spot_img
Homeຂ່າວຕ່າງປະເທດລັດຖະມົນຕີການຕ່າງປະເທດ ຣັດເຊຍ-ອາເມຣິກາ ໂອ້ລົມທາງໂທລະສັບ ກ່ຽວກັບບັນຫາຢຸດຍິງຢູ່ຊີຣີ!

ລັດຖະມົນຕີການຕ່າງປະເທດ ຣັດເຊຍ-ອາເມຣິກາ ໂອ້ລົມທາງໂທລະສັບ ກ່ຽວກັບບັນຫາຢຸດຍິງຢູ່ຊີຣີ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 5 ກຸມພານີ້ວ່າ ໃນມື້ວານນີ້ (4 ກຸມພາ) ທ່ານ​ ຈອນ ເຄຣີ ລັດຖະມົນຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ສະຫະລັດອາ​ເມ​ຣິກາ ​ແລະ ຄູ່​ຕຳ​ແໜ່​ງ ທ່ານ ເຊີເກ ລາບຣອບ ລັດຖະມົນຕີວ່າການ ກະຊວງການຕ່າງປະເທດຣັດເຊຍ ໄດ້ປະຊຸມກັນຜ່ານທາງໂທລະສັບ ໂດຍໄດ້​ເຫັນ​ດີ​ເປັນ​ເອກະ​ພາບ ​ປຶກສາ​ຫາລື​ລະອຽດ​ ກ່ຽວ​ກັບ​ການ​ປະຕິບັດ​ຄຳ​ສັ່ງຢຸດ​ຍິງ​ຢູ່ຊີຣີ ໂດຍທ່ານ ຈອນ ເຄຣີ ໄດ້ໃຫ້​ສຳພາດແກ່ນັກຂ່າວວ່າ ” ຂ້າພະ​ເຈົ້າ​ມີ​ການ​ປຶ​ກສາ​ຫາລື​ ກັບ​ທ່ານລັດຖະມົນ​ຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດ ຣັດເຊຍ​ໃນ​ຕອນ​ເຊົ້າມື້​ນີ້ ​ແລະ ສອງຝ່າຍ​ໄດ​້​ເຫັນ​ດີ​ເປັນ​ເອກະ​ພາບ​ ຕ້ອງ​ປຶ​ກສາ​ຫາລື​ກ່ຽວ​ກັບ ​ວິທີ​ປະຕິບັດ​ຂໍ້​ຕົກລົງ​ຢຸດ​ຍິງ ​ກໍ​ຄື​ວິທີ​ສຳ​ພັດ​ມະນຸດສະທຳ​ຂອງ​ທັງສອງຝ່າຍ ”

ໃນ​ວັນ​ດຽວ​ກັນ ທ່ານ​​ລັດຖະມົນ​ຕີ​ວ່າການ​ ກະຊວງ​ການ​ຕ່າງປະ​ເທດຣັດເຊຍ ​​ໄດ້ລະບຸວ່າ ການ​ໂອ້​ລົມ​ທາງ​ໂທລະສັບ ລັດຖະມົນຕີສອງທ່ານ ກໍ​ຢັ້ງຢືນ​ຈະ​​ພະຍາຍາມ​ຢ່າງ​ສຸດຂີດ ​ເພື່ອ​ຮັບປະກັນ​ການ​ເຈລະຈາ​ສັນຕິພາບ​ຊີຣີ ໃຫ້ຖືກ​ດຳ​ເນີ​ນ​ໄປ​ຢ່າງສະດວກ.

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...