spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ ສປຊ ລະບຸ ຂໍ້ຕົກລົງຢຸດຍິງຢູ່ເຢແມນ ຈະມີຜົນສັກສິດ ວັນທີ 10 ເມສານີ້ເປັນຕົ້ນໄປ!

ເຈົ້າໜ້າທີ່ ສປຊ ລະບຸ ຂໍ້ຕົກລົງຢຸດຍິງຢູ່ເຢແມນ ຈະມີຜົນສັກສິດ ວັນທີ 10 ເມສານີ້ເປັນຕົ້ນໄປ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ມີນາຜ່ານມານີ້ວ່າ ເມື່ອວັນ​ທີ 23 ມີນາ 2016 ທ່ານ Ismail Ould Cheikh Ahmed ທູດ​ພິ​ເສດຂອງ ອົງການ​ສະຫະ​ປະຊາ​ຊາດ ​ກ່ຽວ​ກັບ​ບັນ​ຫາເຢ​ແມນ ​ໄດ້ໃຫ້​ຮູ້​ວ່າ ຄຳ​ສັ່ງ​ຢຸດ​ຍິງ​ສະບັບ​ໜຶ່ງ​ ຈະຖືກຈັດຕັ້ງ​ປະຕິບັດ​ໃນ​ທົ່ວ​ປະ​ເທດເຢ​ແມນ ​ນັບ​ແຕ່​ວັນ​ທີ 10 ເມສາທີ່ຈະ​ມາ​ເຖິງນີ້ ກ່ອນ​ທີ່​ຮອບ​ເຈລະຈາ​ສັນຕິພາບ​ຄັ້ງໃໝ່​ ອາດຖືກກຳນົດຂຶ້ນເປັນເວລາໜຶ່ງອາທິດ ເພື່ອ​ແນ​ໃສ່​ຊຸກຍູ້​ບັນດາ​ມາດ​ຕະການ​ແກ້​ໄຂ​ດ້ານ​ການ​ເມືອງ ​ເຮັດໃຫ້ວິກິດການຢູ່​ປະ​ເທດ​ຕາ​ເວັນ​ອອກ​ກາງເບົາບາງລົງ.

ທ່ານ Ahmed ໄດ້ຢືນຢັນ​ວ່າ ບັນດາ​ຝ່າຍທີ່​ເປັນ​ປໍ​ລະ​ປັກກັນຢູ່​ເຢແມນ ​ໄດ້​ເຫັນ​ດີ​ເປັນ​ເອກ​ະພາບ​ ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຕິບັນດາ​ການ​ເຄື່ອນໄຫວທີ່​ເປັນ​ປໍ​ລະ​ປັກ​ກັນ ໃນ​ທົ່ວ​ປະ​ເທດ​ ​ເລີ່​ມແຕ່ເວລາ 0 ​ໂມງ ຂອງວັນ​ທີ 10 ເມສາເປັນຕົ້ນໄປ.

ຖະ​ແຫຼ​ງການ​ດັ່ງ​ກ່າວ​ຂອງ​ເຈົ້າ​ໜ້າ​ທີ່ສະຫະ​ປະຊາ​ຊາດ ​ໄດ້​ກາຍເປັນຄວາມຫວັງໃໝ່ ກ່ຽວ​ກັບ​ບາດກ້າວ​​ບັນລຸ​ສັນຕິພາບ ​ແນ​ໃສ່​ຢຸດຕິ​ການ​ປະ​ທະ​ກັນ ທີ່​ພວມ​ທຳລາຍ​ປະ​ເທດເຢ​ແມນ.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)