spot_img
Homeຂ່າວພາຍ​ໃນຮົງກາລີຈະໃຫ້ລາວ 30,000,000 ໂດລາ ຍົກລະດັບວຽກກະສິກຳແລະປະມົງ

ຮົງກາລີຈະໃຫ້ລາວ 30,000,000 ໂດລາ ຍົກລະດັບວຽກກະສິກຳແລະປະມົງ

Published on

ຂປລ.ໃນວັນທີ 22 ກຸມພາ2016 ທີ່. ກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ໄດ້ຈັດພິທີເຊັນສັນຍາວ່າດ້ວຍການສ້າງຂອບການຮ່ວມມືດ້ານການເງິນລະຫວ່າງ ລັດຖະບານ ສປປ ລາວ ແລະ ລັດຖະບານ ຮົງກາລີ, ໂດຍ ທ່ານ ພູເຂົາ ພົມມະວົງສາ, ເອກອັກຄະລັດ ຖະທູດ/ຜູ້ຕາງໜ້າຖາວອນແຫ່ງ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ ນະຄອນຫຼວງວຽນ, ປະເທດ ໂອຕຣິດ ແລະ ຝ່າຍຮົງກາລີ ແມ່ນ ທ່ານ ດຣ. ອີສວານ ມິໂກລາ ( Dr. István Mikola ), ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາລີ ເປັນຄູ່ຮ່ວມລົງນາມ. ໃນພິທີດັ່ງກ່າວຝ່າຍລາວຍັງມີ ທ່ານ ດຣ. ພວງປາຣິສັກ ປຣະວົງວຽງຄໍາ, ລັດຖະມົນຕີຊ່ວຍ ວ່າການກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ຈາກ ທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.
ສັນຍາການສ້າງຂອບການຮ່ວມມືດ້ານການເງິນ ລະຫວ່າງສອງປະເທດ ສະບັບດັ່ງກ່າວນີ້ ຈະເປັນສັນຍາພື້ນຖານທີ່ສໍາຄັນໃນການສົ່ງເສີມບາດກ້າວຂະຫຍາຍການຮ່ວມມືດ້ານເສດຖະກິດຂອງທັງສອງປະເທດ ໂດຍຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ພ້ອມດຽວກັນນັ້ນ ກໍຈະເປັນສັນຍາ ແມ່ບົດເພື່ອກ່າວໄປສູ່ການລົງນາມໃນສັນຍາການຊ່ວຍເຫຼືອດ້ານອື່ນໆເປັນຕົ້ນແມ່ນສັນຍາດ້ານເງິນກູ້,ດ້ານກະສິກໍາໃນຂົງເຂດວຽກງານລ້ຽງສັດ, ລ້ຽງປາ ແລະ ປຸງແຕ່ງເປັນຜະລິດ ຕະພັນສະ ອາດທີ່ມີຄຸນນະພາບ ແລະ ມາດຕະຖານ ຈາກ ປະເທດ ຮົງກາລີ ທີ່ຈະຊ່ວຍເຫຼືອ ແກ່ ສປປ ລາວ ໃນອະນາຄົດອັນໃກ້ນີ້ ໃນຈໍານວນ 30 ລ້ານໂດລາສະຫະລັດ.
ຜົນສໍາເລັດໃນການລົງນາມເຊັນສັນຍາສ້າງຂອບການຮ່ວມມືດ້ານການເງິນດັ່ງກ່າວນີ້ຈະເປັນການປະກອບສ່ວນອັນສໍາຄັນເຂົ້າໃນການເພີ້ມທະວີສາຍພົວພັນມິດຕະພາບອັນເປັນມູນເຊື້ອທີ່ດີງາມລະຫວ່າງ ສປປ ລາວ ແລະ ຮົງກາລີ ນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນໃນວັນທີ 12 ກັນຍາ 1962 ເປັນຕົ້ນມາ ແລະ ກໍເປັນການສ້າງໂອກາດໃຫມ່ໃຫ້ແກ່ ສປປ ລາວ ເຮົາໃນການເຂົ້າເຖີງແຫຼ່ງທຶນ ແລະ ເຕັກໂນໂລຊີ ເພື່ອການພັດທະນາຜະລິດຕະພັນກະສິ ກໍາດ້ານສະບຽງອາຫານແບບຄົບວົງຈອນທີ່ທັນສະໄໝເພື່ອເພີ້ມປະລິມານ ແລະ ຄຸນນະພາບ ຂອງຜະລິດຕະພັນລາວໃຫ້ສູງຂຶ້ນ, ສາມາດຕອບສະຫນອງ ໃຫ້ແກ່ຕະຫລາດພາຍ ໃນປະເທດ ໃຫ້ພຽງພໍເພື່ອຫລຸດຜ່ອນການນໍາເຂົ້າ ແລະ ສາມາດສົ່ງອອກ ພ້ອມທັງສ້າງຄວາມ ເຂັ້ມ ແຂງເພື່ອແຂ່ງ ຂັນດ້ານການຄ້າຢູ່ພາຍໃນກຸ່ມປະເທດປະຊາຄົມ ອາຊຽນ ຫຼື AEC ແລະ ຄູ່ຮ່ວມມືອາຊຽນອື່ນໆ.ພ້ອມດຽວກັນນັ້ນ ກໍ່ຍັງເປັນການປະກອບສ່ວນເຂົ້າໃນການປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ, ການລົບລ້າງຄວາມທຸກຍາກ ແລະ ການບັນລຸເປົ້າໝາຍສະຫະສະວັດຂອງ ສປປລາວ ໃນການຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາໃນປີ 2020.

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)