spot_img
Homeຂ່າວຕ່າງປະເທດຈີນຜະລິດ ລົດໄຟຟ້າໃຕ້ດິນແບບບໍ່ມີຄົນຂັບ ຊ່ວຍຫລຸດຜ່ອນອຸບັດເຫດ ຈາກຄວາມຜິດພາດຂອງມະນຸດ!

ຈີນຜະລິດ ລົດໄຟຟ້າໃຕ້ດິນແບບບໍ່ມີຄົນຂັບ ຊ່ວຍຫລຸດຜ່ອນອຸບັດເຫດ ຈາກຄວາມຜິດພາດຂອງມະນຸດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 1 ມີນາຜ່ານມານີ້ວ່າ ຈີນໄດ້ຜະລິດລົດໄຟໃຕ້ດິນແບບບໍ່ມີຄົນຂັບ ຊຶ່ງຈະຖືກນຳໄປໃຊ້ໃຫ້ບໍລິການ ຢູ່ນະຄອນຫລວງປັກກິ່ງ ຫລັງຈາກທີ່ສຳເລັດຂັ້ນຕອນ ໃນການທົດສອບປະສິດທິພາບດ້ານຕ່າງໆ.

ທ່ານ ຈຽງຈິນ ຫົວໜ້າຝ່າຍເຕັກນິກ ບໍລິສັດ CRRC ຊິງເຕົາ ຊື່ຟົງ ຊຶ່ງເປັນບໍລິສັດຜູ້ຜະລິດລົດໄຟຄວາມໄວສູງ ຂອງລັດຖະບານຈີນ ໄດ້ລະບຸວ່າ ລົດໄຟແບບໃໝ່ນີ້ ເຮັດວຽກດ້ວຍລະບົບອັດຕະໂນມັດຮ້ອຍເປີເຊັນ ສາມາດຕິດຈັກລົດໄຟ ແລ່ນ ແລະ ຈອດລົດໄຟ ທັງໝົດຜ່ານລະບົບການຄວບຄຸມໄລຍະໄກ. ພ້ອມນັ້ນ, ທ່ານຍັງໄດ້ກ່າວເສີມວ່າ ລົດໄຟແບບບໍ່ມີຄົນຂັບນີ້ ມີປະສິດທິພາບ ແລະ ຄວາມປອດໄພ ທຽບເທົ່າກັບລົດໄຟປົກກະຕິ ທີ່ມີຄົນເປັນຜູ້ຄວບຄຸມໂດຍກົງ ໂດຍມັນຈະຊ່ວຍຫລຸດຜ່ອນຄວາມຜິດພາດ ຈາກການເຮັດວຽກຂອງຄົນ ແລະ ຍັງຊ່ວຍຫລີກລ່ຽງອຸບັດເຫດ ທີ່ເກີດຂຶ້ນຈາກຄວາມອ່ອນເພຍ ແລະ ເຈັບເປັນກະທັນຫັນ ຂອງຜູ້ຂັບລົດໄຟອີກດ້ວຍ.

559000002246303 559000002246304

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...