spot_img
Homeຂ່າວທ້ອງຖິ່ນປີ 2015 ​ເງິນ​ກີບ​ລາວ​ອອ່ນຄ່າ​ລົງ​ 0,7% ທຽບ​ໃສ່​ໂດ​ລາ​ສະ​ຫາ​ລັດ

ປີ 2015 ​ເງິນ​ກີບ​ລາວ​ອອ່ນຄ່າ​ລົງ​ 0,7% ທຽບ​ໃສ່​ໂດ​ລາ​ສະ​ຫາ​ລັດ

Published on

ໃນພິທີເຜີຍແຜ່ບົດລາຍງານຄາດຄະເນເສດຖະກິດຂອງທະນາຄານພັດທະນາອາຊີ  ADB ​ເມື່ອມໍ່ໆມານີ້, ນັກເສດຖະສາດ ADB ​ເປີ​​ເຜີຍວ່າ: ​ໃນປີ 2015 ຜ່ານມາອັດຕາເງິນຕາທີ່ສຳຄັນ​​ໃຊ້ໃນການຄ້າຂາຍຢູ່ ສປປລາວ,​ໂດຍສະເພາະແມ່ນເງິນກີບ​​ໄດ້ອອ່ນຄ່າລົງ​​ເມື່ອທຽບ​​ໃສ່ເງິນໂດລາສະຫະລັດ 0,7%, ​ແຕ່ວ່າໄດ້​​ແຂງຄ່າຂື້ນ 8,3% ​ທຽບໃສ່ເງິນບາດໄທ, ສຳລັບອັດຕາເງິນເຟີ້ລະເລ່ຍໃນປີ 2015 ​ແມ່ນຢູ່​​ໃນລະດັບ 1,3% ຊຶ່ງຖືເປັນອັດຕາທີ່ຕ່ຳທີ່ສຸດໃນຮອບ 6 ປີຜ່ານມາແລະ ປັດ​​ໄຈທທີ່ເຮັດໃຫ້ອັດຕາເງິນເຟີ້ຂອງປະເທດເຮົາຢູ່ໃນລະດັບຕ່ຳກໍຍ້ອນລາຄານ້ຳມັນແລະ ອາຫານໃນທົ່ວໂລກແມ່ນຕ່ຳລົງ, ບວກກັບການເຕີບໂຕຂອງສິນເຊື້ອກໍ່ຕ່ຳລົງ ​​ແລະ ການຄຸ້ມຄອງການເບີກຈ່າຍເງິນປະເທດມີຄວາມຮັດກຸມດີຂື້ນ, ຊຶ່ງທັງໝົດລວມແລ້ວແຕ່ເປັນການປະກອບສ່ວນທີ່ດີ ເພື່ອເຮັດໃຫ້ອັດຕາເງິນເຟີ້ຂອງປະເທດເຮົາຕ່ຳລົງ,ຂະນະທີ່ມັນຍັງສົ່ງຜົນໃຫ້ດຸນການຄ້າລະຫວ່າງປະເທດຂອງລາດີຂື້ນ,​ເຖິງວ່າມູນຄ້າການສົ່ງອອກຂອງລາວຈະຫຼຸດລົງ,​ແຕ່ອັດຕາການນ້ຳເຂົ້ກກໍຫຼຸດລົງເຊັ່ນດຽວກັນ,ຍ້ອນລາຄານ້ຳມັນຫລຸດລົງ, ແຕ່ເຖິງຢ່າງໃດກໍຕາມຖ້າຫາກລາຄານ້ຳມັນ​​ເພີ່ມຂື້ນກໍອາດຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີຂອງລາວເພີ່ມຂື້ນເຊັ່ນກັນ,​ ແຕ່ກົງກັນຂ້າມການດຸນການຄ້າລະຫວ່າງປະເທດຂອງລາວຍັງຈະສືບຕໍ່ດີຂື້ນເປັນລຳດັບ.

 

ແຫລ່ງຂ່າວຈາກ: laophatthananewspaper

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...