spot_img
Homeຂ່າວຕ່າງປະເທດຄວາມຫວັງແຫ່ງສັນຕິພາບ! ສະຫະລັດຯ-ຣັດເຊຍ ປະກາດແຜນຢຸດຍິງຢູ່ຊີຣີ ເລີ່ມເສົາທີ 27 ກຸມພານີ້!

ຄວາມຫວັງແຫ່ງສັນຕິພາບ! ສະຫະລັດຯ-ຣັດເຊຍ ປະກາດແຜນຢຸດຍິງຢູ່ຊີຣີ ເລີ່ມເສົາທີ 27 ກຸມພານີ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 23 ກຸມພານີ້ວ່າ ສະຫະລັດອາເມຣິກາ ແລະ ຣັດເຊຍ ໄດ້ປະກາດແຜນການ ຢຸດຕິການໃຊ້ຄວາມຮຸນແຮງໃນປະເທດຊີຣີ ໃນມື້ວານນີ້ (22 ກຸມພາ) ຫລັງຈາກທີ່ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີ ແຫ່ງ ສະຫະພັນຣັດເຊຍ ແລະ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ຕົກລົງເຫັນດີຮ່ວມກັນ ຈາກການສົນທະນາຜ່ານທາງໂທລະສັບ ໂດຍຂໍ້ຕົກລົງດັ່ງກ່າວ ຈະມີຜົນບັງຄັບໃຊ້ ນັບແຕ່ເວລາ 24:000 ຕາມເວລາໃນນະຄອນຫລວງດາມັສກັສ ປະເທດຊີຣີ (22:00 GMT ວັນສຸກ) ເປັນຕົ້ນໄປ ຊຶ່ງມີຜົນຕໍ່ຄູ່ຂັດແຍ່ງທຸກຝ່າຍທີ່ຕົກລົງຍອມຮັບ ຜ່ານການສະແດງເຈດຈຳນົງ ໄປຍັງລັດຖະບານຣັດເຊຍ ຫລື ສະຫະລັດອາເມຣິກາ ນັບແຕ່ມື້ປະກາດໄປຈົນຮອດເວລາ 12:00 ໂມງ ຂອງວັນສຸກທີ 26 ກຸມພາ ຕາມເວລາໃນນະຄອນຫລວງດາມັສກັສ.  ແນວໃດກໍຕາມ ຂໍ້ຕົກລົງດັ່ງກ່າວນີ້ ແມ່ນບໍ່ໄດ້ຄວບຄຸມເຖິງກຸ່ມລັດອິດສະລາມ (ໄອເອັສ) ແລະ ກຸ່ມອັນ ນຸສະຣາ-ຟຣອນ ຊຶ່ງເປັນເຄືອຂ່າຍຂອງ ກຸ່ມອັນກໍອິດະ ແຕ່ຢ່າງໃດ.

EyWwB5WU57MYnKOuYN0ClYbqCBgPk57eZJft4D3CRA14pWmjoU0woiຫາກຂໍ້ຕົກລົງດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງຈິງຈັງ ບໍ່ພຽງແຕ່ຈະຊ່ວຍຫລຸດຜ່ອນຄວາມຮຸນແຮງ ໃນປະເທດຊີຣີລົງເທົ່ານັ້ນ ແຕ່ຍັງຈະຊ່ວຍໃຫ້ເຈົ້າໜ້າທີ່ອົງການຕ່າງໆ ສາມາດສົ່ງຄວາມຊ່ວຍເຫລືອ ດ້ານມະນຸດສະທຳ ເຂົ້າໄປເຖິງພື້ນທີ່ຂັດແຂ່ງ ທີ່ມີປະຊາຊົນຖືກປິດລ້ອມ ແລະ ໄດ້ຮັບຜົນກະທົບຈາກໄພສົງຄາມ ທີ່ຍຶດເຍື້ອຍາວນານມາກວ່າ 5 ປີ.

ດ້ານທ່ານ ບັນ ກີມູນ ເລຂາທິການອົງການສະຫະປະຊາຊາດ ຫລື UN ໄດ້ອອກມາສະແດງຄວາມຊົມເຊີຍ ຕໍ່ກັບຂໍ້ຕົກລົງຢຸດຍິງນີ້ວ່າ ເປັນສັນຍານແຫ່ງຄວາມຫວັງ ທີ່ລໍຖ້າມາດົນນານ ພ້ອມທັງໄດ້ຮຽກຮ້ອງໃຫ້ທຸກຝ່າຍ ຈົ່ງຈັດຕັ້ງປະຕິບັດຕາມຄຳເວົ້າທີ່ຕົກລົງກັນໄວ້.

ທັງນີ້ ຂໍ້ຕົກລົງດັ່ງກ່າວ ຈະເປັນການລະງັບຄວາມຮຸນແຮງ ຫລັງຈາກທີ່ເກີດສົງຄາມກາງເມືອງ ຢູ່ປະເທດຊີຣີ ທີ່ຍືດເຍື້ອຍາວນານມາກວ່າ 5 ປີ ອັນໄດ້ສັງຫານຊີວິດປະຊາຊົນໄປແລ້ວ ບໍ່ຕ່ຳກວ່າ 260,000 ຄົນ ແລະ ເຮັດໃຫ້ພົນລະເມືອງຊາວຊີຣີ ຕ້ອງການເປັນຜູ້ອົບພະຍົບພັດຖິ່ນ ຊຶ່ງມີຫລາຍເຖິງ 4 ລ້ານຄົນ ທີ່ຂໍອົບພະຍົບລີ້ໄພ ໄປຢູ່ຕ່າງປະເທດ.

 

ບົດຄວາມຫຼ້າສຸດ

ຜູ້ນຳຄົນໃໝ່ ອີ ແຈມະຢອງ ຄວ້າຕຳແໜ່ງປະທານາທິບໍດີ ຄົນທີ 14 ສ.ເກົາຫຼີ

ອີ ແຈມະຢອງ ຄວ້າໄຊຊະນະການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ ພາຍຫຼັງ ຍຸນຊ໋ອກຍອນ ຖືກຖອດອກກຈາກຕໍາແໜ່ງ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ມິຖຸນາ 2025 ຜ່ານມານີ້ວ່າ: ເກົາຫຼີໃຕ້ຈັດການເລືອກຕັ້ງປະທານາທິບໍດິຄັ້ງພິເສດ ເພື່ອຫາຜູ້ນຳຄົນໃໝ່ແທນ ທ່ານ...

ຈີນປະກາດ ເປີດບໍລິການວີຊາພິເສດ “ASEAN visa”

ຈີນປະກາດເປີດຕົວ ວີຊ່າອາຊຽນ ໄຟຂຽວນັກທຸລະກິດ 10 ບັນປະເທດອາຊຽນລວມເຖິງ ຕີມໍແລັດສະແຕ ເດີນທາງເຂົ້າອອກສະດວກ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 4 ມິຖຸນາ 2025, ຈີນປະກາດເປີດຕົວ  "ASEAN Visa" ຫຼື...

ມອບ-ຮັບໜ້າທີ່ລະຫວ່າງເຈົ້ານະຄອນຫຼວງພະບາງ ຜູ້ເກົ່າ ແລະ ຮັກສາການເຈົ້ານະຄອນຫຼວງພະບາງ ຜູ້ໃໝ່

ແຕ່ງຕັ້ງທ່ານ ທ່ານ ສະເຫວີຍ ສີລາວັນ ຮັກສາການເຈົ້ານະຄອນ ຫຼວງພະບາງ ຜູ້ໃໝ່ ໃນວັນທີ 4 ມິຖຸນາ 2025 ທີ່ຫ້ອງປະຊຸມໃຫຍ່ຫ້ອງວ່າການນະຄອນຫຼວງພະບາງ ບ້ານຄອຍ ໄດ້ຈັດພິທີ ມອບ-ຮັບໜ້າທີ່ລະ...

ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່

ປະກາດແຕ່ງຕັ້ງ ທ່ານ ອານຸພາບ ວົງໜໍ່ແກ້ວ ເປັນຮອງລັດຖະມົນຕີກະຊວງການຕ່າງປະເທດຄົນໃໝ່ ຢ່າງເປັນທາງການ ວັນທີ 4 ມິຖຸນາ 2025 ຢູ່ກະຊວງການຕ່າງປະເທດ ໄດ້ຈັດພິທີປະກາດການ ຈັດຕັ້ງຕຳແໜ່ງບໍລິຫານຮອງລັດຖະມົນຕີ, ຫົວໜ້າກົມ ແລະ...