spot_img
Homeຂ່າວທ້ອງຖິ່ນມູນນິທິຊ່ວຍເຫຼືອຜູ້ປະສົບໄພສະຫວັນ ຕ້ອງການອຸປະກອນກູ້ໄພ

ມູນນິທິຊ່ວຍເຫຼືອຜູ້ປະສົບໄພສະຫວັນ ຕ້ອງການອຸປະກອນກູ້ໄພ

Published on

ດ້ວຍຄວາມພະຍາຍາມຂອງຫຼາຍຄົນ ໂດຍສະເພາະແມ່ນພີ່ນ້ອງສະຫວັນນະເຂດ ທີ່ຢາກໃຫ້ມີໜ່ວຍງານອາສາກູ້ໄພສະຫວັນນະເຂດ ແລະໃນທີ່ສຸດກໍມີຜູ້ໃຈບຸນຫຼາຍຄົນຮ່ວມມືກັນ ແລ້ວເກີດເປັນມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພສະຫວັນນະເຂດຂຶ້ນ ໂດຍເບື້ອງຕົ້ນໄດ້ມີຜູ້ໃຈດີອອກລົດຕູ້ຄັນໜຶ່ງເປັນພາຫະນະແລ້ວ ແລະກໍໄດ້ເຄື່ອນໄຫວຊ່ວຍເຫຼືອຜູ້ປະສົບໄພມາແລ້ວ ໂດຍສະເພາະແມ່ນການສົ່ງຜູ້ປະສົບໄພໄປໂຮງໝໍ ແຕ່ກໍບໍ່ສາມາດເຮັດຫຍັງໄດ້ຫຼາຍຍ້ອນວ່າຍັງຂາດເຂີນອຸປະກອນທີ່ຈຳເປັນອື່ນໆ ອີກ ນັ້ນກໍຄື:
1. ຕຽງຂາພັບໄດ້ ສຳລັບຂົນສົ່ງຄົນເຈັບຂຶ້ນ-ລົງລົດກູ້ໄພໄດ້ຢ່າງສະດວກ
2. ເຄື່ອງມືສຳລັບຕັດເຫຼັກແລະຖ່າງເຫຼັກໃນເວລາຊ່ວຍເຫຼືອຜູ້ປະສົບໄພທີ່ຕິດຢູ່ໃນລົດ ເຊິ່ງມີລາຄາຂ້ອນຂ້າງແພງຫຼາຍ.
ແລະເຄື່ອງມືອື່ນໆ ທີ່ຈຳເປັນອີກຈຳນວນໜຶ່ງ.

ດັ່ງນັ້ນ, ຈຶ່ງແຈ້ງຂ່າວນີ້ມາຍັງທ່ານຜູ້ໃຈບຸນທັງພາຍໃນແລະຕ່າງປະເທດ ຖ້າທ່ານໃດຫາກມີເງື່ອນໄຂດີ ຢາກສ້າງບຸນກຸສົນຊ່ວຍເຫຼືອຜູ້ສົບເຄາະຮ້າຍກໍສາມາດຕິດຕໍ່ພົວພັນໄປທີ່ໄດ້ທີ່ ມູນນິທິອາສາຊ່ວຍເຫຼືອຜູ້ປະສົບໄພສະຫວັນນະເຂດ ທີ່ໝາຍເລກໂທລະສັບ: 020 2828 5454 ຫຼືຕິດຕໍ່ໄປທີ່ເຟສບຸກ ນາງ ມຸກດາວັນ ສັນຕິພອນ (www.facebook.com/moukdavanyh) ໄດ້.

12939302_475008672700158_784147136_n
ຕຽງລໍ້ພັບສຳລັບຂົນສົ່ງຄົນເຈັບທີ່ກຳລັງຕ້ອງການດ່ວນ
12919083_475012012699824_2084897058_n
ເຄື່ອງມືຕັດແລະຖ່າງເຫຼັກ ທີ່ກຳລັງຕ້ອງການດ່ວນ

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...