spot_img
Homeຂ່າວເຫດການຊາວໜຸ່ມ 5 ແຂວງພາກກາງ 6 ກະຊວງ ຮັດແໜ້ນຄວາມສາມັກຄີ

ຊາວໜຸ່ມ 5 ແຂວງພາກກາງ 6 ກະຊວງ ຮັດແໜ້ນຄວາມສາມັກຄີ

Published on

ຂປລ. ກອງ​ປະຊຸມ​ພົບ​ປະ​ມິດ​ຕະພາບ ຊາວໜຸ່ມ​ແຮກ​ສ່ຽວ 5 ​ແຂວງ​ພາກ​ກາງ 6 ກະຊວງ ຄັ້ງ​ທີ VI ​ຈັດ​ຂຶ້ນ​​ໃນ​ວັນ​ທີ 28 ມີນາ ນີ້ ທີ່​ຫໍ​ວັດທະນະທຳ​ແຫ່ງ​ຊາດ ​ໂດຍ​ການ​ເປັນ​ເຈົ້າພາບ​ຮ່ວມ​ ລະຫວ່າງ ກະຊວງປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ຖະ​ແຫລ​ງຂ່າວ, ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວ ​ແລະ ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໂດຍ​ທີ ທ່ານ​ນາງ ວິ​ໄລ​ວອນ ພັນທະ​ວົງ ຮອງ​ເລຂາ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວໜຸ່ມ ປະຊາຊົນປະຕິວັດ​ລາວ ​ແລະ ສະ ມາຊິກຊາວໜຸມ​ເຂົ້າ​ຮ່ວມ.

ກອງ​ປະຊຸມ​ໄດ້​ຕີ​ລາ​ຄືນ ການ​ພົວພັນ​ຮ່ວມ​ມື​ຕະຫລອດ ​ໄລຍະ 3 ປີ ຜ່ານ​ມາ ​ຂອງ​ຊາວໜຸ່ມ​ແຮກສ່ຽວ 5 ​ແຂວງ​ພາກ​ກາງ ຄື: ​ ນະຄອນ​ຫລວງ, ແຂວງ​ວຽງຈັນ, ​ບໍລິ​ຄຳ​ໄຊ, ຄຳ​ມວນ, ສະຫວັນ​ນະ​ເຂດ ​ແລະ 6 ກະຊວງ ​ ຄື: ກອງ​ຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງຖະ​ແຫລ​ງຂ່າວ, ວັດທະ​ນະ​ທຳ ​ແລະ ທ່ອງ​ທ່ຽວ , ກະຊວງ​ແຜນການ ​ແລະ ການ​ລົງທຶນ, ກະຊວງ​ສຶກສາທິການ ​ແລະ ກິລາ ​ແລະ ທະນາຄານ​ແຫ່ງ ສປປ ລາວ ​ວ່າ​ໄດ້​ມີ​ການ​ພົວພັນຮ່ວມ​ມື ​ໄປມາຫາສູ່​ຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ ​ໃນ​ເວລາ​ທີ່​ພົບ​ກັບ​ຄວາມ​ຫຍຸ້ງຍາກ ​ເປັນ​ຕົ້ນ​ແມ່​ນບັນຫາ ​ໄພພິບັດ​ທາງ​ທຳ​ມະ​ຊາດ ທີ່​ສ້າງ​ຄວາມ​ເສຍ​ຫາຍ​ແກ່​ແຂວງ​ຕ່າງໆ ກໍ​ໄດ້​ມີ​ການ​ລະດົມ​ຂົນ​ຂວາ​ຍ​ວັດຖຸ​ສິ່ງ​ຂອງຈຳນວນ ໜຶ່ງ​ໄປ​ຊ່ວຍ​​​ບັນ​ເທົາ​ທຸກ ນອກຈາ​ກນັ້ນ​ ຍັງ ​ໄດ້​ແລກປ່ຽນຖອດ​ຖອນ​ບົດຮຽນ​ເຊິ່ງກັນ ​ແລະ ກັນ ​ໃນ​ວຽກງານ​ຊີ້​ນຳ​ນຳພາ​ຊາວໜຸ່ມ-​ເຍົາວະ​ຊົນ ​ໃຫ້​ມີ​ຂະ​ບວນການ​ຄຶກຄື້ນ, ​ເຂັ້ມ​ແຂງປະກອບສ່ວນ​ເຂົ້າ​​ໃນ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງ ສາ​ພັດທະນາ​ປະ​ເທດ​ຊາດ, ນອກຈາກ​ນັ້ນ, ​ຍັງ​​ໄດ້​ເຮັດ​ກິດຈະກຳ​ຮ່ວມ​ກັນ​ເປັນ​ຕົ້ນ: ​ແຂ່ງຂັນ​ກິລາ​ມິດຕະພາບ, ສະ​ແດງ​ສີ​ລະ​ປະ​ວັນນະຄະດີ, ການ​ສາຍຮູບ​ເງົາ,  ການ​ຈັດ​ກິດ​ຈະ​ກຳ​ຖາມ-​ຕອບ ຄວາມ​ຮູ້ ​ແລະ ອື່ນໆ ອັນ​ໄດ້​ເຮັດ​ໃຫ້​ບັນດາ ຊາວໜຸ່ມ-​ເຍົາວະ​ຊົນ ຂອງ​ບັນດາ​ແຂວງ ​ແລະ ກະຊວງ​​ແຮກສ່ຽວ ຮູ້ຈັກ​ຮັກ​ແພງ​ກັນ​ກວ້າງ​ແຂວງ​ຫລາຍ​ຂຶ້ນ.

​​ໃນ​ຕໍ່ໜ້າຈະ​ສືບ​ຕໍ່​ປັບປຸງ ຄະນະ​ຊາວ​ນະ​ຊາວໜຸ່ມ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ ຕັ້ງໜ້າປະຕິບັດໜ້າທີ່​ວຽກງານ ຕາມ​ແນວທາງ​ການ​ປ່ຽນ​ແປງ​ໃໝ່ຂອງ​ພັກ ຄະນະ​ຊາວໜຸ່ມ ຈະ ​ຕ້ອງ​ໄດ້​ອອກ​​ແຮງ​ງານ ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ, ວິທີ​ການ​ເຮັດ​ວຽກ​ໃຫ້​ດີ​ຂຶ້ນ, ​ເຕົ້າ​​ໂຮມ​ຄວາມ​ສາມັກຄີ ປຸກລະດົມ​ຊີ້​ນຳ-​ນຳພາ ສະມາຊິກ​ຊາວໜຸ່ມ ຕັ້ງໜ້າສ້າງ​ຜົນງານ ​ແລະ ພັດທະນາ​ວຽກງານ​ຊາວໜຸ່ມ​ຢ່າງ​ບໍ່​ຢຸດ​ຍັ້ງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...