spot_img
Homeຂ່າວການພັດທະນາຝຣັ່ງເປີດກອງທຶນເພື່ອຊວ່ຍເຫລືອ ອົງການຈັດຕັ້ງທາງສັງຄົມ ຢູ່ ສປປ ລາວ!

ຝຣັ່ງເປີດກອງທຶນເພື່ອຊວ່ຍເຫລືອ ອົງການຈັດຕັ້ງທາງສັງຄົມ ຢູ່ ສປປ ລາວ!

Published on

ຂປລ. ​ວັນ​ທີ 15 ກຸມພາ ນີ້ ທີ່​ນະຄອນຫລວງ​ວຽງ​ຈັນ, ເອກອັກຄະ​ລັດຖະທູດ​ຝຣັ່ງ ປະ​ຈໍາ ສປປ ລາວ ເປີດ​ກອງທຶນ​ໃໝ່​ເພື່ອ​ຊວ່ຍ​ເຫລື​ອ​ອົງການ​ຈັດ​ຕັ້ງ​ທາງ​ສັງຄົມ (PISCCA) ​ມູນຄ່າ 500.000​ເອີ​ໂຣ.

ທ່ານນາງ ​ໂກຣດິ​ນ ​​ເລີ​ດູ (Claudine Ledoux) ເອກອັກຄະ​ລັດຖະທູດ​ຝຣັ່ງ ປະ​ຈໍາສປປ ລາວ ​ກ່າວວ່າ: ປະ​ເທດ​ຝຣັ່ງຖື​ເອົາອົງການຈັດ​ຕັ້ງ​ທາງສັງຄົມ ເປັນ​ຄູ່​ຮວ່ມພັດທະນາ ​ເຊິ່ງອົງການ​​ດັ່ງກ່າວ​ ​ແມ່ນບໍ່​​ໄດ້ສັງກັດ​ລັດຖະບານ ຫລື NGO ​ໂດຍມີ​ພາລະ​ບົດບາດ​ສໍາຄັນ ໃນ​ການ​ເສີມຂະຫຍາຍການ​ພັດທະນາ ​ແລະ ຮັດ​ແໜ້ນຄວາມ​ສາມັກຄີ ດັ່ງ​ນັ້ນ, ປະທານາທິບໍດີ​ແຫ່ງສາທາລະນະ​ລັດ​ຝຣັ່ງ ຈຶ່ງ​ໄດ້​ຕົກລົງ​ອານຸມັດການ​ຊວ່ຍ​ເຫລື​ອ​ເພີ່ມ​ຕື່ມໂດຍຜ່ານ NGO​ ພາຍ​ໃນ​ປີ 2016.

​ທ່ານ ຟຣັງຊົວ ​ໂຮ​ນລອງ (François Hollande) ປະທານາທິບໍດີ​ ແຫ່ງ ສາທາລະນະ​ລັດ​ຝຣັ່ງ​ໄດ້​ເຫັນ​ດີ​ອະນຸມັດ​ທຶນ​ຈໍານວນ​ດັ່ງກ່າວ​ ເພື່ອຈັດ​ຕັ້ງ​ປະຕິບັດ​ໃນສປປ ລາວ. ນັບ​ແຕ່​ປີ 2010 ​ເປັນ​ຕົ້ນ​ມາ ສະຖານທູດຝຣັ່ງປະ ​ຈໍ​າສປປ ລາວ ​ໄດ້​ອະນຸມັດ​ທຶນຊ່ວຍ​ເຫລື​ອ 1 ລ້ານ​ກວ່າ​ເອີ​ໂຣໃຫ້​ແກ່​ສະມາ​ຄົມ​ຕ່າງໆ​ຂອງລາວ ​ໂດຍ​ນໍາ​ໃຊ້​ກອງທຶນທາງສັງຄົມ ​ເພື່ອການ​ພັດທະນາ​ເຂົ້າ​ໃນ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ຂະ​ແໜງ​ສາທາລະນະສຸກ, ວຽກ​ງານ​ຄວາມ​ສະ​ເໝີພາບ​ຍິງ​ຊາຍ, ຊີວະ​ນາໆ​ພັນ, ວັດທະນະ​ທໍາ, ການ​ທອ່ງ​​ທ່ຽວແບບ​ອະນຸລັກ ຫລື ການ​ພັດທະນາ​ທ້ອງ​ຖິ່ນ​.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...