spot_img
Homeມູມໄອທີລາວເຜີຍວິທີງ່າຍໆ ທີ່ຈະເຮັດໃຫ້ໄອໂຟນ 16GB ຂອງທ່ານມີພື້ນທີ່​ໃຊ້​ງານເຫຼືອເຟືອ

ເຜີຍວິທີງ່າຍໆ ທີ່ຈະເຮັດໃຫ້ໄອໂຟນ 16GB ຂອງທ່ານມີພື້ນທີ່​ໃຊ້​ງານເຫຼືອເຟືອ

Published on

ທ່ານໃດທີ່ມີໄອໂຟນຄວາມຈຸ 16GB ອາດບໍ່ຕ້ອງລະວັງກັບການນຳໃຊ້ແບບຈຳກັດອີກ​ຕໍ່​ໄປ ໂດຍມື້ນີ້ ຈະມາແນະນຳ​ເຄັດ​ລັບເລັກໆນ້ອຍໆທີ່ຈະສາມາດເຮັດໃຫ້ທ່ານໃຊ້ໄອໂຟນຄວາມຈຸ 16GB ໄດ້​ແບບເຕັມປະສິດທິພາບຍິ່ງຂຶ້ນ ແລະປະຢັດພື້ນທີ່ນຳໃຊ້ຫຼາຍກວ່າເດີມ ໂດຍມີຂັ້ນຕອນດັ່ງນີ້:

  1. ລຶບເພງໃນບ່ອນດາວໂຫຼດໄອໂຟນອອກໄປໃຫ້ໝົດແລະຟັງເພງຜ່ານບໍລິການ streaming

ທັງນີ້ ເລີ່ມທຳອິດໃຫ້ໄປທີ່ Setting > General > Storage > Manage Storage > Music > ເລືອກ Edit ແລະ ທຳການ Delete All Music ຈາກນັ້ນກໍໄດ້ເລືອກຜູ້ໃຫ້ບໍລິການເພງ ເຊັ່ນ Apple Music ຫຼື Spotify ມາໃຊ້ແທນ.

  1. ຍ້ານຮູບພາບໃນໄອໂຟນຂອງທ່ານໄປໄວ້​ໃນ​ບໍລິການ cloud

ຮູບພາບຖືເປັນໜຶ່ງໃນສ່ວນສຳຄັນທີ່ກະທົບຕໍ່ພື້ນທີ່ຄວາມຈຸຂອງເຄື່ອງຫຼາຍທີ່ສຸດໃຫ້ເລີ່ມຈາກຕິດຕັ້ງແອບພລິເຄເຊິນ Google Photos ທີ່ມີການເກັບມ້ຽນຟາຍພາບທີ່ໃຊ້ວຽກງ່າຍ ແລະທຳການ backup ໃຫ້ຮຽບຮ້ອຍກ່ອນຈະລຶບພາບໃນ camera roll ອອກມາໃຫ້ໝົດ.

  1. ລຶບເກມເກົ່າໆໃນເຄື່ອງທີ່ທ່າບໍ່ຄ່ອຍໄດ້ຫຼິ້ນອອກໃຫ້ໝົດ
  2. ທຳການ restore ເຄື່ອງໄອໂຟນນຳ ໂດຍ backup ຂໍ້ມູນໃນ iTune ກ່ອນໃຫ້ຮຽບຮ້ອຍ

ພຽງເທົ່ານີ້ ກໍບໍຕ້ອງກັງວົນແລ້ວວ່າ ໂທລະສັບທີ່ແສນຮັກຂອງເຮົາຂໍ້ມູນຈະເຕັມໄວ.

ບົດຄວາມຫຼ້າສຸດ

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...