spot_img
Homeຂ່າວຕ່າງປະເທດເກີດເຫດບຸກຍິງໂຮງງານຢູ່ອາເມຣິກາ ມີຜູ້ເສຍຊີວິດ 4 ຄົນ ມືປືນຖືກຕຳຫລວດ ຍິງເສຍຊີວິດ!

ເກີດເຫດບຸກຍິງໂຮງງານຢູ່ອາເມຣິກາ ມີຜູ້ເສຍຊີວິດ 4 ຄົນ ມືປືນຖືກຕຳຫລວດ ຍິງເສຍຊີວິດ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 26 ກຸມພານີ້ວ່າ ເກີດເຫດມືປືນບຸກຍິງຢູ່ໂຮງງານຜະລິດຈັກຕັດຫຍ້າ Excel ໃນເມືອງເຮສຕັນ ລັດແຄນຊັສ ໃນມື້ວານນີ້ (ຕາມເວລາໃນທ້ອງຖິ່ນ) ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ໃນນັ້ນລວມທັງມືປືນຜູ້ກໍ່ເຫດ 1 ຄົນ ຊຶ່ງເປັນພະນັກງານພາຍໃນໂຮງງານດັ່ງກ່າວເອງ ແລະ ມີຜູ້ໄດ້ຮັບບາດເຈັບອີກ 14 ຄົນ ໂດຍຜູ້ກໍ່ເຫດໄດ້ຖືກເຈົ້າໜ້າທີ່ຕຳຫລວດ ຍິງເສຍຊີວິດຄາບ່ອນກໍ່ເຫດ.

ທ່ານ ທີ ວອນຕັນ ເຈົ້າເມືອງເຮສຕັນ ກ່າວວ່າ ເບື້ອງຕົ້ນຍັງບໍ່ຮູ້ຂໍ້ມູນເຫດຈູງໃຈ ທີ່ເຮັດໃຫ້ກຳມະກອນຜູ້ກໍ່ເຫດ ລົງມືຍິງເພື່ອນຮ່ວມງານ ໃນໂຮງງານທີ່ຕົນເອງເຮັດວຽກຢູ່ ແຕ່ເຊື່ອແນ່ວ່າ ບໍ່ກ່ຽວຂ້ອງກັບການກໍ່ການຮ້າຍ.

 

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...