spot_img
Homeຂ່າວການສຶກສາເມືອງທ່າແຂກ ຫາລືກ່ຽວກັບພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ສຳລັບປະຊາຊົນໃນທົ່ວເມືອງ

ເມືອງທ່າແຂກ ຫາລືກ່ຽວກັບພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ສຳລັບປະຊາຊົນໃນທົ່ວເມືອງ

Published on

ໃນວັນທີ 29 ມີນາ 2o16 ຜ່ານມາ ຢູ່ທີ່ສະໂມສອນຫ້ອງວ່າການປົກຄອງເມືອງທ່າແຂກ ໄດ້ມີກອງປະຊຸມປຶກສາຫາລືກ່ຽວກັບວຽກງານຈັດພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ສຳລັບປະຊາຊົນໃນທົ່ວເມືອງ ໂດຍການເປັນປະທານຂອງທ່ານ ຄຳແປງ ດວງລາຕີ ຮອງເຈົ້າເມືອງໆທ່າແຂກ ແລະ ມີບັນດາທ່ານໃນຄະນະປະຈຳພັກເມືອງ-ກຳມະການພັກເມືອງ ບັນດາຫ້ອງການອ້ອມຂ້າງເມືອງ ຄະນະພັກຮາກຖານ 4 ກຸ່ມບ້ານ ແລະ ບັນດານາຍບ້ານ 91 ບ້ານໃນທົ່ວເມືອງເຂົ້າຮ່ວມ.

ທ່ານ ສອນມະນີ ສຸລິຍາເດດ ຫົວໜ້າຫ້ອງວ່າການປົກຄອງເມືອງ ໄດ້ເປັນກຽດຂຶ້ນຜ່ານຂໍ້ຕົກລົງຂອງເຈົ້າເມືອງໆທ່າແຂກ ວ່າດ້ວຍການແຕ່ງຕັ້ງຄະນະຊີ້ນຳ ແລະ ຄະນະກຳມະການຮັບຜິດຊອບພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງສຳລັບປະຊາຊົນໃນທົ່ວເມືອງທ່າແຂກ ເພື່ອໃຫ້ບັນດາອະນຸກຳມະການຕ່າງໆໄດ້ນຳເອົາເນື້ອໃນ ແລະ ແຜນວິທີການຈັດຕັ້ງປະຕິບັດ ໃນບັນດາວຽກງານທີ່ໄດ້ຖືກແຕ່ງຕັ້ງ ແລະ ຮັບຜິດຊອບ ເພື່ອເປັນການຂຶ້ນແຜນວິທີການຈັດຕັ້ງຂອງອະນຸກຳມະການດ້ານຕ່າງໆຢ່າງລະອຽດແລ້ວມາລາຍງານໃຫ້ຄະນະຊີ້ນຳ ຄະນະຮັບຜິດຊອບອີກເທື່ອນຶ່ງ.

ພ້ອມນັ້ນ ກອງປະຊຸມປຶກສາຫາລືໃນຄັ້ງນີ້ ບັນດາຜູ້ເຂົ້າຮ່ວມຍັງພ້ອມກັນປະກອບຄໍາຄິດ-ຄຳເຫັນຢ່າງກົງໄປກົງມາ ເພື່ອເຮັດໃຫ້ພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງສຳລັບປະຊາຊົນໃນທົ່ວເມືອງທີ່ຈະຈັດຂຶ້ນໃນມໍ່ໆນີ້ ໃຫ້ມີຜົນສຳເລັດທີ່ເຕັມໄປດ້ວຍຄວາມເປັນລະບຽບຮຽບຮ້ອຍ ມີຄວາມສະຫງົບ ແລະ ຈົບງາມ.
ແຫລ່ງຂ່າວຈາກ: ວິທະຍຸ-ໂທລະພາບນະຄອນຫຼວງ

ບົດຄວາມຫຼ້າສຸດ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ. ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ...

ປະທານປະເທດ ແລະ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບວ່າທີ່ ປະທານາທິບໍດີ ສ ອິນໂດເນເຊຍ ຄົນໃໝ່

ໃນຕອນເຊົ້າວັນທີ 6 ກັນຍາ 2024, ທີ່ສະພາແຫ່ງຊາດ ແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ...

ແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປກຊ-ປກສ ແຂວງບໍ່ແກ້ວ

ວັນທີ 5 ກັນຍາ 2024 ແຂວງບໍ່ແກ້ວ ໄດ້ຈັດພິທີປະກາດແຕ່ງຕັ້ງປະທານ ຮອງປະທານ ແລະ ກຳມະການ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງບໍ່ແກ້ວ ໂດຍການເຂົ້າຮ່ວມເປັນປະທານຂອງ ພົນເອກ...

ສະຫຼົດ! ເດັກຊາຍຊາວຈໍເຈຍກາດຍິງໃນໂຮງຮຽນ ເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 5 ກັນຍາ 2024 ຜ່ານມາ, ເກີດເຫດການສະຫຼົດຂຶ້ນເມື່ອເດັກຊາຍອາຍຸ 14 ປີກາດຍິງທີ່ໂຮງຮຽນມັດທະຍົມປາຍ ອາປາລາຊີ ໃນເມືອງວິນເດີ ລັດຈໍເຈຍ ໃນວັນພຸດ ທີ 4...