອງສັດ ຕ້ອງ​ຮັບຜິດ ຊອບ​ຕໍ່​ຄວາມ​ເສັຍ​ຫາຍ ​ທີ່​ສັດລ້ຽງ​ນັ້ນໄດ້ກໍ່ຂຶ້ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ຂໍ້ຜູກພັນໃນ ສັນຍາ ແລະ ນອກສັນຍາ.

ຢູ່ບ່ອນທີ່ມີການລ້ຽງ ຫຼື ຍ້າຍສັດຕາມເສັ້ນທາງຢ່າງເປັນປະຈໍາ ຕ້ອງມີປ້າຍເຕືອນ ໃຫ້ລະ ວັງ​ສັດ ​ເພື່ອ​ໃຫ້ຜູ້ຂັບຂີ່ມີຄວາມລະມັດລະວັງ. ​ໃນ​ກໍລະນີເກີດ​ອຸບປະຕິ​ເຫດ​ໃນ​​ເຂດ​ທີ່​ມີ​ປ້າຍ​ເຕືອນນັ້ນ​ ຜູ້​ຂັບ​ຂີ່​ ຕ້ອງຮັບຜິດຊອບຕໍ່​ຄວາມ​ເສັຍ​ຫາຍ​ ທີ່​ເກີດ​ຂຶ້ນ.

ມາດຕາ 12 (ໃໝ່) ລະບຽບການສໍາລັບຜູ້ຂັບຂີ່

ຜູ້ຂັບຂີ່ຍານພາຫະນະທຸກຊະນິດ ມີ ໜ້າທີ່ ແລະ ຄວາມຮັບຜິດຊອບ ຕົ້ນຕໍ ດັ່ງນີ້:

– ຕ້ອງມີເອກະສານທີ່ຈໍາເປັນ ເປັນຕົ້ນ ໃບ​ຂັບ​ຂີ່, ໃບທະບຽນ, ໃບກວດກາເຕັກນິກ, ໃບເສັຍຄ່າທາງ, ໃບ​ປະ​ກັນໄພ; ​ສໍາລັບລົດຂົນສົ່ງສິນຄ້າ ແລະ ໂດຍສານ ຍັງຕ້ອງມີເອກະສານອື່ນ ທີ່ກ່ຽວຂ້ອງ;

– ກວດກາສະພາບເຕັກນິກລົດ ເປັນປະຈໍາ ເພື່ອຮັບປະກັນຄວາມປອດໄພ ແລະ ບໍ່ ໃຫ້ລົດເກີດຂັດຂ້ອງໃນເວລາເດີນທາງ;

– ໃຫ້ຄວາມຮ່ວມມື ແລະ ອໍານວຍຄວາມສະດວກໃນການກວດກາຂອງເຈົ້າໜ້າທີ່ ຄວບຄຸມການຈະລາຈອນທາງບົກ;

– ແຈ້ງເຈົ້າໜ້າທີ່ຕໍາຫຼວດຈະລາຈອນ, ໃຫ້ຄວາມຊ່ວຍເຫລືອແກ່ຜູ້ໄດ້ຮັບບາດເຈັບ ເມື່ອພົບເຫັນອຸບປະຕິເຫດ;

– ຢຸດ ແລະ ປ່ອຍທາງໃຫ້ແກ່ການສັນຈອນພິເສດ;

– ໃຫ້ບູລິມະສິດແກ່ຄົນຍ່າງຂ້າມທາງ;

– ຍົກຍ້າຍຍານພາຫະນະ ອອກຈາກ​ຊ່ອງ​ທາງ​ການ​ຈະລາຈອນໂດຍດ່ວນ ໃນ​ກໍລະ​ນີ​ຍານພາຫະນະ​ຕິດ​ຂັດ, ​ເປ່ເພ ຢູ່​ຕາມ​ເສັ້ນທາງ.

ສ່ວນພາກຕໍ່ໆໄປ ທາງກົດໝາຍວ່າດ້ວຍການຈະລາຈອນທາງບົກຈະມີແນວໃດແນ່ນັ້ນ ທ່ານຕ້ອງຕິດຕາມມື້ຕໍ່ໄປ.

ຂໍ້ມູນຈາກ: ຂັບຂີ່ປອດໄພ

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...