ບຣູໄນ ເປັນປະເທດ ທີ່ຕັ້ງຢູ່ເກາະບໍເນວ ໃນເຂດອາ ຊີຕາເວັນອອກສ່ຽງໃຕ້, ມີເນື້ອ ທີ່ທັງໝົດແມ່ນ 5.765 ກິໂລ ແມັດມົນທົນ, ມີຊາຍຝັ່ງທາງ ດ້ານເໜືອຕິດກັບທະເລຈີນໃຕ້ ຊາຍແດນທາງບົກທີ່ເຫຼືອແມ່ນ ຕິດກັບລັດ ຊາລາວັກຂອງມາ ເລເຊຍ, ຄວາມຈິງແລ້ວປະ ເທດນີ້ແມ່ນມີສອງ ສ່ວນທີ່ບໍ່ ຕິດຈອດກັນຄື: ດ້ານຕາເວັນ ຕົກ ແລະ ດ້ານຕາເວັນອອກ. ມີນະຄອນຫຼວງແມ່ນ ບັນດາ ເສຣີ ເບກາວັນ.
ປະຈຸບັນ, ບຣູໄນ ມີປະ ຊາຊົນອາໄສຢູ່ປະມານ 415.717 ຄົນ ປີ 2013. ປະຊາ ຊົນປະມານ 10.000 ຄົນ ແມ່ນ ອາໄສຢູ່ດ້ານຕາເວັນອອກ, ສ່ວນທີ່ເຫຼືອແມ່ນອາໄສຢູ່ດ້ານ ຕາເວັນຕົກ. ບຣູໄນ ເປັນປະ ເທດນ້ອຍແຕ່ພັດຮັ່ງມີດ້ວຍ GDP ຂອງປະເທດບຣູໄນ ໃນ ປີ 2015 ແມ່ນ 17,060 ຕື້ໂດ ລາສະຫະລັດ, ສ່ວນລາຍໄດ້ຕໍ່ ຫົວຄົນ ໂດຍສະເລ່ຍແມ່ນ 36.855 ໂດລາສະຫະລັດ. ນອກນີ້ ລັດຍັງຊ່ວຍເຫຼືອປະຊາ ຊົນດ້ວຍເຮືອນຢູ່, ການ ບໍລິ ການດ້ານສາທາລະນະສຸກ ແລະ ເຂົ້າກິນ.
ໃນປີ 1929 ບຣູໄນ ໄດ້ ສຳຫຼວດ ແລະ ພົບນ້ຳມັນ ແລະ ແກັສທຳມະຊາດທີ່ເມືອງເຊຣີ ອາ ຈຶ່ງເຮັດໃຫ້ບຣູໄນມີຖານະ ຮັ່ງມີຂຶ້ນ. ປະເທດນີ້ຜະລິດນ້ຳ ມັນ ເພື່ອສົ່ງອອກໄດ້ມື້ລະ 167.000 ບາເຣວ ກາຍເປັນ ຊາດອັນດັບ 4 ໃນອາຊີຕາເວັນ ອອກສ່ຽງໃຕ້ ທີ່ສົ່ງອອກນ້ຳມັນ ແລະ ແກັສ ໄດ້ 25.300.000 ແມັດກ້ອນ ເປັນອັນດັບ 9 ຂອງ ໂລກ. ນ້ຳມັນຖືວ່າແມ່ນລາຍ ໄດ້ອັນດັບໜຶ່ງຂອງປະເທດ ຊຶ່ງ ປະກອບສ່ວນໃຫ້ກັບ GDP ຂອງປະເທດ 90%.
ລັດຖະບານຮູ້ດີວ່າ: ຈະເພິ່ງພານ້ຳມັນ ແລະ ແກັສທຳ ມະຊາດອີກຕໍ່ໄປບໍ່ໄດ້ ສະນັ້ນ ຈຶ່ງສົນໃຈກັບຊັບພະຍາກອນ ອື່ນໆທີ່ມີຢ່າງຫຼວງຫຼາຍເຊັ່ນ: ສັດນ້ຳ, ປ່າໄມ້ ແລະ ແຮ່ທາດ ແລະ ເນື້ອທີ່ອັນອຸດົມສົມບູນທີ່ ເໝາະສົມແກ່ການກະສິກຳ ເພື່ອເລັ່ງການພັດທະນາການ ລົງທຶນໃສ່ດ້ານດັ່ງກ່າວ.
ຜູ້ປົກຄອງບຣູໄນບໍ່ພຽງ ແຕ່ຄິດຍັງລົງມືເຮັດທັນທີໂດຍ ການຕັ້ງກະຊວງໃໝ່ຂຶ້ນມາຄື: ກະຊວງອຸດສາຫະກຳ ແລະ ຊັບ ພະຍາກອນທຳມະຊາດ ເພື່ອ ເຮັດໜ້າທີ່ຄົ້ນຄວ້າ, ວາງແຜນ ແລະ ຈັດຕັ້ງປະຕິບັດດ້ານອຸດ ສາຫະກຳ ແລະ ການລົງທຶນ ໂດຍສະເພາະໂຄງການອຸດສາ ຫະກຳທີ່ໄດ້ຮັບການສະໜັບ ສະໜູນເປັນພິເສດເຊັ່ນ: ອຸດ ສາຫະກຳຂະໜາດນ້ອຍທີ່ຕິດ ພັນກັບກະສິກຳ, ປ່າໄມ້ ແລະ ການປະມົງ.
ການປະຕິບັດໃນໄລຍະ ທຳອິດລັດຖະບານໄດ້ສະໜັບ ສະໜູນໂຮງງານ ແລະ ອຸດສາ ຫະກຳຂະໜາດນ້ອຍທີ່ສາມາດ ຕອບສະໜອງຕໍ່ຜູ້ບໍລິໂພກ ພາຍໃນປະເທດທີ່ຖືວ່າ: ສຳຄັນເປັນອັນດັບ 1, ຈາກນັ້ນ ຈຶ່ງ ຂະຫຍາຍໄປສູ່ໂຮງງານ ແລະ ອຸດສາຫະກຳ ເພື່ອການສົ່ງ ອອກ ຊຶ່ງລັດຖະບານ ໄດ້ຕັ້ງ ເປົ້າ ໝາຍວ່າ: ອຸດສາຫະກຳເຫຼົ່ານີ້ ຈະເຂົ້າມາມີບົດບາດແທນອຸດ ສາຫະກຳນ້ຳມັນ ແລະ ແກັສທຳ ມະຊາດທີ່ຈະໝົດໄປໃນອະ ນາຄົດ ແລະ ເມື່ອຮອດຕອນ ນັ້ນກໍ່ຍັງສາມາດຮັບປະກັນ ໄດ້ວ່າ: ປະຊາຊົນພາຍໃນປະ ເທດຍັງຈະມີວຽກເຮັດງານທຳ ໄດ້ອີກຕໍ່ໄປ.
ປະຈຸບັນ ບຣູໄນ ມີອຸດສາ ຫະກຳການຜະລິດອາຫານ, ເຄື່ອງໃຊ້, ການຜະລິດເສື້ອຜ້າ ເພື່ອສົ່ງອອກໄປຕ່າງປະເທດ. ລັດຖະບານປະເທດນີ້ ຍັງພັດ ທະນາອຸດສາຫະກຳແປຮູບອາຫານ ໂດຍສະເພາະອາຫານ ຮາລານ ຂອງຊາວມຸດສະລິມ. ນອກນີ້ກໍ່ຍັງຜະລິດເຄື່ອງດື່ມ, ວັດສະດຸກໍ່ສ້າງທີ່ບໍ່ແມ່ນ ໂລຫະ ການຜະລິດແວ່ນເພື່ອໃສ່ລົດ. ແຕ່ເຖິງຈັ່ງໃດກໍ່ຕາມ ບຣູໄນ ຍັງມີອຸປະສັກໃນການພັດທະ ນາອຸດສາຫະກຳເຊັ່ນ: ການ ຂາດແຄນຊ່າງທີ່ມີສີມື, ຕະ ຫຼາດພາຍໃນປະເທດທີ່ມີຂະ ໜາດນ້ອຍ ແລະ ບໍ່ມີແຮງງານ ພາຍໃນປະເທດຢ່າງພຽງພໍ.
ບຣູໄນ ຍັງຈະພັດທະນາ ປະເທດໃຫ້ເປັນສູນກາງການ ບໍລິການການຄ້າ, ການທ່ອງ ທ່ຽວ, ສູນກາງການເງິນ ແລະ ເປັນຕະຫຼາດການຂົນສົ່ງສິນ ຄ້າທີ່ສຳຄັນຂອງປະເທດອາຊີ ຕາເວັນອອກສ່ຽງໃຕ້ ເພື່ອການ ສ້າງວຽກເຮັດງານທຳໃຫ້ກັບ ປະຊາຊົນພາຍໃນປະເທດ.
ປະເທດນີ້ ຍັງເນັ້ນໃສ່ການ ລົງທຶນຢູ່ຕ່າງປະເທດ ເພື່ອຊ່ວຍ ເພີ່ມເຕີມລາຍຮັບຂອງຊາດ, ການລົງທຶນຢູ່ຕ່າງປະເທດແມ່ນ ດຳເນີນງານໂດຍຄະນະກຳ ມະການລົງທຶນຂອງບຣູໄນ ໂດຍ ການສະໜັບສະໜູນຂອງກະ ຊວງການເງິນຂອງປະເທດ.
ສປປ ລາວ ແລະ ປະເທດ ບຣູໄນ ດາຣູຊາລາມ ສ້າງຕັ້ງສາຍ ພົວພັນທາງການທູດນຳກັນ ໃນວັນທີ 27 ກໍລະກົດ 1993.
ຮຽບຮຽງໂດຍ: ບຸນຄົງ ມິດຕະພອນ
ຂໍ້ມູນຈາກ http://www.pasaxon.org.la/worldnews/23-02-16/content1.html