Homeຂ່າວຕ່າງປະເທດລະເບີດແຕກຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 65 ເຈັບອີກກ່ວາ 200 ຄົນ!

ລະເບີດແຕກຢູ່ປາກີສະຖານ ເສຍຊີວິດຢ່າງໜ້ອຍ 65 ເຈັບອີກກ່ວາ 200 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 28 ມີນານີ້ວ່າ ເກີດເຫດລະເບີດທີ່ສວນສາທາລະນະ ໃຈກາງເມືອງລາຮໍ ປະເທດປາກີສະຖານ ໃນວັນອາທິດທີ 27 ມີນາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 65 ຄົນ ແລະ ບາດເຈັບອີກ ກວ່າ 200 ຄົນ.  ເຫດລະເບີດດັ່ງກ່າວ ເກີດຂຶ້ນໃນເວລາຫົວຄ່ຳ ຊຶ່ງບໍລິເວນສວນສາທາລະນະ ຈຸດເກີດເຫດ ແມ່ນມີຜູ້ຄົນໜາແໜ້ນ ໂດຍເຈົ້າໜ້າທີ່ຕຳຫລວດປາກີສະຖານຄາດວ່າ ອາດເປັນລະເບີດຂ້າຕົວຕາຍ ມຸ່ງເປົ້າໂຈມຕີຄອບຄົວຊາວຄຣິສ ທີ່ພາກັນອອກມາສະເຫລີມສະຫລອງ ເທດສະການວັນອີສເຕີ.

 

ບົດຄວາມຫຼ້າສຸດ

ເຝົ້າລະວັງ-ຮັບມື ພະຍາດອີໂບລາ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນທະວີບອາຟຣິກາ (ລາວແມ່ນມີຄວາມສ່ຽງຕໍ່າ)

ໃນວັນທີ 03 ມິຖຸນາ 2026 ທີ່ຜ່ານມາ ທ່ານ ປອ. ດຣ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດອີໂບລາທີ່ເກີດຂຶ້ນໃນບັນດາປະເທດຢູ່ທະວີບອາຟຣິກາ. ພະຍາດອີໂບລາເປັນພະຍາດທີ່ຕິດຕໍ່ຈາກສັດສູ່ຄົນ ແລະ ເປັນພະຍາດທີ່ຕິດຕໍ່ຈາກຄົນສູ່ຄົນໄດ້...

ມ້າງແກ້ງສະແກມເມີຈີນ ເຈົ້າໜ້າເມືອງໄຊທານີ ເຂົ້າມ້າງແກ້ງສະແກມເມີ ກັກຕົວຜູ້ກະທຳຜິດ 24 ຄົນ ບ້ານຂຸດສາມບາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ

ໂດຍປະຕິບັດຕາມທິດຊີ້ນໍາຂອງທ່ານລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບຢ່າງເຂັ້ມງວດ ແລະ ເດັດຂາດ ໃນການສຸມໃສ່ສະກັດກັ້ນ, ຕ້ານ ແລະ ແກ້ໄຂບັນຫາອາຊະຍາກຳທາງໂທລະຄົມ ຫຼື ອາຊະຍາກຳທາງລະບົບຄອມພິວເຕີ ກໍຄື ການປາບປາມພວກສໍ້ໂກງຊັບທາງໂທລະຄົມ ຫຼື ແກ້ງສະແກມເມີ. ຄຽງຄູ່ກັນນັ້ນ,...

ປະທານປະເທດ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງສະໜາມບິນສາກົນຊ່ຽວຊານ ນະຄອນຫາງໂຈ  ແຂວງເຈີ້ຈ່ຽງ  ສປ ຈີນ

ໃນວັນທີ 02 ມິຖຸນາ 2026, ສະຫາຍ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ...