spot_img
Homeຂ່າວຕ່າງປະເທດກຸ່ມຕາລີບັນ ຍິງລູກສອນໄຟ 3 ລູກ ໂຈມຕີລັດຖະສະພາ ອັບການິສະຖານ ໂຊກດີບໍ່ມີຜູ້ເຄາະຮ້າຍ!

ກຸ່ມຕາລີບັນ ຍິງລູກສອນໄຟ 3 ລູກ ໂຈມຕີລັດຖະສະພາ ອັບການິສະຖານ ໂຊກດີບໍ່ມີຜູ້ເຄາະຮ້າຍ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມີນາຜ່ານມານີ້ວ່າ ກຸ່ມກໍ່ການຮ້າຍຕາລີບັນ ໄດ້ອອກມາອ້າງວ່າ ເປັນຜູ້ຢູ່ເບື້ອງຫລັງກໍ່ເຫດ ຍິງລູກສອນໄຟ 3 ລູກ ໂຈມຕີອາຄານລັດຖະສະພາອັບການິສະຖານ ທີ່ນະຄອນຫລວງກາບູນ, ແນວໃດກໍຕາມ ບໍ່ມີຜູ້ໃດໄດ້ຮັບບາດເຈັບ ຫລື ເສຍຊີວິດຈາກເຫດການດັ່ງກ່າວ ໂດຍຕຶກສຳນັກງານລັດຖະສະພາ ໄດ້ຮັບຄວາມເສຍຫາຍພຽງເລັກໜ້ອຍເທົ່ານັ້ນ.

ເຈົ້າໜ້າທີ່ອັບການິສະຖານໄດ້ລາຍງານວ່າ ລູກສອນໄຟ 3 ລູກ ຖືກຍິງມາຈາກເປີ້ນພູແຫ່ງໜຶ່ງ ຫ່າງຈາກອາຄານລັດຖະສະພາ ຫລາຍຮ້ອຍແມັດ ໂດຍໃນຂະນະທີ່ເກີດເຫດ ບໍ່ໄດ້ມີການອົບພະຍົບເຈົ້າໜ້າທີ່ ອອກນອກອາຄານລັດຖະສະພາແຕ່ຢ່າງໃດ ຊຶ່ງສະມາຊິກສະພາຍັງຄົງດຳເນີນການປະຊຸມຕໍ່ ຕາມປົກກະຕິ.

 

ບົດຄວາມຫຼ້າສຸດ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...

ທ່ານ ເຫຼັກໄຫຼ ສີວິໄລ ລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ຍທຂ ພ້ອມຄະນະລົງຕິດຕາມເສັ້ນທາງ 2W ແຕ່ເມືອງໄຊ ຫາເມືອງ ປາກແບ່ງ ແຂວງອຸດົມໄຊ. ໃນວັນທີ 9 ສິງຫາ 2025...

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...