spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວປະຫວັດເມືອງເກົ່າສຸວັນນະໂຄມຄຳ

ປະຫວັດເມືອງເກົ່າສຸວັນນະໂຄມຄຳ

Published on

ເມືອງເກົ່າສຸວັນນະໂຄມຄຳ ຕັ້ງຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ມີໄລຍະຫ່າງ ຈາກເທດສະບານແຂວງ 40 ກິໂລແມັດ, ໄລຍະຫ່າງຈາກເທດສະ ບານເມືອງຕົ້ນເຜິ້ງ 5 ກິໂລແມັດ, ໄລຍະທາງຈາກບ້ານ 3 ກິໂລແມັດ ເຂົ້າສູ່ເມືອງສຸວັນນະໂຄມຄຳ, ທິດເໜືອ ຕິດກັບເມືອງຕົ້ນເຜິ້ງ, ທິດໃຕ້ ແລະ ທິດຕາເວັນຕົກ ຕິດກັບນ້ຳຂອງ
ເມືອງເກົ່າສຸວັນນະໂຄມຄຳ ເປັນບູຮານສະຖານ ທີ່ບັນຈຸຮ່ອງຮອຍທາງປະຫວັດສາດແຫ່ງບູຮານນະຄອນເກົ່າແກ່. ຕາມຕຳນານຂອງປະເທດສີລັງກາ ເຊິ່ງທ່ານ ຝັ່ງຊິດກາເຍ ຂຽນໄວ້ໃນປຶ້ມ “ການສຳຫຼວດແມ່ນ້ຳຂອງ” ຂອງທ່ານ ໃນສັດຕະວັດທີ່ 19 ໄດ້ເວົ້າໄວ້ວ່າ: ເມືອງສຸວັນນະໂຄມຄຳນັ້ນ ໄດ້ປະກົດຕົວຢູ່ໃນສັດຕະວັດທີ່ V. ຂອງຄິດສະສັງກາດ ແລະ ຕາມຕຳນານນ້ຳຖ້ວມໂລກ ເຊິ່ງໄດ້ເວົ້າເຖິງພະຍາສີສັດຕະນາກ ທີ່ເກີດຢູ່ເມືອງໜອງກະແສແສນຍ່ານ ໄດ້ນຳລີ້ພົນ 7 ໂກດ ທະລຸລົງຕາມລຳນ້ຳຂອງ, ອັນໄດ້ກາຍເປັນນາກ 15 ຕະກຸນ ຢູ່ຫຼວງພະບາງໃນວາລະຕໍ່ມາ. ນອກນັ້ນ ໃຫ້ຮູ້ອີກວ່າ: ຊາວເມືອງໂພທິສານຫຼວງ (ສີໂຄດຕະບອງ ຫຼື ໂຄຕະປູລະ) ນັ້ນແມ່ນເຊື້ອສາຍຂອມ. ຕຳນານຍັງບອກໃຫ້ຮູ້ອີກວ່າ: ເມືອງສຸວັນນະໂຄມຄຳນັ້ນ ໄດ້ເຕີບໃຫຍ່ຂຶ້ນຢ່າງໄວວ່າ ພຽງແຕ່ໄລຍະ 3 ປີ ບ້ານເຮືອນຂອງໄພ່ພົນ ກໍ່ມີເຖິງ 1 ແສນຫຼັງ. ຕໍ່ມາ ເມືອງສຸວັນນະໂຄມຄຳ ໄດ້ມີການປະພຶດທີ່ບໍ່ຊື່ສັດ ຕໍ່ພໍ່ຄ້າເຊິ່ງແມ່ນ ພວກນາກຊາວຫຼວງພະບາງ ອັນເປັນສາເຫດ ກໍ່ໃຫ້ເກີດຄວາມຂຸ່ນຂ້ອງມ້ອງໃຈ, ຜິດຂ້ອງຕ້ອງຖຽງກັນ. ຊາວຫຼວງພະບາງຈຶ່ງໄດ້ຍົກລີ້ພົນ ຂຶ້ນເມື່ອທຳລາຍ ເມືອງສຸວັນນະໂຄມຄຳຈົນຮາບກ້ຽງ ເຮັດໃຫ້ຊາວເມືອງແຕກຕື່ນ ອົບພະຍົບໄປທົ່ວສາລະທິດເຊັ່ນ: ໄປທິດອຸມຸງສີຊັດສະນາໄລ ແລະ ຫຼວງພະບາງ, ເຊິ່ງເຂົາເຈົ້າໄດ້ນຳເອົາ ປະເພນີການໄຫຼເຮືອໄຟ ໄປປະຕິບັດຢູ່ສະຖານທີ່ແຫ່ງນັ້ນນຳພ້ອມ. ຢູ່ຕໍ່ມາຍັງມີເຊື້ອນາກ ເຊິ່ງແມ່ນ ຕະກູນລາວຈົກຄືລາວສາຍພາກເໜືອທາງຊຽງລາຍ ໄດ້ມາ ສ້າງນະຄອນສຸວັນນະໂຄມຄຳຂຶ້ນອີກ; ເຊິ່ງຕາມຕຳນານ ມີກຳແພງຮອບ 4 ດ້ານ ແລະ ແຕ່ລະດ້ານຍາວ 3.000 ວາ. ດ້ວຍເຫດນີ້ ເມືອງສຸວັນນະໂຄມຄຳ ທີ່ສາບສູນໄປແລ້ວນັ້ນ ຈຶ່ງໄດ້ຮຽກຊື່ໃໝ່ວ່າ ເມືອງນາເຄນເທລະນະຄອນ ຫຼື ນະຄອນບູລີ ຫຼື ເມືອງນະຄະພັນທຸງສິງຫົນວັດນະຄອນ ຫຼື ນະຄອນຊວາ. ເນື່ອງຈາກວ່າ ແມ່ນຊາວລາວພາກເໜືອ ມະຫາກາບເລື່ອງ “ທ້າວຮຸງ-ທ້າວເຈືອງ” ຍັງໄດ້ໝາຍໄວ້ອີກຊື່ໜຶ່ງ ນັ້ນຄື: ນະຄອນເງິນຍາງ ຫຼື ເງິນຍວງ ຕໍ່ມາ ເມື່ອພະຍາແສນພູ ໄດ້ມາເກີດຢູ່ທີ່ເມືອງດັ່ງກ່າວ ກໍ່ໄດ້ອີກຊື່ໃໝ່ ຄື: ຊຽງແສນ (ເກົ່າ) ຕະກູນລາວຈົກ ໄດ້ຄອງນະຄອນຊຽງລາວ ຫຼື ນະຄະບູລີ ມາຕະຫຼອດ 43 ເຊັ່ນກະສັດ ຈຶ່ງມາຮອດຂຸນເຈືອງ ຜູ້ເປັນກະສັດລາວຜູ້ທຳອິດ ທີ່ເຕົ້າໂຮມບັນດາເຜົ່າ ເປັນເອກະພາບກັນ ຢູ່ອານາຈັກທາງພາກເໝືອ ໃນ ຄສ 1096. ຂຸນເຈືອງ ໄດ້ນຳລີ້ພົນພິສິດຫຼວງພະບາງ, ຊຽງຂວາງ ແລະ ປະກັນ (ແຄ້ວນແກວຈີ) ແລ້ວສ້າງຂື້ນເປັນຈັກກະພົບລາວ ເອກະພາບກັນ ລະຫວ່າງເຜົ່າເປັນຄັ້ງທຳອິດ ເປັນຕົ້ນແມ່ນ ຕະກູນນາກ ແລະ ຂອມ. ນັບວ່າພະອົງ ເປັນກະສັດຜູ້ຍິ່ງໃຫຍ່ຜູ້ໜຶ່ງຂອງຊາວລາວບັນດາເຜົ່າ. ເມື່ອອານາຈັກຂຸນເຈືອງ ລົ້ມລະລາຍລົງ ໃນ 4 ເຊັ່ນກະສັດ ໃນລາດຊະການຂອງ ຂຸນກັນຮາງ ອັນເປັນເຫຼັນຫຼອນຂອງ ຂຸນເຈືອງ ພາຍຫຼັງທີ່ໄດ້ເສຍໄຊໃຫ້ແກ່ກອງທັບຂອງຂຸນລໍ ທີ່ຍົກມາແຕ່ເມືອງລຸ່ມ ທີ່ທົ່ງນານ້ອຍອ້ອຍໜູ (ປະຈຸບັນ ແມ່ນດຽນບຽນຟູ) ຄືເມືອງແຖນນັ້ນເອງ. ເມືອງເກົ່າສຸວັນນະໂຄມຄຳ ອັນເປັນຊື່ກົກເຄົ້າ ຂອງນະຄອນບູຮານແຫ່ງນີ້ ນັບວ່າໄດ້ ຜ່ານຂະບວນການ ຖືກທຳລາຍ ແລະ ການຟື້ນຟູຫຼາຍຄັ້ງຫຼາຍຫົນ ພາຍໃຕ້ຊື່ຕ່າງໆ ກວ່າຈະມາເຖິງສະພາບ ນະຄອນຮ້າງ ເຫຼືອໄວ້ແຕ່ເສດຮ່ອງຮອຍປະໄວ້.
ຕາມການສຳຫຼວດໃນເບື້ອງຕົ້ນ ໃນສະຖານທີ່ ປະມານ 10,000 ເຮັກຕາ; ພົບວ່າມີ 44 ບູຮານສະຖານ ແລະ ຖານກໍ່ສ້າງດ້ວຍອິດ ແລະ ປະທາຍ. ອັນເປັນພຸດທະສີມາ, ພະທາດ, ພະພຸດທະຮູບ, ນ້ຳສາງ ແລະ ສະຖານທີ່ອື່ນໆ. ສິ່ງທີ່ຊົງຄວາມງົດງາມ ແລະ ຄວາມສະຫງ່າຕະການຕາ ອັນຍັງຫລົງເຫຼືອຈາກສີມືຂອງໂຈນປົ້ນສົມບັດທັງລາວ ແລະ ໄທ ໃນສະໄໝກ່ອນນັ້ນ ອັນໄດ້ແກ່ ພະພຸດທະຮູບອົງສະມະທິ ທີ່ເຮັດດ້ວຍອິດ ແລະ ປະທາຍ, ເປັນພະພຸດທະຮູບອົງໃຫຍ່ ມີໜ້າຕັກກວ້າງ 7,10 ແມັດ, ລວງສູງ 7,22 ແມັດ (ບໍ່ນັບຍອດເກດ), ບ່າແຕ່ລະຂ້າງ 1,10 ແມັດ, ດ້ານຂ້າງ ແຕ່ກະໂພກຫາເຂົ່າ 3,60 ແມັດ ນັບວ່າເປັນພະພຸດທະຮູບອົງໜຶ່ງ ທີ່ໃຫຍ່ທີ່ສຸດຂອງປະເທດລາວ ແລະ ໃນຍ່ານອາຊີ ອາຄະເນ ຕາມຂະໜາດ ຂອງພະພຸດທະຮູບອົງນີ້ ໄດ້ສັນນິຖານວ່າ ແມ່ນ ພະພຸດທະຮູບປະຈຳທີ່ວັດພະຣາດສະວັງ, ຮອດປະຈຸບັນນີ້ ຍັງເຫຼືອພຽງແຕ່ຮ່າງຄີງ, ສ່ວນພະຫັດ, ພະເກດ, ແຖ່ນ ແລະ ອື່ນໆ ໄດ້ຖືກຂຸດ, ເຈາະ, ກິດຫ້ຽນ ແລະ ກົ່ນເອົາຂອງດີໄປໝົດແລ້ວ. ນອກຈາກນັ້ນ ຍັງມີພະອີກອົງໜຶ່ງ ທີ່ມີ ຂະໜາດເກືອບ ຊ່ຳໆກັນ ແຕ່ຖືກລົ້ມພັງທະລາຍ ແລະ ພະລ້ານຕື້ ຫຼື ພະຣັດສະໝີທອງສຳລິດ ທີ່ຈົມຢູ່ແມ່ນ້ຳຂອງ. ປູສະນີຍະສະຖານທີ່ຍັງຫຼົງເຫຼືອ ຢູ່ນັ້ນ ສັນນິຖານໄດ້ວ່າ ແມ່ນ ມາຈາກຍຸກຂອງນະຄອນຊຽງແສນ ເປັນສ່ວນໃຫຍ່; ເປັນຕົ້ນແມ່ນ ໃນສະໄໝເຈົ້າໄຊຍະເສດຖາທິຣາດ ເຊິ່ງພະອົງ ໄດ້ໃຫ້ການສະຖາປະນາ, ບູລະນະ ໃຫ້ເປັນນະຄອນທີ່ສວຍສົດງົດງາມ ຄາບສອງຝັ່ງແມ່ນ້ຳຂອງ. ນະຄອນ ດັ່ງກ່າວ ໄດ້ຖືກພັງທະລາຍລົງບັ້ນສຸດທ້າຍ ໂດຍການຮຸກຮານ ຂອງກອງທັບພະມ້າ ໃນລາດຊະການຂອງ ພະເຈົ້າໄຊຍະເສດຖາທິຣາດ. ຈາກນັ້ນແລ້ວ ຍັງມີແນວສາຍພູນ້ອຍ ຕັ້ງຢູ່ດ້ານຕາເວັນຕົກຂອງນະຄອນຮ້າງ ທີ່ເນັ່ງຢຽດແຕ່ ດ້ານເໜືອເຖິງດ້ານໃຕ້ ແມ່ນສັງເກດເຫັນຮ່ອງເລິກ ແລະ ກວ້າງປະມານ 10 ກວ່າແມັດ ເນັ່ງຢຽດເຖິງແຄມຂອງ, ມີຄັນຄູສູງລຽບທາງ ຂອງເບື້ອງຕາເວັນອອກ. ດັ່ງນັ້ນ, ຈຶ່ງເຂົ້າໃຈໄດ້ວ່າ: ແມ່ນ ຕະຄອງສູ້ຮົບ ແລະ ກຳແພງປ້ອງກັນກອງທັບຊ້າງມ້າ ກໍ່ຄືລີ້ພົນຂ້າເສິກທົ່ວໄປທີ່ມາຮຸກຮານ. ປະຈຸບັນ ທາງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຂວງບໍ່ແກ້ວ ໄດ້ມີການອະນຸລັກ ແລະ ປະກາດເປັນປູສະນີຍະສະຖານແຫ່ງຊາດ ແລະ ເປັນບ່ອນຫວງຫ້າມ, ເປັນອຸທິຍານ ບ່ອນສຶກສາຫາຄວາມຮູ້ ໃຫ້ແກ່ນັກທ່ອງທ່ຽວ ແລະ ເປັນບ່ອນສະຖານທີ່ພັກຜ່ອນຢ່ອນອາລົມ, ເປັນການສະຫງວນວັດທະນະທຳທີ່ຫຼາກຫຼາຍ ກໍ່ຄືທຳມະຊາດທີ່ສວຍງາມ.

ຂໍ້ມູນຈາກ :http://www.laogov.gov.la/provin…/Pages/Provincetourism.aspx…

ບົດຄວາມຫຼ້າສຸດ

ພະແນກການເງິນ ນວ ສະເໜີຄົ້ນຄວ້າເງິນອຸດໜູນຄ່າຄອງຊີບຊ່ວຍ ພະນັກງານ-ລັດຖະກອນໃນປີ 2025

ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງ...

ປະທານປະເທດຕ້ອນຮັບ ລັດຖະມົນຕີກະຊວງການຕ່າງປະເທດ ສສ ຫວຽດນາມ

ວັນທີ 17 ທັນວາ 2024 ທີ່ຫ້ອງວ່າການສູນກາງພັກ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງ ທ່ານ ບຸຍ ແທງ ເຊີນ...

ແຂວງບໍ່ແກ້ວ ປະກາດອະໄພຍະໂທດ 49 ນັກໂທດ ເນື່ອງໃນວັນຊາດທີ 2 ທັນວາ

ແຂວງບໍ່ແກ້ວ ປະກາດການໃຫ້ອະໄພຍະໂທດ ຫຼຸດຜ່ອນໂທດ ແລະ ປ່ອຍຕົວນັກໂທດ ເນື່ອງໃນໂອກາດວັນຊາດທີ 2 ທັນວາ ຄົບຮອບ 49 ປີ ພິທີແມ່ນໄດ້ຈັດຂຶ້ນໃນວັນທີ 16 ທັນວາ...

ຍທຂ ນວ ຊີ້ແຈງ! ສິ່ງທີ່ສັງຄົມສົງໄສ ການກໍ່ສ້າງສະຖານີລົດເມ BRT ມາຕັ້ງໄວ້ກາງທາງ

ທ່ານ ບຸນຍະວັດ ນິລະໄຊຍ໌ ຫົວຫນ້າພະແນກໂຍທາທິການ ແລະ ຂົນສົ່ງ ນະຄອນຫຼວງວຽງຈັນ ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄຫມສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ...