spot_img
Home​ຂ່າວບັນເທິງລີໂອນາຣ໌ໂດ ດິຄາບຣິໂອ ເຈົ້າຂອງລາງວັນອັອດສະກ້ານຳຊາຍ 2016

ລີໂອນາຣ໌ໂດ ດິຄາບຣິໂອ ເຈົ້າຂອງລາງວັນອັອດສະກ້ານຳຊາຍ 2016

Published on

ຜ່ານພົ້ນໄປສຳລັບງານປະກາດລາງວັນອັອດສະກ້າຄັ້ງທີ 88 ປະຈຳປີ 2016 ເຊິ່ງປີນີ້ເອີ້ນໄດ້ວ່າດຸເດືອດຊວນລຸ້ນກັນພໍສົມຄວນ ໂດຍສະເພາະຕຳແໜ່ງນັກສະແດງນຳຊາຍດີເດັ່ນ ທີ່ຄໍຮູບເງົາຫຼາຍຄົນລຸ້ນໃຫ້ຕົກເປັນຂອງ ລີໂອນາຣ໌ໂດ ດິຄາບຣິໂອ ຜູ້ທີ່ເຄີຍພາດລາງວັນອັອດສະກ້າສາຂານີ້ມາແລ້ວຫຼາຍຄັ້ງ.

ກາຍເປັນກະແສໂດ່ງດັງຂຶ້ນມາ ສຳລັບຂ່າວດີໃນຕອນເຊົ້າວັນທີ 29 ກຸມພາ 2016 ທີ່ຜ່ານມາ ເມື່ອພະເອກໜຸ່ມນັກສະແດງຊາຍດີເດັ່ນຂອງດາລາຮໍລີວູດເຈົ້າບົດບາດ ລີໂອນາຣ໌ໂດ ດິຄາບຣິໂອ, ຈາກບົດບາດ ຮິວຈ໌ ກລາສ ໃນຮູບເງົາເລື່ອງ ຕ້ອງລອດ (The Revenant)

ງານນີ້ເຮັດໃຫ້ແຟນຄລັບຫຼາຍຄົນດີໃຈສຸດຂີດ ຫຼັງຈາກຮ່ວມລຸ້ນໃຫ້ລີໂອນາຣ໌ໂດ ດິຄາບຣິໂອ ໄດ້ຮັບລາງວັນອັອດສະກ້າເປັນຄັ້ງທຳອິດຂອງເຂົາ ຫຼັງຈາກເຄີຍຖືກສະເໜີຊື່ເຂົ້າຊີງລາງວັນຫຼາຍຄັ້ງ ໃນໄລຍະເວລາ 22 ປີ ຂອງການເປັນນັກສະແດງຮໍລີວູດ

 

ຂໍ້ມູນຈາກ: http://movie.kapook.com/

ຮຽງຮຽງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...