ອາຍຸຄວາມໃນການຮ້ອງ ຟ້ອງຄະດີທາງອາຍາແມ່ນຫຍັງ? ມື້ນີ້ຜູ້ຂຽນຈະຂໍອະທິບາຍ ແລະລົງເລິກກ່ຽວກັບອາຍຸຄວາມໃນການ ຮ້ອງຟ້ອງທາງອາຍາ,
ໃນທຸກຄະດີອາຍາບໍ່ວ່າຈະເປັນຄະດີໜັກ ຫຼື ເບົາກໍຕາມຕ່າງກໍມີອາຍຸຄວາມໃນການຮ້ອງຟ້ອງ ທັງນັ້ນ ອາຍຸຄວາມໃນການຮ້ອງຟ້ອງແມ່ນເວລາທີ່ໂຈດກ່າວຟ້ອງ ຫຼື ຜູ້ເສຍຫາຍສາມາດແຈ້ງຄວາມເພື່ອໃຫ້ເຈົ້າໜ້າທີ່ຕຳຫຼວດດຳເນີນຄະດີກັບຜູ້ກະທຳຜິດໄດ້, ແຕ່ຖ້າຫາກວ່າໂຈດ ຫຼື ຜູ້ເສຍຫາຍບໍ່ແຈ້ງ ຫຼື ບໍ່ດຳເນີນການໃນທາງກົດໝາຍກັບຜູ້ກະທຳຜິດ ໃນໄລຍະເວລາທີ່ກຳນົດໄວ້ ໂທດທີ່ ຜູ້ກະທຳຜິດທີ່ໄດ້ກະທຳໄວ້ກໍຈະຕົກໄປ.
ອີງຕາມກົດໝາຍອາຍາລາວ ແລ້ວ ໄດ້ກຳນົດລະດັບປະເພດຂອງ ການກະທຳຜິດອອກເປັນ 3 ລະດັບດ້ວຍກັນ ຊຶ່ງໃນແຕ່ລະລະດັບກໍມີ ອາຍຸຄວາມໃນການຮ້ອງຟ້ອງທີ່ແຕກຕ່າງກັນອອກໄປຄື
1. ການກະທຳຜິດໃນສະຖານລະຫຸໂທດ ຫຼື ໂທດເບົາ ຊຶ່ງສະຖານການກະທຳຜິດດັ່ງກ່າວກົດໝາຍແມ່ນກຳນົດ ໂທດຕຳນິວິຈານ ຕໍ່ໜ້າມະຫາຊົນ ຫຼື ໂທດປັບໃໝ ຊຶ່ງໃນການກະທຳຜິດລະດັບນີ້ແມ່ນມີອາຍຸຄວາມໃນການຮ້ອງຟ້ອງໜຶ່ງປີ, ຍົກຕົວຢ່າງ ການເປັນແພດເຖື່ອນທີ່ລະບຸວ່າ “ບຸກຄົນຜູ້ໃດທີ່ບໍ່ໄດ້ຮັບອະນຸຍາດ ປິ່ນປົວຢ່າງເປັນທາງການຫາກໄດ້ປິ່ນປົວຄົນເຈັບ ເພື່ອຫາລາຍໄດ້ຈະຖືກປັບໃໝແຕ່ 1 ແສນກີບ 5 ແສນກີບ” ຊຶ່ງໃນຕົວຢ່າງດັ່ງກ່າວນີ້ ຖ້າ ພົບເຫັນການກະທຳຜິດ ຫຼື ຮ່ອງຮອຍຂອງການກະທຳຜິດ ແມ່ນຈະມີອາຍຸຄວາມໃນການຮ້ອງຟ້ອງ 1 ປີ ນັບແຕ່ມື້ທີ່ໄດ້ມີການກະທຳຜິດ.
- ການກະທຳຜິດໃນສະຖານ ໂທສານຸໂທດ ແມ່ນການກະທຳໃນລະດັບປານກາງ ຊຶ່ງກົດໝາຍໄດ້ກຳນົດໂທດຕັ້ງແຕ່ໂທດດັດສ້າງ ໂດຍບໍ່ຕັດອິດສະຫຼະພາບ ຫຼື ໂທດຕັດອິດສະຫຼະພາບແຕ່ 3 ເດືອນຫາ 10 ປີ ແລະໂທດປັບໃໝ ສຳລັບການກະທຳຜິດໃນລະດັບດັ່ງກ່າວ ນີ້ມີອາຍຸຄວາມໃນການຮ້ອງຟ້ອງແຕ່ 7 ປີ ຍົກຕົວຢ່າງ ໃນມາດຕະ 126 ຂອງກົດໝາຍອາຍາວ່າດ້ວຍ ການທຳມິດສະຈານ ຫຼື ການທີ່ຜົວ ຫຼື ເມຍມີຊູ້ນັ້ນຕາມກົດໝາຍລາວ ແລ້ວການກະທຳຜິດດັ່ງກ່າວຈະ ຖືກລົງໂທດຕັດອິດສະຫຼະພາບແຕ່ 3 ເດືອນຫາ 1 ປີ ຫຼື ດັດສ້າງໂດຍ ບໍ່ຕັດອິດສະຫຼະພາບ ແລະຈະຖືກ ປັບໃໝແຕ່ 5 ແສນກີບ 5 ລ້ານກີບ ການກະທຳຜິດໃນກໍລະນີດັ່ງກ່າວ ນີ້ແມ່ນມີອາຍຸຄວາມໃນການຮ້ອງຟ້ອງ, ເຊັ່ນ: ຫາກຜົວ ຫຼື ເມຍຈະຟ້ອງ ຫຼື ດຳເນີນຄະດີຄວາມກັບອີກຝ່າຍໜຶ່ງນັ້ນ, ຜົວ ຫຼື ເມຍ ຝ່າຍທີ່ເສຍຫາຍສາມາດຟ້ອງ ຫຼື ມີເວລາໃນການຟ້ອງດົນເຖິງ 7 ປີ ຍິ່ງໄປກວ່ານີ້ ການທຳມິດສະຈານແມ່ນ ການກະທຳຜິດທີ່ຖ້າຫາກໄດ້ມີ.
ການຮ້ອງຟ້ອງ ເພື່ອໃຫ້ເຈົ້າໜ້າທີ່ຕຳຫຼວດດຳເນີນຄະດີແລ້ວຜົວ ຫຼື ເມຍຜູ້ທີ່ເສຍຫາຍບໍ່ສາມາດຖອນຄຳຮ້ອງຟ້ອງ ດັ່ງກ່າວ ຫຼື ຮຽກຮ້ອງໃຫ້ມີການຢຸດເຊົາການດຳເນີນຄະດີໄດ້ເນື່ອງຈາກໃນກໍລະນີ ດັ່ງກ່າວຖືເປັນກໍລະນີທີ່ໄອຍະການເປັນໂຈດ ຫຼື ເວົ້າອີກຢ່າງໜຶ່ງກໍຄື ລັດຈະເຂົ້າມາທຳໜ້າທີ່ເປັນໂຈດ ບໍ່ແມ່ນບຸກຄົນທຳມະດາດັ່ງນັ້ນ ບຸກຄົນທຳມະດາບໍ່ສາມາດສັ່ງໃຫ້ຢຸດເຊົາການດຳເນີນຄະດີໄດ້ນອກ ຈາກນີ້ ກໍຍັງມີຫຼາຍກໍລະນີທີ່ມີຫຼາຍຄົນເຂົ້າໃຈຜິດຕໍ່ກົດໝາຍເຊັ່ນເຂົ້າໃຈຜິດວ່າຫາກເຮັດບົດບັນທຶກຂັ້ນບ້ານ ຫຼື ຂັ້ນພື້ນຖານແລ້ວຈະຖືໄດ້ວ່າເປັນການສິ້ນສຸດຂະບວນການທາງກົດໝາຍໄດ້ ຫຼື ຫາກໄດ້ເຮັດບົດບັນທຶກວ່າບໍ່ເອົາເລື່ອງບໍ່ເອົາຄວາມນຳອີກຢ່າງໜຶ່ງແລ້ວກໍຈະມີຜົນສັກສິດທີ່ໃຊ້ໄດ້ໃນທາງກົດໝາຍໂລດແຕ່ໃນຄວາມຈິງແລ້ວ ກົດໝາຍບໍ່ໄດ້ຮັບຮູ້ການໄກ່ເກ່ຍ ດັ່ງກ່າວແຕ່ຢ່າງໃດຫາກຝ່າຍທີ່ຕົກລົງວ່າຈະບໍ່ເອົາເລື່ອງ ຫຼື ບໍ່ດຳເນີນຄະດີນັ້ນຫາກໄດ້ມີການປ່ຽນໃຈແລ້ວ ແລະການກະທຳຜິດດັ່ງກ່າວຍັງຢູ່ໃນອາຍຸຄວາມໃນການຮ້ອງຟ້ອງແລ້ວຝ່າຍນັ້ນກໍຍັງສາ ມາດຮ້ອງຟ້ອງ ຫຼື ແຈ້ງຄວາມຕໍ່ ເຈົ້າໜ້າທີ່ຕຳຫຼວດໃຫ້ດຳເນີນຄະດີຕາມກົດໝາຍເພື່ອເອົາຜິດກັບອີກຝ່າຍໜຶ່ງໄດ້ທຸກເມື່ອພາຍໃນກຳນົດອາຍຸຄວາມທີ່ຍັງເຫຼືອແຕ່ຢ່າງໃດກໍຕາມການກະທຳຜິດທີ່ລະບຸໄວ້ໃນມາດຕາ 25 ຂອງກົດໝາຍອາ ຍາເຊັ່ນການກະທຳຜິດ ຊຶ່ງຈຳເປັນ ຕ້ອງມີຄຳຮ້ອງຟ້ອງຂອງຜູ້ຖືກເສຍຫາຍເຊັ່ນການທຳຮ້າຍຮ່າງກາຍລະຫວ່າງຍາດໃກ້ຊິດທີ່ບໍ່ມີບາດເຈັບສາຫັດ ຫຼື ບໍ່ເສຍອົງຄະ, ການນິນທາ, ການໃສ່ຮ້າຍ, ການປ້ອຍດ່າ, ການໝິ່ນປະມາດຊາກສົບ ຫຼື ຊື່ສຽງຂອງຜູ້ຕາຍ, ການກະທຳຜິດຕໍ່ກຳມະສິດສ່ວນຕົວຂອງ ຍາດໃກ້ຊິດການລ່ວງລະເມີດເຄຫາສະຖານ ແລະການລ່ວງລະເມີດຄວາມລັບສ່ວນຕົວໃນກໍລະນີຕາມມາດຕາ 25 ນີ້ຖືວ່າບຸກຄົນທຳມະດາສາມາດຮ້ອງຟ້ອງ ແລະເມື່ອມີການຮ້ອງຟ້ອງແລ້ວກໍສາມາດ ຖອນຄຳຮ້ອງຟ້ອງໄດ້ ຫຼື ຂໍໃຫ້ຢຸດເຊົາການດຳເນີນຄະດີໄດ້.
ສ່ວນການກະທຳຜິດໃນສະຖານຄະລຸໂທດແມ່ນປະເພດການກະທຳຜິດທີ່ມີໂທດໜັກທີ່ສຸດຄື ໂທດຕັ້ງແຕ່ໂທດຕັດອິດສະຫຼະພາບແຕ່ 5 ປີຂຶ້ນໄປຫາຕະຫຼອດຊີວິດພ້ອມ ທັງໂທດປັບໃໝ ແລະໂທດປະຫານ ຊີວິດການກະທຳຜິດໃນລະດັບນີ້ ແມ່ນມີອາຍຸຄວາມໃນການຮ້ອງຟ້ອງ 15 ປີ ຍົກຕົວຢ່າງ ການຄາຕະກຳທີ່ມີໂທດຕັດອິດສະຫຼະພາບແຕ່ 15 ປີ ຂຶ້ນໄປການລະເມີດຄວາມປອດໄພທາງອາກາດ, ສະໜາມບິນ, ທ່າກຳປັ່ນທີ່ມີໂທດຕັດອິດສະ ຫຼະພາບແຕ່ 10 ປີ ຂຶ້ນໄປ ຫຼື ການຈັບເປັນຕົວປະກັນທີ່ມີໂທດຕັດອິດສະຫຼະພາບແຕ່ 10 ປີ ຂຶ້ນໄປ ແລະການກະທຳຜິດອື່ນໆທີ່ໄດ້ກຳນົດໄວ້ໃນກົດໝາຍອາຍາລາວ, ດັ່ງນັ້ນ ການກະທຳຜິດດັ່ງກ່າວເຫຼົ່ານີ້ຖືວ່າເປັນການກະທຳຜິດທີ່ໂຫດຮ້າຍປ່າເຖື່ອນມີຄວາມສູນເສຍ ແລະສົ່ງຜົນກະທົບຕໍ່ບຸກຄົນ ແລະສັງຄົມເປັນຈຳນວນຫຼວງຫຼາຍດັ່ງນັ້ນ ຈິ່ງມີອາຍຸຄວາມໃນການຮ້ອງຟ້ອງທີ່ຍາວນານ.
ຂໍ້ມູນຈາກ http://www.sedthakid.la/