spot_img
Homeຂ່າວພາຍ​ໃນສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາລີ ຢ້ຽມຢາມ ສປປ ລາວ

ສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາລີ ຢ້ຽມຢາມ ສປປ ລາວ

Published on

lao- thai

     ວັນທີ 29 ເມສານີ້, ຢູ່ໂຮງ ແຮມແລນມາກແມ່ຂອງລີເວີໄຊ, ນະຄອນຫລວງ ວຽງຈັນ, ທ່ານ ບຸນຍັງ ວໍລະຈິດ ຮອງປະ ທານ ປະເທດແຫ່ງ ສປປ ລາວ ໄດ້ ຕ້ອນ ຮັບ ແລະ ຈັດງານລ້ຽງອາຫານທ່ຽງເປັນກຽດແກ່ສົມເດັດພະເທບຣັດຣາຊະສຸດາ ສະ ຫຍາມບໍຣົມມະຣາຊະກຸມາລີແຫ່ງຣາຊະອານາຈັກໄທ ພ້ອມດ້ວຍຄະນະ, ໃນ ໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ແຕ່ ວັນທີ 29-30 ເມສານີ້.
     ໃນໂອກາດດັ່ງກ່າວ, ທ່ານ ຮອງປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ​ຊົມ​ເຊີຍ ແລະ ຕີລາຄາ ສູງມາຍັງສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາລີ ພ້ອມ ດ້ວຍຄະນະທີ່ ໄດ້ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ຊຶ່ງເປັນການປະກອບສ່ວນສຳຄັນເຂົ້າໃນການຮັດແໜ້ນສາຍ ພົວພັນ ແລະ ການຮ່ວມມືລະຫວ່າງສອງປະ ເທດ ສປປ ລາວ ແລະ ຣາຊະອານາຈັກໄທໃຫ້ນັບມື້ໄດ້ຮັບການເສີມຂະຫຍາຍ, ພ້ອມນີ້ ທ່ານຮອງປະທານປະເທດຍັງໄດ້ ອວຍພອນໃຫ້ສົມເດັດພະເທບຣັດຣາຊະສຸດາສະຫຍາມບໍຣົມຣາຊະກຸມາລີ ພ້ອມ ຄະນະຈົ່ງປະສົບຜົນສຳເລັດຢ່າງຈົບງາມໃນ ການເຄື່ອນໄຫວຢ້ຽມຢາມ ສປປ ລາວ ໃນຄັ້ງນີ້.
      ໃນໂອກາດນີ້, ສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍ ຣົມມະຣາຊະກຸມາລີ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ ການຕ້ອນຮັບອັນອົບອຸ່ນຂອງທ່ານຮອງປະທານປະເທດ ແລະ ໄດ້ແຈ້ງໃຫ້ຊາບກ່ຽວກັບແຜນການເຄື່ອນໄຫວໃນໄລຍະຢ້ຽມ ຢາມ ສປປ ລາວ ເປັນເວລາ 2 ວັນນັ້ນ, ສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມມະຣາຊະກຸມາລີ ໄດ້ເຂົ້າຮ່ວມພິທີ ເປີດກົງສູນໃຫຍ່ແຫ່ງຣາຊະອານາຈັກໄທ ປະຈຳແຂວງສະຫວັນນະເຂດ ແລະ ຢ້ຽມຢາມສູນພັດທະນາ ແລະ ບໍລິການກະ ສິກຳ (ໜອງເຕົ່າ) ບ້ານໂພນສິມ ເມືອງໄກສອນພົມວິຫານແຂວງສະຫວັນນະເຂດ; ເຂົ້າຮ່ວມພິທີສະເຫລີມສະຫລອງການ ສ້າງຕັ້ງສູນພັດທະນາ ແລະ ບໍລິການດ້ານກະສິກຳຫ້ວຍຊອນ-ຫ້ວຍຊົ້ວຄົບຮອບ 20 ປີ ຢູ່ນະ ຄອນຫລວງວຽງຈັນ; ໃນຕອນ ແລງວັນດຽວກັນກໍໄດ້ເດີນທາງໄປຢ້ຽມຢາມແຂວງຫລວງພະບາງ. ສຳລັບຕອນເຊົ້າວັນທີ 30 ເມສາຊຶ່ງເປັນມື້ທີ 2 ຂອງການ ຢ້ຽມຢາມສົມເດັດພະເທບຣັດຣາຊະສຸດາ ສະຫຍາມບໍຣົມ ມະຣາ ຊະກຸມາລີ ຈະໄດ້ໄປໃສ່ບາດທີ່ ວັດແສນ, ວາງດອກໄມ້ ແລະ ຜ້າໄກ ຢູ່ຕໍ່ໜ້າພະພຸດທະຮູບ (ພະ ບາງ) ພ້ອມທັງຈະໄດ້ມອບເງິນ ເພື່ອບຳລຸງຮັກສາຫໍພະບາງ ແລະ ຢ້ຽມຊົມຕະຫລາດ ເຊົ້າທ່າເຮືອເມ. ຈາກນັ້ນ ກໍຈະໄດ້ເດີນທາງໄປແຂວງອຸດົມໄຊເພື່ອໄປຢ້ຽມຢາມໂຄງການປູກຜັກປອດສານພິດບ້ານຫ້ວຍອຸ່ນ ເມືອງໄຊ ແລະ ຢ້ຽມຢາມໂຮງໝໍແຂວງອຸດົມໄຊ, ໂຮງຮຽນກິນນອນຊົນເຜົ່າເພື່ອມອບອຸປະກອນການສຶກສາ, ເຄື່ອງກິລາ, ຢາ ປົວພະຍາດ ແລະ ອື່ນໆ.
ທີ່ມາ http://laophatthananews.blogspot.com/2014/04/blog-post_151.html

ບົດຄວາມຫຼ້າສຸດ

ຍຶດຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ.

ກອງບັນຊາການ ປກສ ແຂວງບໍ່ແກ້ວ ຍຶດຂອງກາງ ຢາບ້າຈຳນວນ 101 ເປົາ ເທົ່າກັບ 20.200.000 ເມັດ, ນໍ້າໜັກ 2.020 ກິໂລກຼາມ. ໃນຄັ້ງວັນທີ 21...

ປກສ ນະຄອນໄກສອນ ພົມວິຫານ ຈັບຜູ້ສໍ້ໂກງ ແລະ ລັກຊັບ

ເຈົ້າໜ້າທີ່ ປກສ ນະຄອນໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ຈັບທ້າວ ວັນນະລາດ ອາຍຸ 55 ປີ ອາຊີບກຳມະກອນ ເຊື້ອຊາດ-ສັນຊາດລາວ ບ້ານເກີດໂພນໄຊ ເມືອງໂພນໂຮງ...

ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ.

ກ້ອນກຳລັງສວນສະໜາມ ກອງທັບປະຊາຊົນລາວ ເດີນທາງເຂົ້າຮ່ວມ ພິທີສະເຫຼີມສະຫຼອງ ວັນປົດປ່ອຍພາກໃຕ້ ສສ ຫວຽດນາມ. ວັນທີ 19 ເມສາ 2025 ນີ້, ກ້ອນກໍາລັງສວນສະໜາມ ກອງທັບປະຊາຊົນລາວ ໄດ້ເດີນທາງເຂົ້າຮ່ວມພິທີສະເຫຼີມສະຫຼອງ...

7 ວັນອັນຕະລາຍ ໃນໄລຍະບຸນປີໃໝ່ເກີດອຸບັດຕິເຫດທົ່ວປະເທດ 313 ຄັ້ງ ເສຍຊີວິດທັງໝົດ 26 ຄົນ

ເສຍຊີວິດ 26 ຄົນ ຈາກອຸບັດຕິເຫດທີ່ເກີດຂຶ້ນທົ່ວປະເທດ 313 ຄັ້ງ ໃນໄລຍະບຸນປີໃໝ່ລາວ 2025. ພັອ ແກ້ວມາລາ ແສງທອງ ຮອງຫົວໜ້າກົມຕຳຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບ ໄດ້ຖະແຫຼງຕໍ່ສື່ມວນຊົນ...