Homeຂ່າວຕ່າງປະເທດສິງກະໂປ ຄອງແຊັ້ມເມືອງສິນຄ້າແພງທີ່ສຸດໃນໂລກ 3 ປີຊ້ອນ!

ສິງກະໂປ ຄອງແຊັ້ມເມືອງສິນຄ້າແພງທີ່ສຸດໃນໂລກ 3 ປີຊ້ອນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 10 ມີນານີ້ວ່າ ຜົນການຈັດອັນດັບ ເມືອງທີ່ມີສິນຄ້າລາຄາແພງ ໃນປະເທດຕ່າງໆ ຈຳນວນ 133 ເມືອງທົ່ວໂລກ ປະຈຳປີ 2015 ໂດຍ (The Economist Intelligence Unit) ຫລື EIU ປະກົດວ່າ ປະເທດສິງກະໂປ ຄອງແຊັ້ມເມືອງທີ່ມີສິນຄ້າລາຄາແພງທີ່ສຸດໃນໂລກ ເປັນອັນດັບທີ 1 ເປັນປີທີ 3 ຕິດຕໍ່ກັນ, ຖັດລົງມາ ອັນດັບທີ 2 ແມ່ນນະຄອນຫລວງຊູຣິກ ປະເທດສະວິດ, ອັນດັບ 3 ໄດ້ແກ່ ເຂດບໍລິຫານພິເສດຮົງກົ່ງ ສປ ຈີນ, ອັນດັບ 4 ນະຄອນເຊີແນວ ເມືອງໃຫຍ່ອັນດັບສອງຂອງປະເທດສະວິດ ໃນຂະນະທີ່ນະຄອນຫລວງປາຣີ ປະເທດຝຣັ່ງ ຕິດອັນດັບທີ 5 ແລະ ນະຄອນຫລວງລອນດອນ ປະເທດອັງກິດ ຕິດອັນດັບທີ 6.

 

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...