spot_img
HomeມູມໄອທີລາວZTE ເປີດໂຕ Blade T620 (D2) ສະມາດໂຟນລາຄາຖືກມາພ້ອມກັບແບັດ 4,000 mAh

ZTE ເປີດໂຕ Blade T620 (D2) ສະມາດໂຟນລາຄາຖືກມາພ້ອມກັບແບັດ 4,000 mAh

Published on

ZTE ບໍລິສັດຜະລິດສະມາດໂຟນຈາກປະເທດຈີນໄດ້ເປີດໂຕ ZTE Blade D2 ເຊິ່ງເປັນສະມາດໂຟນລາຄາຖືກທີ່ມາພ້ອມກັບແບັດເຕີຣີຂະໜາດ 4,000 mAh, ສຳລັບໂຕເຄື່ອງນັ້ນເຮັດມາຈາກປຼາສຕິກ ຂະໜາດຂອງໂຕເຄື່ອງແມ່ນ 144 x 69.5 x 8 ມມ ແລະມີນ້ຳໜັກຢູ່ທີ່ 155 ກຣາມ.

Blade T620 (D2) ເປັນຊື່ທີ່ຖືກເອີ້ນຢ່າງເປັນທາງການຂອງສະມາດໂຟນລຸ້ນດັ່ງກ່າວ, ມາພ້ອມກັບໜ້າຈໍຂະໜາດ 5 ນິ້ວ, ຄວາມລະອຽດ HD, ໃຊ້ຈໍ IPS LCD ແລະໃຊ້ງານຊິບປະມວນຜົນຄອດຕໍ Mediatek MT6735P ຄວາມໄວທີ່ 1.0 GHz. ສຳລັບໜ່ວຍຄວາມຈຳມາພ້ອມກັບ ROM 8GB (ເພີ່ມ MicroSD ໄດ້ສູງສຸດ 64 GB) ແລະ RAM 1GB.

image

Blade D2 ສຳລັບກ້ອງຂອງລຸ້ນດັ່ງກ່າວຖືວ່າໃຫ້ມາແບບພໍໃຊ້ໄດ້ເລີຍຄື ກ້ອງຫຼັງຄວາມລະອຽດ 8 ລ້ານພິກເຊວ ມາພ້ອມກັບແຟລັດ LED ແລະລະບົບໂຟກັດອັດຕະໂນມັດ, ສ່ວນກ້ອງໜ້າຄວາມລະອຽດ 2 ລ້ານພິກເຊວ. ໃນດ້ານຂອງການເຊື່ອມຕໍ່ແມ່ນຮອງຮັບ 3G, 4G LTE, Bluetooth 4.0, Wi-Fi 802.11 b/g/n, GPS ພ້ອມກັບ A-GPS ແລະພອຣດ micro USB.

ZTE Blade D2 ໄດ້ເປີດໂຕໄປແລ້ວທີ່ປະເທດໄທແລະຫວຽດນາມ ແລະຈາກເວັບໄຊ ZTE ຫວຽດນາມ ແມ່ນມີລາຄາຢູ່ທີ່ 26,90,000 ດົ້ງ (990.000 ກີບ) ແລະ ອີງຕາມເວັບໄຊປະເທດໄທແມ່ນ 3990 ບາດ (925.000 ກີບ) .

ທີ່ມາ:gsmarena

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...