spot_img
Homeຂ່າວພາຍ​ໃນສະຫລຸບຜົນການແຂ່ງຂັນລາວພຣີເມຍລີກ ໃນວັນເສົາ ແລະ ວັນອາທິດທີ່ຜ່ານມາ

ສະຫລຸບຜົນການແຂ່ງຂັນລາວພຣີເມຍລີກ ໃນວັນເສົາ ແລະ ວັນອາທິດທີ່ຜ່ານມາ

Published on

ລາວພຣີເມຍລີກ 2016 ເປີດສາກການແຂ່ງຂັນອາທິດທຳອິດ ກໍ່ລະເບີດຄວາມມັນຄັບສະໜາມ ປີນີ້ເຫັນໄດ້ວ່າແຕ່ລະທີມມີການພັດທະນາສີມືການເຕະກ່ວາປີທີ່ຜ່ານມາ ແລະ ແຕ່ລະທີມຍັງອັດເຕັມຄວາມພ້ອມໃນການລົງສະໜາມຢ່າງເຕັມທີ່ ເຮົາຕ້ອງມາລຸ້ນມາເຊຍກັນວ່າອາທິດທີສອງຈະມີທີມໃດແຕ່ລົງແຂ່ງຂັນ ແລະ ຈະມັນດຸເດືອດຂະໜາດໃດແຟນບານຕ້ອງບໍ່ພາດ!

ສະຫລຸບຜົນການແຂ່ງຂັນໃນວັນເສົາ ແລະ ວັນອາທິດ
ວັນທີ 26 ມີນາ 2016 ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16) ອິສເຕີນສະຕາ ສະເຫມີ ໄອດີຊີ ຈຳປາສັກ 0-0 ເວລາ 16:00 ໂມງ.
– ກອງທັບ ສະເຫມີ ມະຫາວິທະຍາໄລແຫ່ງຊາດ 1-1 ທີ່ສະໜາມກິລາກອງທັບ (ຫຼັກ 5) ເວລາ 16:00 ໂມງ.
– ລ້ານຊ້າງ ຢູໄນເຕັດ ຊະນະ ປກສ 1-0 ທີ່ສະໜາມ ລ້ານຊ້າງ ສະເຕດ້ຽມ ເວລາ 18:00 ໂມງ ( ຖ່າຍທອດສົດ TVLAO )

+ ວັນອາທິດທີ 27 ມີນາ 2016
– ລາວໂຕໂຢຕ້າ ເອັຟຊີ ຊະນະ ຊີເອັສຊີ ຈຳປາ ເອັຟຊີ 2-0 ທີ່ສະໜາມເຈົ້າອານຸວົງ ເວລາ 17:00 ໂມງ ( ຖ່າຍທອດ    ສົດ TVLAO ).
– ຊ້າງນ້ອຍ ເອັຟຊີ ສະເຫມີ ໄຊທານີ ຊິຕີ ເອັຟຊີ 1-1 ເວລາ 15:30 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).
– ເອສຣາ ສະເຫມີ ວີເອັສວີ ຢູໄນເຕັດ 2-2 ເວລາ 18:00 ໂມງ ທີ່ສະໜາມກິລາແຫ່ງຊາດ (ຫຼັກ 16).
– ໄຟຟ້າລາວ ເອັຟຊີ ສະເຫມີ ສະຫວັນ ຢູໄນເຕັດ 1-1 ທີ່ສະໜາມ ລ້ານຊ້າງ ສະເຕດ້ຽມ ເວລາ 18:00 ໂມງ.

 

ແຫລ່ງຂ່າວຈາກ:

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...