spot_img
Homeມຸມຂ່າວ AECສະຫະລັດອາເມລິກາ ສະໜັບສະໜູນວຽກງານ ສ້າງຄວາມເຂັ້ມແຂງແກ່ແມ່ຍິງ ໃນອາຊຽນ!

ສະຫະລັດອາເມລິກາ ສະໜັບສະໜູນວຽກງານ ສ້າງຄວາມເຂັ້ມແຂງແກ່ແມ່ຍິງ ໃນອາຊຽນ!

Published on

ກອງປະຊຸມສ້າງຄວາມເຂັ້ມແຂງ ໃຫ້ແກ່ແມ່ຍິງ ແລະ ຄວາມສະເໝີພາບ ລະຫວ່າງຍິງ-ຊາຍ ໃນຊຸມຊົນເສດຖະກິດອາຊຽນ, ໂດຍການສະໜັບສະໜູນຂອງ ລັດຖະບານສະຫະລັດອາເມລິກາ, ໄດ້ຈັດຂຶ້ນໃນວັນທີ 25 ກຸມພານີ, ທີ່ນະຄອນຫລວງວຽງຈັນ, ເພື່ອແນໃສ່ການສົ່ງເສີມຄວາມສາມັກຄີ ເປັນໜຶ່ງດຽວພາຍໃນອາຊຽນ, ໂດຍການສ້າງຄວາມເຂັ້ມແຂງ ໃຫ້ແກ່ບົດບາດຂອງແມ່ຍິງ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ເພື່ອບັນລຸເປົ້າໝາຍ ວິໄສທັດປະຊາຄົມອາຊຽນໃນປີ 2025.

ທ່ານນາງ ມິກິ ໄຊເດວ ຜູ້ຕາງໜ້າສະຖານທູດສະຫະລັດອາເມລິກາປະຈໍາລາວ ໄດ້ກ່າວຕໍ່ທີປະຊຸມວ່າ: ພວກເຮົາຮັບຮູ້ດີວ່າ ຈະມີຫລາຍວຽກງານທີ່ຕ້ອງເຮັດ ແລະ ປະເຊີນກັບບັນຫາຕ່າງໆທີ່ອາດເກີດຂຶ້ນ, ຊຶ່ງຖ້າພວກເຮົາຮ່ວມມືກັນໜັກແໜ້ນກວ່າເກົ່າ ກໍຈະສາມາດບັນລຸເປົ້າໝາຍຂອງປະຊາຄົມອາຊຽນໄດ້ເປັນຢ່າງດີ.

ມີແມ່ຍິງຫລາຍຮ້ອຍລ້ານຄົນໃນອາຊຽນ ແລະ ພວກເຂົາລ້ວນແຕ່ມີບົດບາດສໍາຄັນ ໃນຫລາຍໆໜ້າທີ່ວຽກງານ, ນັບທັງດ້ານສັງຄົມ, ວັດທະນະທໍາ, ການເມືອງ ແລະ ການພັດທະນາເສດຖະກິດ ຢູ່ໃນຂົງເຂດພາກພື້ນນີ້, ສະນັ້ນ ການສ້າງຄວາມເຂັ້ມແຂງໃຫ້ແກ່ແມ່ຍິງ ແມ່ນປັດໃຈຂັບເຄື່ອນສໍາຄັນ ໃນການຫລຸດຜ່ອນຄວາມທຸກຍາກ ແລະ ກ້າວສູ່ຄວາມຈະເລີນກ້າວໜ້າ ຂອງບັນດາປະເທດໃນພາກພື້ນນີ້.

ອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID) ໄດ້ໃຫ້ທຶນສະໜັບສະໜູນຫລາຍກວ່າ 120 ພັນໂດລາສະຫະລັດ ເພື່ອສົ່ງເສີມຫລາຍກິດຈະກໍາເພື່ອຄວາມກ້າວໜ້າຂອງແມ່ຍິງ ເຊັ່ນ: ກອງປະຊຸມປຶກສາຫາລື, ການສຶກສາຄົ້ນຄວ້າ, ການຢ້ຽມຢາມຕ່າງໆ, ເຊິ່ງເປັນສ່ວນໜຶ່ງຂອງຂະບວນການລວມສູນອາຊຽນ ແລະ ວຽກງານດັ່ງກ່າວນອນໃນໂຄງການອາຊຽນ-ຢູເອສ ໂປຣເກຣດ (ASEAN-US PROGRESS).

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...

ມີຜູ້ເສຍຊີວິດ 3 ຄົນຈາກຜົນກະທົບພະຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ

ໜັກໜ່ວງ ພາຍຸບົວລອຍ ພັດຜ່ານບ້ານກໍໄຮ ເມືອງອະນຸວົງ ແຂວງໄຊສົມບູນ ເຮັດໃຫ້ມີຄົນເສຍຊີວິດແລ້ວ 3 ຄົນ. ແຫຼ່ງຂ່າວຈາກແຂວງໄຊສົມບູນ ແຈ້ງໃຫ້ຮູ້ວ່າ: ວັນທີ 30 ກັນຍາ 2025, ທ່ານ...

ເສຍຊີວິດ 63 ຄົນ ເຫດການແຜ່ນດິນໄຫວຂະໜາດໃຫຍ່ທີ່ຟິລິບປິນ ທາງການເຕືອນອາດຈະເກີດສຶນາມິຕາມມາອີກ

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 30 ກັນຍາ 2025 ທີ່ຜ່ານມາ ເວລາປະມານ 22:00ໂມງ ເກີດເຫດການແຜ່ນດິນໄຫວຂະໜາດໃຫຍ່ 6.9 ລິກເຕີ ທີ່ເທິງເກາະເຊບູ ປະເທດຟິລິບປິນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍກວ່າ 63...

ການຂົນສົ່ງສາທາລະນະຢູ່ນະຄອນຫຼວງວຽງຈັນ

ນະຄອນຫຼວງວຽງຈັນ ຖືວ່າເປັນນະຄອນຫຼວງແຫ່ງ ສປປ ລາວ ທີ່ມີລະບົບການຂົນສົ່ງສາທາລະນະທີ່ອ້ອມຮອບ ເນື່ອງຈາກມີລົດເມໄວ້ຄອຍໃຫ້ບໍລິການຢູ່ຫຼາຍເຂດ ຕັ້ງແຕ່ໃນຕົວເມືອງຈົນໄປຮອດນອກຕົວເມືອງ ເພື່ອຄວາມສະດວກສະບາຍໃນການໄປ-ມາ ຂອງປະຊາຊົນເວົ້າລວມ ເວົ້າສະເພາະກໍຄືຜູ້ທີ່ອາໄສໃນນະຄອນຫຼວງວຽງຈັນໃນແຕ່ລະມື້. ນອກຈາກນີ້, ໃນປີ 2026 ກໍຈະເປີດໃຫ້ບໍລິການສຳລັບລົດເມໂດຍສານດ່ວນພິເສດ...