Homeອຸບັດເຫດແລະປາກົດການຫຍໍ້ທໍ້ພໍ່​ເມົາ​ຢາ​ບ້າໃຊ້​ພ້າ​ປາດ​ຄໍ​ລູກ

ພໍ່​ເມົາ​ຢາ​ບ້າໃຊ້​ພ້າ​ປາດ​ຄໍ​ລູກ

Published on

 

ເກີດ​ເຫດ​ເສົ້າ ແລະ​ສະ­ເທືອນ​ໃຈຂອງ​ປະ­ຊາ­ຊົນ​ທີ່​ເຫັນ​ເຫດ­ການ ແລະ ຫຼາຍໆ​ຄົນ​ທີ່​ຮູ້​ຂ່າວ ເມື່ອ​ຜູ້​ເປັນ​ພໍ່​ຄວບ​ຄຸມສະ­ຕິ​ບໍ່​ໄດ້​ໃຊ້​ພ້າ​ປາດ​ຄໍ​ລູກ​ຊາຍ​ໄວ 2 ເດືອນ​ເສຍ​ຊີ­ວິດ​ຄາ​ທີ່.

ທ່ານ ພັຕ ວົງ​ລະ­ຄອນ ປະ­ທຸມ​ມະແສງ ຮອງ​ຫົວ­ໜ້າ​ຫ້ອງ­ການ​ຕຳ­ຫຼວດແຂວງ​ອັດ​ຕະ​ປື ໄດ້​ໃຫ້​ສຳ­ພາດ​ຜ່ານ​ທາງໂທລະ­ສັບ​ຕໍ່​ນັກ​ຂ່າວ​ເສດ­ຖະ­ກິດ-ສັງ­ຄົມ ວ່າ: ໃນ​ວັນ​ທີ 15 ມີ­ນາ 2016 ຜ່ານ​ມາ ໄດ້​ຮັບ​ລາຍ​ງານ​ວ່າ​ມີ​ເຫດ​ຄາ­ຕະ­ກຳເກີດ​ຂຶ້ນ​ທີ່ບ້ານ​ວຽງ ເມືອງ​ພູ​ວົງ ແຂວງອັດ​ຕະ​ປື ເມື່ອ​ໄດ້​ຮັບ​ລາຍ​ງານ​ເຈົ້າ​ໜ້າຊຸດ​ສືບ­ສວນ-ສອບ​ສວນ​ໄດ້​ລົງ​ສົມ­ທົບກັບ ປກສ ເມືອງ ແລະ​ອຳ­ນາດ​ການ​ປົກຄອງ​ບ້ານ​ທັນ­ທີ ເຮັດ​ໃຫ້​ສາ­ມາດ​ຈັບ​ຕົວຜູ້​ກະ­ທຳ​ຜິດ​ໄດ້​ທັນ​ການ, ຜ່ານ​ການ​ສືບສວນ-ສອບ​ສວນ​ໃນ​ເບື້ອງ​ຕົ້ນ​ຈິ່ງ​ຮູ້​ວ່າ: ຜູ້​ກະ­ທຳ​ຜິດ​ຊື່­ວ່າ ທ້າວ ກັນ ອາ­ຍຸ 35 ປີ ປະ­ຊາ­ຊົນ​ພາຍ​ໃນ​ບ້ານ​ດັ່ງ­ກ່າວ ຊຶ່ງ​ເປັນຜົວ​ຂອງ​ນາງ ແລ້ງ ອາ­ຍຸ 25 ປີ, ທັງ 2 ມີ​ລູກ​ຮ່ວມ​ກັນ 2 ຄົນ, ໃນ​ນັ້ນ ຜູ້​ເສຍ​ຊີ­ວິດກໍ​ເປັນ​ລູກ​ຊາຍ​ຂອງ​ຜູ້­ກ່ຽວ​ເອງ ຊຶ່ງ​ມີ​ອາ ຍຸ​ໄດ້​ພຽງ 2 ເດືອນ.

ສຳ­ລັບ​ແຮງ​ຈູງ​ໃຈ ແລະ​ສາ­ເຫດ​ຂອງການ​ກໍ່​ເຫດ​ຄາ­ຕະ­ກຳ​ໃນ​ຄັ້ງ​ນີ້​ທາງ​ເຈົ້າໜ້າ­ທີ່​ໃຫ້​ຮູ້​ໃນ​ເບື້ອງ​ຕົ້ນ​ວ່າ: ເກີດ​ມາ​ຈາກການ​ຄວບ​ຄຸມ​ສະ­ຕິ​ບໍ່​ໄດ້ ເນື່ອງ​ຈາ​ກວ່າຜູ້­ກ່ຽວ​ໄດ້​ເສບ​ຢາ​ບ້າ ແລະ​ບໍ່​ໄດ້​ນອນ​ຕິດຕໍ່​ກັນ​ມາເປັນ​ເວ­ລາ​ຫຼາຍ​ວັນ​ເລີຍ​ເກີດພາບ​ຫຼອນ ຈິ່ງ​ລົງ­ມື​ກໍ່​ເຫດ​ດັ່ງ­ກ່າວ.

ແນວ­ໃດ​ກໍ​ດີ ຄະ­ດີ​ດັ່ງ­ກ່າວ​ແມ່ນ​ຍັງຢູ່​ໃນ​ລະ­ຫວ່າງ​ການ​ສືບ­ສວນ-ສອບ​ສວນເພີ່ມ​ເຕີມ​ຂອງ​ເຈົ້າ​ໜ້າ­ທີ່ເພື່ອ​ໄຫ້​ໄດ້​ພະຍານ​ຫຼັກ​ຖານ​ຄົບ​ຖ້ວນ​ນຳ­ໄປ​ປະ­ກອບສຳ­ນວນ​ຄະ­ດີ​ສົ່ງ​ໃຫ້​ໄອ​ຍະ​ການ​ສັ່ງ​ຟ້ອງຂຶ້ນ​ສານ​ຕັດ­ສິນ​ລົງ­ໂທດ​ຕາມ​ລະ­ບຽບກົດ­ໝາຍ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...