Homeຂ່າວຕ່າງປະເທດທາງການຈີນ ຈະເພີ່ມງົບປະມານທາງການທະຫານ 7-8% ໃນປີ 2016!

ທາງການຈີນ ຈະເພີ່ມງົບປະມານທາງການທະຫານ 7-8% ໃນປີ 2016!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 4 ມີນານີ້ວ່າ ທ່ານ ນາງ ຟູ່ອິ໋ງ ໂຄສົກສະພາຜູ້ແທນປະຊາຊົນຈີນ (NPC) ໄດ້ອອກມາກ່າວວ່າ ງົບປະມານທາງການທະຫານຂອງຈີນ ຈະຍັງຄົງເຕີບໂຕຂຶ້ນໃນປີນີ້ ແຕ່ຢູ່ໃນລະດັບຕ່ຳກວ່າປີຜ່ານມາ ແລະ ປີກ່ອນໜ້ານັ້ນ ໂດຍຈະຢູ່ລະຫວ່າງ 7-8% ຊຶ່ງຕົວເລກທີ່ແນ່ນອນນັ້ນ ຈະຖືກປະກາດຢ່າງເປັນທາງການອີກເທື່ອໜຶ່ງ ໃນວັນເສົາທີ 5 ມີນາຈະມາເຖິງນີ້ ໃນກອງປະຊຸມສະພາຜູ້ແທນປະຊາຊົນຈີນ ຊຶ່ງເປັນໜຶ່ງໃນສອງກອງປະຊຸມໃຫຍ່ ທີສຳຄັນທີ່ສຸດຂອງປີ ພາຍຫລັງທີ່ມື້ວານນີ້ (3 ມີນາ) ໄດ້ເປີດກອງປະຊຸມສະພາທີ່ປຶກສາການເມືອງທົ່ວປະເທດຈີນ (CPPCC) ຢ່າງເປັນທາງການແລ້ວ.

 

 

ບົດຄວາມຫຼ້າສຸດ

ຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກໍລະກົດ 2026.

ວັນທີ 28 ກໍລະກົດ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ປອ. ເຂິງຄຳ ແກ້ວໜູຈັນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ຂອງລັດຖະບານ...

ກົມໃຫຍ່ການເມືອງ ປກສ ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໄດ້ 47 ໜ່ວຍ.

ໃນປີຜ່ານມາ, ອົງຄະນະພັກກົມໃຫຍ່ການເມືອງ ກະ ຊວງ ປກສ ໄດ້ຖືສໍາຄັນ ແລະ ເອົາໃຈໃສ່ການນໍາພາ-ຊີ້ນໍາສະມາຊິກພັກ , ນາຍ ແລະ ພົນຕໍາຫຼວດທຸກຂັ້ນ ຈັດຕັ້ງປະຕິບັດໜ້າທີ່ການເມືອງຕາມ 5...

ຄະນະຜູ້ແທນ ຈາກ ສປປ ລາວ ເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືແມ່ນໍ້າຂອງ 2026 ບາງກອກ ປະເທດໄທ.

ໃນຕອນເຊົ້າວັນທີ 23 ກໍລະກົດ 2026 ທີ່ ບາງກອກ, ປະເທດໄທ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໄດ້ຕາງໜ້າ ສປປ...

ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ ຄົນໃໝ່ ຂອງສະຖາບັນແມ່ນ້ຳຂອງ

ທ່ານ ດຣ. ອານຸລັກ ກິດຕິຄຸນ ໄດ້ຮັບການແຕ່ງຕັ້ງດຳລົງຕຳແໜ່ງເປັນ ຜູ້ອຳນວນການໃຫຍ່ ແລະ ຜູ້ບໍລິຫານ (ຜູ້ໃໝ່) ຂອງສະຖາບັນແມ່ນ້ຳຂອງ (Mekong Institute: MI), ນັບເປັນການເປີດສາກໃໝ່ໃຫ້ກັບອົງກອນລະຫວ່າງລັດຖະບານໃນການຮັບໃຊ້ພາກພື້ນລຸ່ມແມ່ນ້ຳຂອງ....