spot_img
Homeມຸມຂ່າວ AECຜູ້ນໍາອາຊຽນ-ສະຫະລັດເຫັນດີ ເພີ່ມທະວີຮັດແໜ້ນສາຍພົວພັນ ການຮ່ວມມືຫລາຍດ້ານ!

ຜູ້ນໍາອາຊຽນ-ສະຫະລັດເຫັນດີ ເພີ່ມທະວີຮັດແໜ້ນສາຍພົວພັນ ການຮ່ວມມືຫລາຍດ້ານ!

Published on

ຂປລ. ໃນວັນທີ 15 ກຸມພານີ້, ທ່ານ ຈູມມາລີ ໄຊຍະສອນ, ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດ ສະໄໝພິເສດ ເຊິ່ງໄດ້ຈັດຂຶ້ນທີ່ ຊັນນີແລນ, ລັດຄາລິຟໍເນຍ ສະຫະລັດອາເມລິກາ.

ກອງປະຊຸມສຸດຍອດຄັ້ງນີ້ໄດ້ດໍາເນີນເປັນເວລາ 2 ວັນ (ວັນທີ 15-16 ກຸມພາ 2016) ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ​ໃນ​ຖານະ​ທີ່ ສປປ ລາວ ເປັນປະທານອາຊຽນ​ໃນ​ປີນີ້ ແລະ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມລິກາ.

ມື້ທຳ​ອິດຂອງກອງປະຊຸມ, ບັນ​ດາ​ຜູ້ນຳ​ຈາກ​ 10 ປະເທດສະມາຊິກອາຊຽນ ​ແລະ ສະຫະລັດອາ​ເມ​ລິ​ກາ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື ແລະ ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບບັນຫາຕ່າງໆປິ່ນ​ອ້ອມ​ຫົວ​ຂໍ້ ​ສົ່ງ​ເສີມ​ການເປັນປະຊາ​ຄົມ​​ເສດຖະກິດ​ອາຊຽນ ແຫ່ງນະວັດຕະກຳ ແລະ ຜູ້​ປະກອບ​ການໂດຍ ​ມີ​ຈຸດປະສົງ​ ເພື່ອວາງ​ທິດ​ທາງ​ ໃຫ້​ແກ່​ການ​​ເສີມ​ຂະຫຍາຍ​ ການ​ຮ່ວມ​ມື​ດ້ານ​ເສ​ດຖະກິດ ແລະ ການ​ຄ້າ-ການ​ລົງທຶນ ລະຫວ່າງ​ອາຊຽນ ແລະ ສະຫະລັດ ​ເປັນຕົ້ນ​ແມ່ນ​​​​ການ​​ແລກປ່ຽນບົດຮຽນ ແລະ ປະສົບ​ການທີ່​ດີ ກ່ຽວກັບ​ນະ​ໂຍບາຍ ການສົ່ງເສີມ​ການ​ຄ້າ-ການ​ລົງທຶນ, ເພີ່ມ ​ທະວີ​ການ​ຮ່ວມ​ມື ​​ໃນດ້ານການພັດທະນາ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ການສົ່ງ​ເສີມການ ນໍາໃຊ້​ນະ​ວັດຕະ​ກຳທີ່​ກ້າວໜ້າ ​ແລະ ການເປັນຜູ້​ປະກອບ​ການ, ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີທີ່​ທັນ​ສະ​​ໄໝ ພ້ອມ​ນັ້ນ, ​ກອງ​ປະຊຸມ​ໄດ້​ຫາລື​ກ່ຽວ​ກັບ​ບັນຫາ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ຕ້ານ​ການ​ກໍ່​ການ​ຮ້າຍ ​ແລະ ອື່ນໆ.​

ໃນຖານະທີ່ ສປປ ລາວເປັນປະທານຮ່ວມຂອງກອງປະຊຸມ, ທ່ານ ຈູມມາລີ ໄຊຍະສອນ ໄດ້ຕີລາຄາ ສູງຕໍ່ໝາກຜົນຂອງການຮ່ວມມື ລະຫວ່າງອາຊຽນ ແລະ ສະຫະລັດອາ​ເມ​ລິ​ກາ ນັບແຕ່ສອງຝ່າຍ ໄດ້ສ້າງຕັ້ງສາຍພົວພັນນຳ​ກັນ ​ແລະ  ສິ່ງສຳຄັນ ສອງຝ່າຍໄດ້ເຫັນດີຍົກລະດັບການຮ່ວມມື ຂຶ້ນເປັນຄູ່ຮ່ວມຍຸດທະສາດ ໃນປີ 2015. ກອງປະຊຸມສຸດຍອດສະໄໝພິເສດຄັ້ງນີ້ ຈຶ່ງເປັນໂອກາດດີເຮັດໃຫ້ສອງຝ່າຍ ໄດ້ປຶກສາຫາລື ເພື່ອກຳນົດທິດທາງການຮ່ວມມື ອາຊຽນ-ສະຫະລັດອາ​ເມ​ລິ​ກາ ໃນອະນາຄົດ.​ ໃນ​ໂອກາດ​ດັ່ງກ່າວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມີຄຳເຫັນຕື່ມວ່າ: ທ່າມກາງເສດຖະກິດ​ໂລກ​ມີການຂະຫຍາຍຕົວ ມີລັກສະນະຊັກຊ້າ​ ແລະ ​​ບອບ​ບາງ ສະນັ້ນ, ອາຊຽນ ແລະ ສະຫະລັດ ຍິ່ງຕ້ອງໄດ້ ເພີ່ມທະວີການ ຮ່ວມມື ເພື່ອຮັກສາ ​ແລະ ຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ ກໍຄືການພັດທະນາໃນພາກພື້ນ ແລະ ໃນໂລກ.    

ໃນຕອນຄ່ຳຂອງວັນທີ 15 ກຸມພາ 2016, ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ເຊິ່ງຈັດໂດຍ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ຂອງສະຫະລັດອາ​ເມ​ລິ​ກາ ​ແລະ ໃນຕອນເຊົ້າຂອງວັນດຽວ ກັນ, ປະທານປະເທດເຮົາເຂົ້າໄດ້​ເຂົ້າພົບປະສອງຝ່າຍ ກັບ ທ່ານ ໂຈໂກ ວີໂດໂດ ປະທານາທິບໍດີອິນໂດຍເນເຊຍ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລື ເພື່ອຮັດ ແໜ້ນການຮ່ວມມືສອງຝ່າຍ ລະຫວ່າງ ສປປ ລາວ ແລະ ອິນໂດເນເຊຍ ກໍຄື ການປະສານ ງານ ແລະ ຮ່ວມມືກັນ ເພື່ອຮັບປະກັນຜົນສຳເລັດ ຂອງການເປັນປະທານໝູນວຽນອາຊຽນ ຂອງສປປ ລາວ ໃນປີ 2016 ແລະ ເພື່ອຜົນສຳເລັດທີ່ຍິ່ງໃຫຍ່ກວ່າເກົ່າ ຂອງອາຊຽນໃນຊຸມປີຕໍ່ໜ້າ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຍີ່ປຸ່ນທຸບສະຖິຕິໃໝ່! ກວດພົບຄື້ນຄວາມຮ້ອນ ອຸນຫະພູມ 41.8 ອົງສາ ພ້ອມເຕືອນໄພປະຊາຊົນໃຫ້ອອກຈາກພື້ນທີ່ສ່ຽງ

ຍີ່ປຸ່ນທຸບສະຖິຕິອາກາດຮ້ອນສູງສຸດ 41.8 ອົງສາ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນ ພ້ອມເຕືອນໂຣກລົມແດດ 44 ແຂວງໃນຍີ່ປຸ່ນ ຂະນະດຽວກັນພາກເໜືອຮັບມືຝົນຕົກໜັກ-ສ່ຽງນ້ຳຖ້ວມຊຸ. ສຳນັກຂ່າວຕ່າງປະເທືດລາຍງານໃນວັນທີ 7 ສິງຫາ 2025 ສຳນັກງານອຸຕຸນິຍົມວິທະຍາຂອງປະເທດຍີ່ປຸ່ນ (Japan Meteorological...

ຄະນະບໍລິຫານງານພັກກະຊວງປ້ອງກັນຄວາມ ສະຫງົບ ສະໄໝທີ VI ປະກອບມີ 27 ສະຫາຍ ຍິງ 1 ສະຫາຍ

ຊົມເຊີຍ ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ VI ອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໃນຕອນເຊົ້າວັນທີ 6 ສິງຫາ 2025, ສະຫາຍ ພົອ ວິໄລ ຫຼ້າຄຳຟອງ ໄດ້ລາຍງານຜົນຂອງກອງປະຊຸມຄັ້ງປະຖົມມະລຶກຄະນະບໍລິຫານງານພັກກະຊວງປ້ອງກັນຄວາມສະຫງົບ ສະໄໝທີ...

ລາວປະເຊີນບັນຫາພລາສຕິກລົ້ນຕະຫຼາດທ່າມກາງລາຄາຕົກຕໍ່າ

ເສດຖົງຢາງທີ່ເກົ່າໝອງຈົນເກືອບແຍກສີບໍ່ອອກ ບວກກັບຕຸກນໍ້າພລາສຕິກທີ່ຖືກຖິ້ມຊະຊາຍເປັນວົງກວ້າງໃນນະຄອນຫຼວງວຽງຈັນ ເປັນພຽງສ້ຽວໜຶ່ງຂອງເລື່ອງເລົ່າກ່ຽວກັບພລາສຕິກຂອງເມືອງຫຼວງແຫ່ງນີ້. ພາຍໃຕ້ມົນລະມິດທີ່ສາມາດເບິ່ງເຫັນໄດ້ດ້ວຍຕາເປົ່ານີ້ ລ້ວນແຕ່ເຊື່ອງຊ້ອນວິກິດການຂັ້ນຮ້າຍແຮງກວ່າທີ່ຄິດໄວ້. ເນື່ອງຈາກສິ່ງດັ່ງກ່າວໄດ້ກາຍເປັນໄພຂົ່ມຂູ່ຕໍ່ສິ່ງແວດລ້ອມທາງທໍາມະຊາດຂອງລາວ ທັງເປັນໄພຂົ່ມຂູ່ຕໍ່ສຸຂະພາບຂອງຜູ້ຄົນຫຼາຍຮ້ອຍ ທີ່ຕ້ອງເພິ່ງພາການຊື້-ຂາຍສິ່ງເສດເຫຼືອປະເພດພລາສຕິກ. ໃນລະຫວ່າງວັນທີ 5 ຫາ 14 ສິງຫາ, ບັນດາຜູ້ນໍາຈາກຫຼາຍປະເທດໃນໂລກຈະມາເຕົ້າໂຮມກັນທີ່ ເຈນີວາ, ປະເທດສະວິດເຊີແລນ...

ປະກາດ-ແຕ່ງຕັ້ງ ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັດແພງ ຮັກສາການແທນເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່)

ມອບ-ຮັບ ໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ເກົ່າ) ກັບ ຮັກສາການແທນເລຂາຄະນະບໍລິຫານງານພັກແຂວງ, ຮັກສາການເຈົ້າແຂວງ ແຂວງບໍ່ແກ້ວ (ຜູ້ໃໝ່) ປະກາດ ແລະ ມອບ-ຮັບ...