spot_img
Homeຂ່າວເຫດການນາຍົກລັດຖະມົນຕີ ຕ້ອນຮັບທູດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່

ນາຍົກລັດຖະມົນຕີ ຕ້ອນຮັບທູດຍີ່ປຸ່ນ ປະຈຳ ສປປ ລາວ ຄົນໃໝ່

Published on

ຂປລ. ​ໃນວັນທີ 10 ມີນາ ນີ້ ທີ່ຫ້ອງ​ວ່າການ​ລັດຖະບານ ທ່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ​ ແຫ່ງ ສປປ ລາວ​ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄໍານັບຂອງທ່ານ ຕາເກຊິ ຮິກີຮາຣະເອກອັກຄະຣາຊະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ປະເທດຍີ່ປຸ່ນ ຄົນໃໝ່ ປະຈໍາ ສປປ ລາວ ໃນໂອກາດທີ່ໄດ້ຖືກແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະຣາຊະທູດຄົນໃໝ່ ປະຈໍາ ສປປ ລາວພາຍຫລັງ ທີ່ໄດ້ຍືນສານຕາຕັ້ງຕໍ່ທ່ານ ຈູມມາລີໄຊຍະສອນ ປະທານປະເທດ ແຫ່ງສປປ ລາວ ​ເມື່ອທ້າຍເດືອນຜ່ານມາ.

ໃນໂອກາດດັ່ງກ່າວ, ທ່ານ ທອງ​ສິງ ທໍາ​ມະ​ວົງ ​ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ທ່ານ ຕາເກຊິ ຮິກີຮາຣະ ທີ່ໄດ້ຖືກມອບໝາຍຈາກລັດຖະບານແລະ ປະຊາຊົນຍີ່ປຸ່ນ ໃຫ້ມາປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໃນຄັ້ງນີ້ເຊິ່ງເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນ ມິດຕະພາບແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວຍີ່ປຸ່ນ ໃຫ້ຈະເລີນງອກງາມຍິ່ງຂຶ້ນ. ພ້ອມດຽວກັນ, ກໍໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫລືອ​​ດ້ານ ການພັດທະນາຂອງລັດຖະບານຍີ່ປຸ່ນ ໃນຊຸມປີຜ່ານມາ ເຊິ່ງ​​ໄດ້ປະກອບສ່ວນ​​ສໍາຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ກໍຄືການຊ່ວຍເຫລືອ ສປປ ລາວ ໃນໂອກາດເປັນປະທານອາຊຽນປີ 2016 ນີ້, ພ້ອມ​​ຍິນດີ​​ໃຫ້ການຮ່ວມມືແລະ ອໍານວຍຄວາມສະດວກ ໃຫ້ແກ່ທ່ານທູດຄົນໃໝ່ ໃນການປະຕິບັດໜ້າທີ່ຢູ່ ສປປ ລາວ.

ພ້ອມ​ດຽວ​ກັນ​ນີ້, ທ່ານ ຕາ​ເກຊິ ຮິກີຮາຣະ ​ກໍໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ທ່ານ ທອງ​ສິງ ທໍາ​ມະ​ວົງ ທີ່​ໄດ້​ສະຫລະ​ເວລາ​ໃຫ້ການ​ຕ້ອນຮັບ​ອັນ​ອົບ​ອຸ່ນ​ໃນ​ຄັ້ງ​ນີ້. ​ພ້ອມ​​ຢືນ​ຢັນ​ຈະສືບ​ຕໍ່​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫລືອ ສປປ ລາວ ​ແລະ ຈະ​ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່ວຽກ​ງານ​ຂອງ​ຕົນ ​ສຸດ​ຄວາມ​ສາມາດ​ ໃນ​ໄລຍະ​ທີ່​ມາ​ປະຕິບັດ​ໜ້າ​ທີ່​ການ​ທູດ ຢູ່ ສປປ ລາວ.

 

ແຫລ່ງຂ່າວ:

ຂປລ

 

ບົດຄວາມຫຼ້າສຸດ

ຈັບສາຍປາຕີ້ຄໍລະເຈັ້້ນ 9 ຄົນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

ປກສ ແຂວງບໍ່ແກ້ວ ມ້າງຄະດີແກ້ງມົ້ວສຸ່ມຢາເສບຕິດ ຈຳນວນ 9 ຄົນ ຈັດປາຕີ້ຄໍລະເຈັ້ນ ຢູ່ບ້ານອຸດົມ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ. ໃນຄັ້ງວັນທີ 26 ມີນາ 2025 ຜ່່ານມາ,...

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...