Homeຂ່າວການພັດທະນາ23 ມີນາ ຈະວາງສະແດງ ສິນຄ້າເຟີນິເຈີ ທີ່ວຽງຈັນເຊັນເຕີ

23 ມີນາ ຈະວາງສະແດງ ສິນຄ້າເຟີນິເຈີ ທີ່ວຽງຈັນເຊັນເຕີ

Published on

    ກຽມ​ງານ​ສະ­ແດງ​ສິນ­ຄ້າ​ເຟີ​ນິ​ເຈີວຽງ​ຈັນ​ຄັ້ງ​ທີ 1 ປະ­ຈຳ ປີ 2016, ທີ່​ວຽງ​ຈັນ​ເຊັນ​ເຕີໃນ​ລະ­ຫວ່າງ​ວັນ​ທີ 23 ມີ­ນາ​ຫາ 1 ເມ­ສາ 2016 ນີ້, ດັ່ງ­ນັ້ນທາງ​ສະ­ມາ­ຄົມແລະ​ເຈົ້າ​ຂອງ​ສະ​ຖາ​ທີ່ຈິ່ງ​ຮ່ວມ​ກັນ​ອອກມາ​ຖະ­ແຫຼງ​ຂ່າວ​ຕໍ່​ສື່​ມ່ວນ​ຂົນເພື່ອ​ໂຄ­ສະນາ​ເຜີຍ­ແຜ່​ໃຫ້​ມວນ​ຊົນ​ຮັບ​ຮູ້ ແລະ​ເຂົ້າໄປ​ຊື້​ສິນ­ຄ້າ​ເຟີ​ນິ​ເຈີ​ໃນ​ງານ​ຄັ້ງ​ນີ້.

    ພິ­ທີ​ຖະ­ແຫຼງ​ຂ່າວ​ຈັດ​ຂຶ້ນ​ມື້­ວານ​ນີ້ຢູ່​ທີ່​ສູນ ການ​ຄ້າ​ວຽງ​ຈັນ​ເຊັນ​ເຕີ, ເຂົ້າ​ຮ່ວມ​ໃນການ​ຖະ­ແຫຼງ​ຂ່າວ​ຄັ້ງ​ນີ້​ມີ​ທ່ານ ຄຳ​ໄພ ສົມ​ຊະ­ນະປະ­ທານ​ສະ­ມາ­ຄົມ​ເຟີ​ນິ​ເຈີ​ລາວ, ທ່ານ ສົມ­ບັດ ສີ​ຣິ​ພອນ​ວິ­ທະ­ຍາ ຜູ້​ອຳ­ນວຍການ​ການ​ໃຫຍ່​ວຽງ​ຈັນ​ເຊັນ​ເຕີ, ທ່ານ ກອງ​ມາ­ລາ ພົມ­ມາ​ໄລ ຮອງ​ປະ­ທານ ສະມາ​ຄົມ​ເຟີ​ນິ​ເຈີພ້ອມ​ຜູ້​ປະ­ກອບ​ການ​ເຟີ​ນິ ເຈີ ແລະ​ສື່​ມວນ​ຊົນ​ທຸກ​ຂະ­ແໜງ­ການ​ເຂົ້າ​ຮ່ວມ.

ເປົ້າ​ໝາຍ​ການ​ຈັດ​ງານ​ຄັ້ງ​ນີ້ແມ່ນ​ເພື່ອສົ່ງ­ເສີມ​ການ​ຊື້​ການ​ຂາຍ­ຂອງ​ຜູ້​ປະ­ກອບການ, ໃນ​ລວງ​ດຽວ​ກັນຍັງ​ເປັນ​ການ​ຜັນຂະ­ຫຍາຍ​ນະ­ໂຍ­ບາຍ​ສົ່ງ­ເສີມ​ການ​ຜະ­ລິດສິນ­ຄ້າ​ຈາກ​ໄມ້​ລາວໃຫ້​ເຂົ້າ​ເຖິງ​ຕະ­ຫຼາດພາຍ​ໃນ ແລະ​ສາ­ກົນທັງ​ເປີດ​ໂອ­ກາດ​ໃຫ້ແຕ່​ລະ​ໂຮງ­ງານ​ໄດ້​ສຶກ​ສາ​ຖອດ​ຖອນ​ບົດຮຽນ​ນຳ​ກັນເພື່ອ​ເຮັດ​ໃຫ້​ວຽກ​ງານ​ເຟີ​ນິເຈີ​ລາວ​ພັດ­ທະ­ນາ​ກ້າວ​ໄກ​ສູ່​ສາ­ກົນ.

ທ່ານ ຄຳ​ໄພ ສົມ​ຊະ­ນະ ກ່າວ​ວ່າ: ນີ້​ກໍ ເພື່ອ​ເຕົ້າ­ໂຮມ​ຄວາມ​ສາ­ມັກ­ຄີ​ຂອງ​ບັນ­ດາໂຮງ­ງານ​ເຟີ​ນິ​ເຈີ​ທີ່​ມີ​ຄວາມ​ຈິງ​ໃຈ​ເຮັດ ແທ້​ທຳ​ຈິງ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ແນວ­ທາງ​ນະ­ໂຍ­ບາຍ​ຂອງ​ພັກ​ຂອງ​ລັດ ປຸ້ມ­ລຸມ​ສາ​ມັກ​ຄິ​ກັນ​ເຮັດ​ໃຫ້​ສິນ­ຄ້າ​ເຟີ​ນິ​ເຈີ ລາວ​ກາຍ­ເປັນ​ທີ່​ຍອມ­ຮັບ​ຂອງ​ຕະ­ຫຼາດ ທັງ​ພາຍ​ໃນ ແລະ​ຕ່າງ­ປະ­ເທດ ຖ້າ​ຫາ​ກວ່າ​ບໍ່​ປຸ້ມ­ລຸມ​ສາ­ມັກ­ຄີ​ກັນ​ຕ່າງ​ຝ່າຍ​ຕ່າງ​ເຮັດ ເຮົາ​ກໍ​ຈະ​ບໍ່​ມີ​ຄວາມ​ເຂັ້ມ­ແຂງ​ໄດ້​ຈັກ ເທື່ອ, ຖ້າ​ເປັນ​ແນວ​ນັ້ນ​ເຮົາ​ຈະ​ເອົາ​ຫຍັງ ໄປ​ວາງ­ສະ­ແດງ​ໄປ​ແຂ່ງ­ຂັນ​ກັບ​ເຂົາ­ເຈົ້າ ຊຶ່ງ​ເທື່ອ​ນີ້​ກໍ​ໄດ້​ເຊື້ອ​ເຊີນ​ເອົາ​ຜູ້​ປະ­ກອບ​ການທັງ­ຫຼາຍ​ນຳ​ເອົາ​ສິນ­ຄ້າ​ຕົນ​ເອງ​ມາ​ວາງ ຂາຍ​ສ້າງ​ຄວາມ​ຫຼາກ​ຫຼາຍ​ດ້ານ​ສິນ­ຄ້າ ເພື່ອ​ສ້າງ​ຄວາມ​ຕື່ນ​ຕາ​ຕື່ນ​ໃຈ​ໃຫ້​ກັບ​ລູກ​ຄ້າ​ທີ່​ເຂົ້າ​ມາ​ທ່ຽວ​ຊົມ​ງານ​ໄດ້​ຈັບ​ຈ່າຍ​ຊື້ ສິນ­ຄ້າ​ຕາມ​ຄວາມ​ຕ້ອງ­ການ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...