spot_img
Homeຂ່າວທ້ອງຖິ່ນປະກອບສ່ວນງານສະເຫຼີມສະຫຼອງ ວັນແມ່ຍິງສາກົນ

ປະກອບສ່ວນງານສະເຫຼີມສະຫຼອງ ວັນແມ່ຍິງສາກົນ

Published on

ເພື່ອ​ເປັນ​ການ​ປະກອບສ່ວນຊຸກຍູ້​ງານ​ສະເຫຼີມສະຫຼອງ ​ວັນ​ແມ່ຍິງ​ສາກົນ ຄົບຮອບ 106 ປີ (ວັນ​ທີ 8 ມີນາ) ໄດ້​ໜູນ​ວຽນມາບັນຈົບ​ຄົບຮອບ​ອີກ​ວາລະ​ໜຶ່ງ ມີ​ຫຼາຍ​ພາກສ່ວນ​ໄດ້​ໃຫ້ການ​ຊຸກຍູ້​ກ່ຽວ​ກັບ​ກິດຈະກຳ​ໃນ​ຄັ້ງ​ນີ້ ພິທີມອບ​ຮັບ​ການ​ຊຸກຍູ້​ຈັດ​ຂຶ້ນ​ວັນ​ທີ 1 ມີນາ 2016 ທີ່​ສູນ​ກາງ​ສະຫະພັນແມ່ຍິງ​ລາວ.

ພາກສ່ວນ​ທີ່​ໃຫ້ການ​ຊຸກຍູ້ຄັ້ງ​ນີ້ ມີ​ບໍລິສັດ ຢູ​ນີ​ລີ​ເວີ ມອບເງິນສົດ 40 ລ້ານ​ກີບ ຕາງໜ້າມອບ​ໂດຍທ່ານ​ນາງ ມະນີ​ລາ ແກ້ວ​ດວງ​ດີ ຜູ້​ຊ່ວຍ​ຜູ້​ຈັດການຝ່າຍ​ການ​ຕະຫຼາດ ບໍລິສັດ ​ຢູ​ນີ​ລີເວີ ບໍລິສັດ ​ເທີນ​ຫີນ​ບູນພາວ​ເວີ ຈຳກັດ ມອບ 24 ລ້ານ​ກີບ ແລະ ບໍລິສັດ ໂຄສະນາມາດ​ເຕີ​ມາຍ ມອບ​ນ້ຳ​ດື່ມ​ຕຸກ ລວມ​ມູນ​ຄ່າ 1.500.000 ກີບ ຕາງໜ້າ​ຮັບໂດຍ​ທ່ານ ​ດຣ. ນາງ ອິນ​ລາ​ວັນ ແກ້ວ​ບຸນ​ພັນ ປະທານ​ສູນ​ກາງສະຫະພັນ​ແມ່ຍິງ​ລາວ ໂດຍ​ມີທ່ານ​ຮອງ​ປະທານ ພະນັກງານທີ່​ກ່ຽວຂ້ອງ​ທັງ​ສອງ​ຝ່າຍ​ ເຂົ້າຮ່ວມ​ເປັນ​ສັກຂີ​ພິຍານ.

 

ຂໍ້ມູນຈາກ http://www.vientianemai.net/

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...