spot_img
Homeຂ່າວເຫດການກະຊວງແຜນການຯ ເພີ່ມທະວີວຽກງານ ຕິດຕາມກວດກາ ຕ້ານການສໍ້ລາດບັງຫລວງ!

ກະຊວງແຜນການຯ ເພີ່ມທະວີວຽກງານ ຕິດຕາມກວດກາ ຕ້ານການສໍ້ລາດບັງຫລວງ!

Published on

ຂປລ. ໃນກອງປະຊຸມ ວຽກງານກວດກາ ທົ່ວກະຊວງ ປະຈຳປີ 2015, ທ່ານ ສົມດີ ດວງດີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ​ໄດ້ຮຽກຮ້ອງ​​ໃຫ້ ຄະນະນຳແຕ່ລະຂັ້ນ, ສະມາຊິກພັກ, ພະນັກງານຫລັກແຫລ່ງ ຈົ່ງ​​ໄດ້ພ້ອມກັນ ເພີ່ມທະວີເອົາໃຈໃສ່ຕໍ່ວຽກງານ ຕິດຕາມກວດກາ ສະກັດກັ້ນແລະ ຕ້ານການສໍ້ລາດບັງຫລວງຕາມພາລະບົດບາດ, ໜ້າທີ່, ສິດທີ່ໄດ້ກຳນົດໄວ້ ໃນກົດລະບຽບຂອງພັກ​ ​ແລະ ກົດໝາຍຂອງລັດໃຫ້ຫລາຍຂຶ້ນເລື້ອຍໆເພື່ອຫັນວຽກງານກວດກາ ຂອງກະຊວງຜທໃຫ້ມີຄຸນນະພາ,​ ເຂັ້ມແຂງແລະ ທັນສະໄໝເທື່ອລະກ້າວ. ຍ້ອນວ່າວຽກງານດັ່ງກ່າວແມ່ນວຽກງານໜຶ່ງທີ່ສຳຄັນ ດັ່ງທີ່ ພັກ-​ລັດ ເຮົາຍາມໃດກໍໃຫ້ຄວາມສຳຄັນແລະໃຫ້ທັດສະນະ ຕໍ່ວຽກງານກວດກາ, ສະກັດກັ້ນແລະ ຕ້ານການສໍ້ລາດບັງຫລວງ ວ່າ: ການຕິດຕາມກວດກາແມ່ນໜຶ່ງໃນພາລະບົດບາດຕົ້ນຕໍ ແຫ່ງການນຳພາຂອງພັກ, ບໍ່ມີການກວດກາກໍໝາຍຄວາມວ່າບໍ່ມີການນຳພາ, ວຽກງານຕິດຕາມກວດກາແມ່ນວຽກທີ່ສອດຫ້ອຍເຂົ້າໃນ ທຸກຂົງເຂດວຽກງານ,​ ​ເປັນວຽກທີ່ຕ້ອງເຮັດເປັນປົກກະຕິແລະ ຂາດບໍ່ໄດ້ ສຳລັບການນຳພາ ຂອງພັກ-​ການຄຸ້ມຄອງບໍລິຫານລັດ; ການຈັດຕັ້ງພັກ-​ລັດ ທຸກຂັ້ນ, ສະມາຊິກພັກ, ພະນັກງານທຸກຄົນ ຕ້ອງຢູ່ພາຍໃຕ້ການກວດກາ.

ກອງ​ປະຊຸມວຽກງານ ກວດກາທົ່ວກະຊວງ ປະຈຳປີ 2015 ​ໄດ້ຈັດຂຶ້ນ ໃນວັນທີ 24 ມີນາ ນີ້ ຢູ່ ກະຊວງແຜນການແລະ ການລົງທຶນ, ​​ໂດຍມີ ຜູ້ຕາງໜ້າຈາກຄະນະ ກວດກາສູນກາງພັກ, ຄະນະປະຈຳພັກ, ຄະນະບໍລິຫານງານພັກແລະ ສະມາຊິກພັກ, ພະນັກງານຫລັກແຫລ່ງ ເຂົ້າຮ່ວມ 200 ກວ່າຄົນ ເພື່ອພ້ອມກັນປະກອບຄຳເຫັນ ໃສ່ຮ່າງບົດສະຫລຸບແລະ ຕີລາຄາການເຄື່ອນໄຫວ ວຽກງານກວດກາ ຂອງກະຊວງ ຜທໃນປີ 2015 ຜ່ານມາແລະ ຈະໄດ້ປຶກສາຫາລື ກ່ຽວກັບທິດທາງແຜນການ ເຄື່ອນໄຫວວຽກງານກວດກາໃນປີ 2016 ​ໂດຍຈະໄດ້ເພີ່ມທະວີ, ຍົກສູງຄຸນນະພາບ ຂອງວຽກງານກວດກາຕ້ານການສໍ້ລາດບັງຫລວງ ໃຫ້ດີກວ່າເກົ່າ ສາມາດຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການ ໜ້າທີ່ການເມືອງໃນໄລຍະ​​ໃໝ່, ​ເປັນການກະຕຸກຊຸກຍູ້ ການເຄື່ອນໄຫວວຽກງານ ຂອງບັນດາກົມ, ຫ້ອງການ, ສະຖາບັນ, ສູນສະຖິຕິແຫ່ງຊາດແລະ ສູນຝຶກອົບຮົມ ທີ່ຂຶ້ນກັບຄວາມຮັບຜິດຊອບ ຂອງກະຊວງ ຜທໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ຕາມແນວທາງ ນະໂຍບາຍຂອງພັກແລະ ສອດຄ່ອງກັບກົດໝາຍຂອງລັດເຮັດໃຫ້ການເຄື່ອນໄຫວວຽກງານ ມີຄວາມໂປ່ໃສແລະ ສາມາດກວດກາໄດ້.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...