Homeຂ່າວຕ່າງປະເທດຮຽກຄືນສາຍສາກ ທົ່ວໂລກ Surface Pro ຫຼັງເຫັນຄວາມຮ້ອນສູງ

ຮຽກຄືນສາຍສາກ ທົ່ວໂລກ Surface Pro ຫຼັງເຫັນຄວາມຮ້ອນສູງ

Published on

Microsoft ຮຽກຄືນສາກສາກ Surface Pro ທຸກຮຸ່ນທົ່ວໂລກ ທີ່ວາງຂາຍກ່ອນວັນທີ 15 ກໍລະກົດ 2015 ຫຼັງເຫັນບັນຫາສາຍສາກມີທ່າອຽງກໍ່ໃຫ້ເກີດຄວາມຮ້ອນສູງໃນຂະນະທີ່ໃຊ້ງານ.

Microsoft ໃຫ້ລາຍລະອຽດວ່າ ບັນຫາທີ່ສາຍສາກຂອງ Surface Pro ທຸກຮຸ່ນທົ່ວໂລກ ທີ່ວາງຂາຍກ່ອນວັນທີ່ 15 ກໍລະກົດ 2015 ໄດ້ແກ່ Surface Pro, Surface Pro 2 ແລະ Surface Pro 3 ມີການບີບຮັດແລະພັນກັນແໜ້ນເກີນໄປ ເຮັດໃຫ້ມີທ່າອຽງທີ່ຈະກໍ່ໃຫ້ເກີດຄວາມຮ້ອນສູງໃນຂະນະໃຊ້ງານ ດ້ວຍເຫດຜົນດັ່ງກ່າວ Microsoft ຈິ່ງຕັດສິນໃຈຮຽກສາຍສາກ ແລະຈະເຮັດການປ່ຽນໃໝ່ໃຫ້ລ້າໆ ແຕ່ທາງນີ້ທາງນັ້ນ Microsoft ໃຫ້ຜູ້ໃຊ້ເປັນຜູ້ຕັດສິນໃຈເອງວ່າຈະຍິນດີຄືນຂອງເກົ່າ ເພື່ອປ່ຽນໄປໃຊ້ສາຍສາກອັນໃໝ່ຫຼືບໍ່.

ແນວໃດກໍ່ດີ ບັນຫາທີ່ເກີດຂຶ້ນມີຜົນກັບ Surface Pro ຮຸ່ນເກົ່າເທົ່ານັ້ນ ສ່ວນ Surface Pro 4 ຍັງບໍ່ມີບັນຫາກ່ຽວກັບສາຍສາກແຕ່ແນວໃດ.

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...