Homeຂ່າວຕ່າງປະເທດອາເມຣິກາ-ອິນເດຍ-ຍີ່ປຸ່ນ ຈະຈັດຊ້ອມຮົບຮ່ວມກັນ ຢູ່ເຂດທະເລຈີນໃຕ້ ທາງພາກເໜືອຟີລິບປີນ!

ອາເມຣິກາ-ອິນເດຍ-ຍີ່ປຸ່ນ ຈະຈັດຊ້ອມຮົບຮ່ວມກັນ ຢູ່ເຂດທະເລຈີນໃຕ້ ທາງພາກເໜືອຟີລິບປີນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 3 ມີນານີ້ວ່າ ກອງທັບສະຫະລັດອາເມຣິກາ, ອິນເດຍ ແລະ ຍີ່ປຸ່ນ ຈະດຳເນີນ​​​ການ​ຊ້ອ​ມ​ຮົບ​ຮ່ວມກັນ ປະຈຳປີ 2016 ໃນລະຫັດທີ່ມີ​ຊື່​ວ່າ Malabar ຊຶ່ງຈະ​ຖືກ​ດຳ​ເນີນ​ຢູ່​ເຂດຕາ​ເວັນອອກ​ສ່ຽງ​ເໜືອ ແລະ ທະ​ເລ​ຕາ​ເວັນ​ອອກ ທີ່ຂຶ້ນກັບ​ເຂດ​ໄຫລ່ທະ​ວີບ​ຟີ​ລິບ​ປິນ ໂດຍເຂດດັ່ງກ່າວນີ້ ​ແມ່ນເຂດໜຶ່ງ ​ທີ່ສະຫະລັດອາເມຣິກາ ພວມ​ດຳເນີນນະໂຍບາຍ​ເຄື່ອນ​ໄຫວ​ລາດ​ຕາ​ເວນ​ ຢູ່​ເຂດ​ທະ​ເລຈີນໃຕ້ ​ໃກ້​ກັບ​ສະ​ຖານ​ທີ່​ຂັດແຍ່ງ ທີ່ຈີ​ນຫາ​ກໍກໍ່​ສ້າງ​ລານ​ບິນ ຫໍບັນຊາການເດີນເຮືອ ແລະ ທ່າ​ກ່ຳ​ປັ່ນ​ໃໝ່.

ການເຄື່ອນໄຫວຄັ້ງຫລ້າສຸດນີ້ ເປັນການ​​ຊ້ອມ​ຮົບ​ຮ່ວມປະ​ຈ​ຳ​ປີ ​ລະ​ຫວ່າງ​ອາ​ເມ​ລິ​ກາ ແລະ ອິນ​ເດີຍປີ 2015 ໂດຍ 2 ປະ​ເທດ​ນີ້ ​ໄດ້​ເປີດກວ້າງ​ຂອບ​ເຂດ​ເພື່ອ​ໃຫ້​ຍີ່​ປຸ່ນເຂົ້າຮ່ວມນຳ.

ບົດຄວາມຫຼ້າສຸດ

ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມ ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ.

ໃນວັນທີ 11 ສິງຫາ 2026 ທີ່ໂຮງແຮມລາດຊະວົງ, ກົມຄວາມປອດໄພທາງໄຊເບີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຈັດກອງປະຊຸມສໍາມະນາຫົວຂໍ້: ການຍົກລະດັບຄວາມຮູ້ ແລະ ຄວາມພ້ອມດ້ານຄວາມປອດໄພໄຊເບີ ສໍາລັບພາກລັດ...

ຍທຂ ຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ

ຫ້ອງການ ກະຊວງໂຍທາທິການ ແລະ ຂົນສົ່ງ ອອກແຈ້ງການ ສະບບັບເລກທີ 19229/ຫກ, ລົງວັນທີ 13 ສິງຫາ 2026 ກ່ຽວກັບການຄຸ້ມຄອງການຂົນສົ່ງໂດຍສານພາຍໃນ ແລະ ລະຫວ່າງປະເທດ...

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ຊີ້ນຳວຽກງານສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.

ໃນຕອນເຊົ້າວັນທີ 12 ສິງຫາ 2026 ທີ່ນະຄອນຫຼວງວຽງຈັນ, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດເຂົ້າຮ່ວມ ແລະ ຊີ້ນຳ ຕໍ່ກອງປະຊຸມວຽກງານສົ່ງເສີມ ແລະ...

ອົງການ NASA ເປີດຮັບສະໝັກອາສາສະໝັກ ເຂົ້າຮ່ວມໂຄງການຈຳລອງການໃຊ້ຊີວິດເທິງດາວອັງຄານ ແລະ ດວງເດືອນ ເປັນເວລາ 1 ປີ.

ເພື່ອສຶກສາຜົນກະທົບຕໍ່ຮ່າງກາຍ ແລະ ຈິດໃຈ ກ່ອນການເດີນທາງໄປອະວະກາດຈິງ ອົງການບໍລິຫານການບິນ ແລະ ອະວະກາດແຫ່ງຊາດສະຫະລັດ ຫຼື NASA ໄດ້ປະກາດເປີດຮັບສະໝັກອາສາສະໝັກເພື່ອເຂົ້າຮ່ວມໂຄງການວິໄຈ "Moon and Mars Exploration...