ປກສ ບໍ​ລິ​ຄຳ​ໄຊ ​ລົງ​ໂຄ­ສະ­ນາ​ ຕ້ານ​ອັກ­ຄີ​ໄພ

ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສະ­ກັດ​ກັ້ນ ແລະ​ຕ້ານ​ອັກ­ຄີ​ໄພພາຍ​ໃນ​ແຂວງ​ບໍ​ລິ​ຄຳໄຊ ມີ​ຄວາມ​ສະ­ຫງົບ​ທາງ​ດ້ານ​ການ ເມືອງ ແລະ ​ຄວາມ​ເປັນ​ລະ­ບຽບ​ຮຽບຮ້ອຍ​ທາງ​ສັງ­ຄົມ, ມີ​ຄວາມ​ປອດ​ໄພ​ທາງດ້ານ​ອັກ­ຄີ​ໄພ​ຮັກ­ສາແລະ​ຈຳ­ກັດ​ໄດ້­ຜົນເສຍ​ຫາຍ​ທາງ​ດ້ານ​ຊັບ​ສີນ​ຂອງ​ລັດ, ເອ­ກະ​ຊົນ, ພົນ­ລະ­ເມືອງ​ໃຫ້​ຫຼຸດ​ໜ້ອຍຖອຍ​ລົງ​ເທື່ອ​ລະ​ກ້າວ.

   ໃນ​ວັນ​ທີ 1-4 ມີ­ນາ 2016 ຜ່ານ​ມາ, ທີມ​ງານ​ໂຄ­ສະ­ນາ​ໂຄງ­ການ​ສະ­ກັດ​ກັ້ນ ແລະ​ຕ້ານ​ອັກ­ຄີ​ໄພ ປກສ ແຂວງ ບໍ​ລິ​ຄຳ ໄຊ​ໄດ້​ສືບ­ຕໍ່​ລົງ​ເຄື່ອນ​ໄຫວ​ໂຄ­ສະ­ນາວຽກ​ງານ​ດັ່ງ­ກ່າວ​ໃຫ້​ແກ່​ຮ້ານ​ຂາຍ​ລົດສະ​ຕາ​ປາກ​ຊັນ, ຮ້ານ​ຂາຍ​ລົດ​ໃຫຍ່​ສົມ ຍົດ​ໄຊ​ຍະ​ສິດ ແລະ​ບໍ­ລິ­ສັດ​ສະ​ຕາ​ໂທລະຄົມ​ຈຳ­ກັດ (ສາ­ຂາ​ແຂວງ​ບໍ​ລິ​ຄຳ​ໄຊ), ນຳ­ພາ​ໂດຍ​ທ່ານ ພັນ​ຕີ ແຂກ ພົມ​ມະ​ກົດ ຮອງ​ພະ​ແນກ​ຕຳ­ຫຼວດ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ ປກສ ແຂວງ, ເປັນ​ກຽດເຂົ້າ​ຮ່ວມ ທ່ານ ສາ­ລີ ວົງ​ທະ​ຈັກ ເຈົ້າຂອງ​ຮ້ານ​ຂາຍ​ລົດ​ສະ​ຕາ​ປາກ​ຊັນ, ທ່ານ ນາງ ດາວ​ວອນ ເພັດ​ສາ­ນຸ​ພົນ ອຳ­ນວຍການ​ບໍ­ລິ­ສັດ​ສະ​ຕາ​ໂທລະ​ຄົມ​ຈຳ­ກັດ (ສາ ຂາ​ແຂວງ​ບໍ​ລິ​ຄຳ​ໄຊ), ທ່ານ ສົມ​ຍົດ ໄຊຍະ​ສິດ ມີ​ບັນ­ດາ​ທ່ານ​ຫົວ­ໜ້າ​ບໍ­ລິ­ສັດ, ເຈົ້າ​ຂອງ​ທຸ­ລະ​ກິດ​ພາກ­ສ່ວນ​ດັ່ງ­ກ່າວພ້ອມ​ດ້ວຍ​ພະ­ນັກ­ງານ​ເຂົ້າ​ຮ່ວມ.

ທ່ານ ພັນ​ຕີ ແຂກ ພົມ​ມະ​ກົດ ໄດ້​ຍົກໃຫ້​ເຫັນ​ສາ­ເຫດ​ຂອງ​ການ​ເກີດ​ອັກ­ຄີ​ໄພ-ໄຟ​ໄໝ້​ຊຶ່ງ​ມັກ​ເກີດ​ຈາກ​ການ​ການ​ໄຕ້​ທູບ​ທຽນ​ບູ­ຊາ, ການ​ດັງ­ໄຟ​ແຕ່ງ­ກິນ​ແລ້ວບໍ່​ດັບ​ມອດ, ເກີດ​ຈາກ​ໄຟ­ຟ້າ​ລັດ​ວົງ​ຈອນ ແລະ​ອື່ນໆ ເຮັດ​ໃຫ້​ມີ​ຜົນ​ເສຍ​ຫາຍ​ທາງດ້ານ​ຊັບ​ສິນ, ຊີ­ວິດ, ສຸ­ຂະ­ພາບ, ບັນ​ລະຍາຍ ແລະ​ອະ­ທິ­ບາຍ​ຄວາມ​ຮູ້​ຂັ້ນ​ພື້ນ­ຖານໃນ​ການ​ສະ­ກັດ​ກັ້ນ ແລະ​ຕ້ານ​ອັກ­ຄີ​ໄພຕາມ​ອາ­ຄານ​ຂອງ​ສຳ­ນັກ­ງານ, ອົງ­ການເຮືອນ​ຊານ​ບ້ານ​ຊ່ອງ, ຕະ­ຫຼາດ, ເຂດ ຊຸມ​ຊົນ​ຕ່າງໆ ຄວນ​ຕິດ​ຕັ້ງ​ລະ­ບົບ​ບັ້ງມອດ​ໄຟ, ລະ­ບົບ​ສັນ­ຍານ​ເຕືອນ​ໄຟ​ໄໝ້ ແລະ​ໃນ​ເວ­ລາ​ເກີດ​ເຫດ​ໄຟ​ໄໝ້​ຕ້ອງ​ຮີບຮ້ອນ​ກົດ​ປຸ່ມ​ສັນ­ຍານ​ເຕືອນ​ໄຟ​ໄໝ້ ຫຼື ຮ້ອງ​ເຕືອນ​ໃຫ້​ທຸກ​ຄົນ​ຮັບ​ຮູ້ ແລະ​ປິດ​ກົງເຕີ​ເພື່ອ​ຕັດ​ກະ­ແສ​ໄຟ­ຟ້າ, ຈາກ​ນັ້ນ​ໃຫ້​ໂທ ແຈ້ງ​ເຈົ້າ​ໜ້າ­ທີ່​ມອດ​ໄຟ ແລະ​ໃຊ້​ບັ້ງ​ມອດໄຟ ຫຼື ນ້ຳ​ສີດ​ໃສ່​ບ່ອນ​ທີ່​ໄຟ​ກຳ­ລັງ​ລຸກ​ໄໝ້ໃນ​ໄລ­ຍະ 1-3 ແມັດ​ເພື່ອ​ສະ­ກັດ​ໄຟ​ບໍ່​ໃຫ້​ໄໝ້​ລາມ​ໄປ​ເປັນ​ບໍ­ລິ­ເວນ​ກວ້າງ, ການຊ່ວຍ­ເຫຼືອ​ຕົວ​ເອງ ແລະ​ຜູ້​ເຄາະ​ຮ້າຍ, ການ​ເກັບ​ກູ້​ເອົາ​ຊັບ​ສິນ​ທີ່​ມີ­ຄ່າ​ອອກ​ຈາກສະ­ຖານ­ທີ່​ເກີດ​ເຫດ​ຢ່າງ​ປອດ​ໄພ, ການປ້ອງ​ກັນ​ສະ­ຖານ­ທີ່​ເກີດ​ເຫດ​ເພື່ອ​ບໍ່​ໃຫ້ຄົນ​ບໍ່​ດີ​ສວຍ­ໂອ­ກາດ​ລັກ​ເອົາ​ຊັບ​ສິນຕ່າງໆ ແລະ​ອາດ​ທຳ­ລາຍ​ຫຼັກ​ຖານ​ສຳຄັນ​ອີກ​ດ້ວຍ, ຈາກ​ນັ້ນ​ກໍ່​ໄດ້​ອະ­ທິ­ບາຍ​ວິ­ທີການ​ນຳ​ໃຊ້​ບັ້ງ​ມອດ​ໄຟ​ຊະ­ນິດ​ຕ່າງໆ​ທີ່ເປັນ​ອຸ­ປະ­ກອນ​ມອດ​ໄພ​ໃນ​ຂັ້ນ​ຕົ້ນ, ການກວດ­ກາ​ລະ­ບົບ​ປ້ອງ​ກັນ​ອັກ­ຄີ​ໄພ​ໃນອາ­ຄານ​ຫ້ອງ­ການ, ເຮືອນ​ຊານ​ບ້ານຊ່ອງ​ເຊັ່ນ: ກວດ­ກາ​ລະ­ບົບ​ບັ້ງ​ມອດ​ໄຟ, ລະ­ບົບ​ສັນ­ຍານ​ເຕືອນ​ໄຟ​ໄໝ້, ລະ­ບົບໄຟ­ຟ້າ ແລະ​ລະ­ບົບ​ນ້ຳ​ປະ­ປາ​ໃຫ້​ຢູ່​ໃນ​ສະພາບ​ປົກ­ກະ­ຕິ​ພ້ອມ​ໃຊ້​ງານ​ໄດ້​ໃນ​ເວ­ລາເກີດ​ເຫດ​ໄຟ​ໄໝ້, ຈາກ​ນັ້ນ​ກໍ່​ໄດ້​ສາ­ທິດ​ວິທີ​ມອດ​ໄຟ​ດ້ວຍ​ບັ້ງ​ມອດ​ໄຟ, ວິ­ທີ​ມອດໄຟ​ຈາກ​ຖັງ​ແກ໊​ສ ແລະ​ວິ­ທີ​ມອດ​ໄຟ​ດ້ວຍການ​ເອົາ​ຜ້າ­ຫົ່ມ ຫຼື ຜ້າ­ແພ​ຈຸ່ມ​ນ້ຳ​ເພື່ອມອດ​ໄຟ​ທີ່​ເລີ່ມ​ລຸກ​ໄໝ້​ໃນ​ຂັ້ນ​ຕົ້ນ.

ການ​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ຄວາມ​ຮູ້ຂັ້ນ​ພື້ນ­ຖານ​ໃນ​ການ​ສະ­ກັດ​ກັ້ນ ແລະ ຕ້ານ​ອັກ­ຄີ​ໄພ​ໃນ​ຄັ້ງ​ນີ້​ກໍ່​ເພື່ອ​ເປັນ​ການ ຍົກ​ສູງ​ນ້ຳ​ໃຈ­ຄວາມ​ຮັບ­ຜິດ­ຊອບ​ຂອງພົນ­ລະ­ເມືອງ, ເຈົ້າ​ຂອງ​ທຸ­ລະ​ກິດ​ຕ່າງໆ ແລະ​ຮູ້​ໄດ້­ຜົນ​ເສຍ​ຫາຍ, ໄພ​ອັນ­ຕະ­ລາຍຂອງ​ໄຟ​ໄໝ້ ແລະ​ສາ­ມາດ​ແກ້​ໄຂ​ສະ­ຖາ­ນະ​ການ​ສຸກ​ເສີນ​ເມື່ອ​ເກີດ​ເຫດ​ໄຟ​ໄໝ້​ຂຶ້ນຕື່ມ​ອີກ.

ຂໍ້ມູນຈາກ http://www.sedthakid.la/