spot_img
Homeຂ່າວການພັດທະນາອາ​ຊຽນ​ກຳ­ນົດ​ແຜນ​ເຊື່ອມ​ໂຍງ ແລະເປີດ​ເສລີ​ການ­ບິນ

ອາ​ຊຽນ​ກຳ­ນົດ​ແຜນ​ເຊື່ອມ​ໂຍງ ແລະເປີດ​ເສລີ​ການ­ບິນ

Published on

   ລະ­ຫວ່າງ​ວັນ​ທີ 29-31 ມີ­ນາ 2016 ທີ່​ໂຮງ­ແຮມ​ດອນ​ຈັນ​ພາ​ເລດ ນະ­ຄອນ­ຫຼວງ​ວຽງ​ຈັນ ສປປ ລາວ ເປັນເຈົ້າ­ພາບ​ຈັດ​ກອງ​ປະ­ຊຸມ​ຄະ­ນະ​ວິ­ຊາການ​ຂົນ­ສົ່ງ​ທາງ​ອາ­ກາດ​ອາ​ຊຽນ (ATWG) ຄັ້ງ​ທີ 33  ແລະ​ບັນ­ດາ​ກອງປະ­ຊຸມ​ທີ່​ກ່ຽວ­ຂ້ອງ​ໂດຍ​ພາຍ​ໃຕ້​ການເປັນ​ປະ­ທານ​ຂອງ​ທ່ານ ວັນ­ເພັງ ຈັນ­ທະພອນ ຫົວ­ໜ້າ​ກົມ​ການ­ບິນ​ພົນ​ລະ​ເຮືອນ, ຊຶ່ງ​ມີ​ຜູ້​ເຂົ້າ​ຮ່ວມ​ຈາກ​ບັນ­ດາ​ປະ­ເທດ​ສະມາ​ຊິກ​ອາ​ຊຽນ, ກອງ​ເລ­ຂາ​ອາ​ຊຽນ, ບັນ­ດາ​ສາຍ​ການ­ບິນ​ຈາກ​ປະ­ເທດ​ອາຊຽນ, ພ້ອມ​ກັນ​ນີ້​ກໍ​ມີ​ປະ­ເທດ​ຍີ່­ປຸ່ນ, ສະຫະ​ລັດ​ອາ­ເມ­ລິ­ກາ ແລະ​ທີມ​ງານ​ສະ­ໜັບສະ​ໜູນ​ໂຄງ­ການ​ພາຍ​ໃຕ້​ໂຄງ­ການເຊື່ອມ​ໂຍງ​ການ​ຂົນ­ສົ່ງ​ທາງ​ອາ­ກາດ​ລະຫວ່າງ ASEAN-EU ແລະ​ສາ​ມາ​ຄົມຂົນ­ສົ່ງ​ທາງ​ອາ­ກາດ​ສາ­ກົນ (IATA) ເຂົ້າ​ຮ່ວມ.

   ທ່ານ ວັນ­ເພັງ ຈັນ­ທະ​ພອນ ໃຫ້​ຮູ້​ວ່າ: ຈຸດ­ປະ­ສົງ​ຂອງ​ກອງ​ປະ­ຊຸມ​ໃນ​ຄັ້ງ​ນີ້ແມ່ນ​ເພື່ອ​ທົບ​ທວນ­ຄືນ​ຜົນ​ຂອງ​ກອງ​ປະຊຸມ ATWG ຄັ້ງ​ທີ 32 ທີ່​ຜ່ານ​ມາທີ່ຢາງ​ກຸງ, ປະ­ເທດ​ມຽນ​ມາພ້ອມ​ທັງ​ປືກສາ​ຫາ­ລື​ກັນ​ກ່ຽວ​ກັບ​ອົງ​ປະ­ກອບ​ທາງດ້ານ​ເສດ­ຖະ­ກິດ​ການ­ບິນ ແລະ​ເຕັກ­ນິກການ­ບິນ​ທີ່​ສຳ­ຄັນ​ໃນ​ການ​ເປີດ​ຕະ­ຫຼາດການ­ບິນ​ດຽວ​ອາ​ຊຽນ( ASEAN Single Aviation Market) ຂອງ​ປະ­ເທດສະ­ມາ­ຊິກ​ອາ​ຊຽນ​ກໍ​ຄືນະ­ໂຍ­ບາຍ​ການເປີດ​ກ້ວ​າງ​ນ່ານ​ຟ້າ​ອາ​ຊຽນຊຶ່ງ​ອົງ​ປະ­ກອບ​ທາງ​ດ້ານ​ເສດ­ຖະ­ກິດ​ການ­ບິນ​ປະ­ກອບ​ມີ​ຄື: ແຜນ​ຍຸດ​ທະ​ສາດ​ການ​ຂົນ­ສົ່ງທາງ​ອາ­ກາດ 2016-2025 ແຜນ​ດຳເນີນ​ງານ​ໄລ­ຍະ​ສັ້ນ-ກາງ 2016-2017 ຄວາມ​ຄືບ​ໜ້າ­ການ​ເປີດ​ກ້ວ​າງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ສິດ­ທິ​ການ​ທີ 5 ຄວາມ​ເປັນໄປ​ໄດ້​ການ​ສ້າງ​ແບບ​ຟອມ​ການ​ອອກອະ­ນຸ­ຍາດ​ຖ້ຽວ​ບິນ (Operating permit), ກົດ­ໝາຍ ​ວ່າ​ດ້ວຍ​ການ​ແຂ່ງ­ຂັນຢ່າງ​ເປັນ​ທຳ, ການ​ຄຸ້ມ​ຄອງ​ສິດ­ທິ​ຜູ້​ຊົມໃຊ້ ແລະ​ລະ­ບຽບ​ການ​ທີ່​ກ່ຽວ­ຂ້ອງ ໂດຍສະ­ເພາະ​ການ​ເປີດ​ນ່ານ​ຟ້າ​ຂອງ​ບັນ­ດາ ປະ­ເທດ​ອາ​ຊຽນ​ກັບ​ປະ­ເທດ​ຄູ່​ເຈລະ­ຈາ ເຊັ່ນ: ອາ​ຊຽນ-ຈີນ, ອາ​ຊຽນ-ຍີ່­ປຸ່ນ,ອາຊຽນ-ອີ​ຢູ, ອາ​ຊຽນ-ສ.ເກົາ­ຫຼີ, ອາຊຽນ-ອິນ​ເດຍ, ອາ​ຊຽນ-ຮົງ​ກົງ, ອາຊຽນ-ອາ­ເມ­ລິ­ກາແລະ​ອາ​ຊຽນ-ລັດ­ເຊຍ ສຳ­ລັບ​ອົງ​ປະ­ກອບ​ທາງ​ດ້ານ​ເຕັກນິກ​ການ­ບິນ​ທີ່​ສຳ­ຄັນ​ປະ­ກອບ​ມີ​ລະ­ບົບຕິດ­ຕາມ​ລະ­ບຽບ​ການ­ບິນ​ອາ​ຊຽນ,  ການປະ​ເມີນ​ຄວາມ​ປອດ​ໄພ​ຜູ້​ປະ­ຕິ­ບັດ​ງານການ­ບິນ​ອາ​ຊຽນ, ການ​ຮັບ​ຮູ້ຊຶ່ງ​ກັນ ແລະ​ກັນ​ກ່ຽວ​ກັບ​ການ​ອອກ​ໃບ­ຢັ້ງ­ຢືນ, ໃບ​ຮັບ­ຮອງ ແລະ​ໃບ​ອະ­ນຸ­ຍາດ​ການ​ຈັດຕັ້ງ​ປະ­ຕິ­ບັດ​ຈຸດ​ປະ­ສານ​ງານ​ກ່ຽວ​ກັບຄວາມ​ປອດ​ໄພ​ການ­ບິນ ແລະ​ແຜນ​ແມ່​ບົດ​ການ​ຄຸ້ມ​ຄອງ​ຈະ­ລາ­ຈອນ​ທາງ​ອາກາດ ແລະ​ຄວາມ​ເປັນ​ໄປ​ໄດ້​ການ​ສ້າງແບບ​ຟອມ​ການ​ອອກ​ອະ­ນຸ­ຍາດ​ຖ້ຽວ​ບິນ​ໂດຍ​ອີງ­ໃສ່​ແຜນ­ການ​ດຳ­ເນີນ​ງານ​ການ​ເຊື່ອມ​ໂຍງ​ຂະ­ແໜງ​ບໍ­ລິ­ການ​ຂົນ­ສົ່ງ​ທາງອາ­ກາດ​ທີ່​ໄດ້​ກຳ­ນົດ​ແຜນ​ປະ­ຕິ­ບັດ​ງານ​ກ່ຽວ​ກັບ​ການ​ເຊື່ອມ​ໂຍງ ແລະ​ການ​ເປີດເສລີ​ການ​ຂົນ­ສົ່ງ​ທາງ​ອາ­ກາດ​ເລີມ​ແຕ່​ປີ 2005-2015 ຊຶ່ງ​ແຜນ​ປະ­ຕິ­ບັດ​ງານດັ່ງ­ກ່າວ​ແມ່ນ​ໄດ້​້​ກຳ­ນົດ​ຂອບ​ການ​ເປີດກ້ວ​າງ​ສິດ­ທິ​ການ­ບິນທີ 3,4 ແລະ 5 ຢ່າງ​ເສລີ​ເຕັມ​ຮູບ​ແບບ.

ສ່ວນ​ການ​ບໍ­ລິ­ການ​ຜູ້­ໂດຍ­ສານ ແລະ ສິນ­ຄ້າ​ທາງ​ອາ­ກາດ​ພາຍ​ໃນ​ປະ­ເທດສະ­ມາ­ຊິກ​ອາ​ຊຽນເພື່ອ​ຮັບ­ຮອງ​ຕະ­ຫຼາດການ­ບິນ​ດຽວ​ອາ​ຊຽນ​ໝາຍ​ຄວາມ​ວ່າສາ­ມາດ​ຂົນ­ສົ່ງ​ຜູ້­ໂດຍ­ສານ ແລະ​ສິນ­ຄ້າທາງ​ອາ­ກາດ​ຈາກ​ຈຸດ​ໃດ​ໜຶ່ງ (ສະ­ໜາມບິນ​ສາ­ກົນ) ຂອງ​ປະ­ເທດ​ໃດ​ໜຶ່ງ​ໄປ​ອີກຈຸດ​ໜຶ່ງ​ຂອງ​ປະ­ເທດ​ອື່ນ ແລະ​ບິນ​ໄປ​ຕໍ່​ອີກຈຸດ​ໃດ​ໜຶ່ງ​ຂອງ​ປະ­ເທດ​ທີ 3 ກໍ​ຄື​ໃນ​ປະເທດ​ສະ­ມາ­ຊິກ​ອາ​ຊຽນ, ສຳ­ລັບ ສປປ ລາວ ເຮົາ​ແມ່ນ​ໄດ້​ກຳ­ນົດ 4 ສະ­ໜາມ​ບິນສາ­ກົນ (ວັດ​ໄຕ, ຫຼວງ​ພະ​ບາງ, ສະຫວັນ ແລະ​ ປາກ​ເຊ) ເປັນ​ສະ­ໜາມ​ບິນ​ທີ່​ຈະ​ຮອງ​ຮັບ​ເອົາ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ບັນດາ​ສັນ­ຍາ​ຫຼາຍ​ຝ່າຍ​ອາ​ຊຽນ​ວ່າ​ດ້ວຍການ​ຂົນ­ສົ່ງ​ຜູ້­ໂດຍ­ສານ ແລະ​ສິນ­ຄ້າ​ທາງອາ­ກາດ​ຢ່າງ​ເສລີ​ເຕັມ​ຮູບ​ແບບ​ກໍ​ຄື​ສັນຍາ​ກັບ​ບັນ­ດາ​ປະ­ເທດ​ຄູ່​ເຈລະ­ຈາ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...