ເປີດໂລກທຳຄວາມຮູ້ຈັກປະເພນີຊວນຕະລຶງຂອງຊາວຍາໂນມາມິ ເຜົ່າພື້ນເມືອງແຫ່ງຜືນປ່າອາເມຊອນ ກັບຄວາມເຊື່ອກິນຂີ້ເຖົ່າກະດູກຄົນຕາຍ ເພື່ອໃຫ້ຜູ້ຈາກໄປຍັງໄດ້ມີຊີວິດຕໍ່.
ເມື່ອມີການຕາຍເກີດຂຶ້ນໃນໝູ່ບ້ານຊາວຍາໂນມາມິ ຮ່າງ ແລະ ກະດູກຂອງຜູ້ຕາຍທີ່ຖືກເຜົາມອດໄໝ້ເປັນເຖົ່າ ຈະຖືກນຳມາປະສົມເປັນຊຸບພິເສດ ແລ້ວແບ່ງປັນກັນກິນໃນໝູ່ຄອບຄົວເຄືອຍາດ ຕະຫຼອດຈົນຊາວເຜົ່າຄົນອື່ນໆທີ່ອາໃສຢູ່ຮ່ວມຊຸມຊົນກັນ.
ທີ່ມາຂອງວັດທະນະທຳກິນເຖົ່າກະດູກຄົນຕາຍນີ້ ສືບເນື່ອງມາຈາກຄວາມເຊື່ອຂອງຊາວຍາໂນມາມິວ່າ ຄວາມຕາຍບໍ່ແມ່ນສິ່ງທີ່ເກີດຂຶ້ນໂດຍທຳມະຊາດ ແຕ່ເປັນຝີມືຈາກພໍ່ມົດໝໍຜີຈາກເຜົ່າທີ່ເປັນປໍລະປັກກັນ ສົ່ງວິນຍານຊົ່ວຮ້າຍມາກໍ່ກວນໃນເຜົ່າຂອງຕົນ ແລະ ເພື່ອຈະປ້ອງກັນບໍ່ໃຫ້ຖືກຜີຮ້າຍໂຈມຕີ ກໍ່ຕ້ອງຕ້ອງຮີບກຳຈັດຮ່າງຂອງຄົນຕາຍໄປໃຫ້ສິ້ນ ເມື່ອມີຄົນຕາຍ ຊາວຍາໂນມາມິຈິ່ງເລືອກທີ່ຈະເຜົາສົບແທນທີ່ຈະເປັນການຝັງ ແລ້ວນຳເຖົ່າກະດູກຂອງຜູ້ຕາຍມາແບ່ງກັນດື່ມ ໂດຍເຊື່ອວ່າເປັນການຮັກສາຈິດວິນຍານຂອງຜູ້ທີ່ຈາກໄປໃຫ້ມີຊີວິດຢູ່ຕໍ່ໄດ້ຢ່າງປອດໄພໄປຕະຫຼອດການ.
ໂດຍກ່ອນຈະມີພິທີເຜົາສົບ ຮ່າງຂອງຜູ້ຕາຍຈະຖືກນຳໄປວາງໄວ້ກາງປ່າໃນບໍລິເວນທີ່ໃກ້ຕູບ ຫຼື ທີ່ຢູ່ຂອງໝໍຜີ ແລ້ວປະໄວ້ໃຫ້ເນົ່າເປື່ອຍໄປຕາມທຳມະຊາດ ປະມານ 30-45 ວັນ ຈິ່ງຄ່ອຍເກັບຮ່າງມາປະກອບພິທີເຜົາ ແລ້ວເກັບເອົາເຖົ່າກະດູກມາປະສົມກັບຊຸບ ຜູ້ຄົນໃນຊຸມຊົນຈະມາລ້ອມວົງຊຸມນຸມກັນພ້ອມໜ້າ ແລະ ຈະວຽນປ່ຽນກັນດື່ມຊຸບເຖົ່າກະດູກທີ່ໄດ້ຕັກໃສ່ພາສະນະທີ່ເຮັດຈາກນ້ຳເຕົ້າກັນໝົດທຸກຄົນພາຍໃນໂອກາດນັ້ນ.
ແຕ່ຫາກກໍລະນີຊາຍໃນເຜົ່າມີອັນເປັນໄປຍ້ອນຖືກຄົນນອກເຜົ່າຂ້າຕາຍ ພິທີຈັດການສົບກໍ່ແຕກຕ່າງອອກໄປ ຮນ່າງຂອງຜູ້ຕາຍຈະຖືກວາງຖິ້ມໄວ້ໃຫ້ຍ່ອຍສະລາຍດົນນານເປັນປີ ເພື່ອໃຫ້ແນ່ໃຈວ່າຄວາມແຄ້ນທີ່ຖືກຂ້ານັ້ນຈະໄດ້ຮັບການສະສາງແລ້ວ ປະສານກັບຄວາມເຊື່ອຂອງຊົນເຜົ່າວ່າ ດວງວິນຍານຂອງຜູ້ຕາຍຈະຍັງບໍ່ສາມາດເຂົ້າສູ່ໂລກວິນຍານໄດ້ຫາກຮ່າງເນື້ອຍັງຄົງບໍ່ທັນຫາຍໄປຈາກໂລກມະນຸດ ເມື່ອຄົບເວລາທີ່ສົບຍ່ອຍສະລາຍໄປແລ້ວ ເຖົ່າກະດູກຂອງຊາຍຜູ້ຕາຍ ກໍ່ຈະຖືກນຳມາແບ່ງກັນດື່ມກິນ ໂດຍຄາວນີ້ຈະແຈກສະເພາະໃນໝູ່ບ້ານຊາວເຜົ່າຜູ້ຍິງເທົ່ານັ້ນ ພຽງເທົ່ານີ້ກໍ່ເປັນການສົ່ງວິນຍານນຂອງຜູ້ລ່ວງລັບໄດ້ເຂົ້າສູ່ໂລກແຫ່ງວິນຍານຢ່າງສະຫງົບ ແລະ ສັນຕິພາບແລ້ວ.
ຂໍ້ມູນຈາກ http://hilight.kapook.com/view/133287