spot_img
Home​ຂ່າວບັນເທິງເຜີຍລາຍຊື່ນັກສະແດງຮູບເງົາ Death Note 2016 ທີ່ຈະເຂົ້າສາຍໃນຊ່ວງລະດູໃບໄມ້ຫຼົ່ນນີ້!!

ເຜີຍລາຍຊື່ນັກສະແດງຮູບເງົາ Death Note 2016 ທີ່ຈະເຂົ້າສາຍໃນຊ່ວງລະດູໃບໄມ້ຫຼົ່ນນີ້!!

Published on

image

ຫຼັງຈາກເຫດການກ່ອນໜ້ານີ້ໃນຮູບເງົາ Death Note ໃນປີ 2006 ຄື:

image

               Death Note : Beginning
 

image

           Death Note : The Last Name 

ທີ່ L (L Lawliet) ໄດ້ປິດຄະດີສຸດທ້າຍຂອງຕົນເອງກັບ Kira (Yagami Light) ໂດຍການວັດກັນທີ່ຄວາມສາມາດແລະແຜນຊ້ອນແຜນຂອງທັງສອງຄົນເຮັດໃຫ້ຄະດີນີ້ L ເປັນຝ່າຍຊະນະດ້ວຍການເອົາຊີວິດຕົນເອງເດີມພັນ ຫຼັງຈາກນັ້ນ L ກໍໄດ້ຈູດປຶ້ມ Death Note ທີ່ເປັນຕົ້ນເຫດຂອງເລື່ອງທັັງໝົດນີ້ຖິ້ມແລະຈົບຊີວິດລົງ, ສ່ວນໂລກມະນຸດກໍຄ່ອຍໆກັບມາມີສະພາບແບບເກົ່າກ່ອນທີ່ Kira ຈະປາກົດໂຕຂຶ້ນ.

  ນັບຈາກເຫດການດັ່ງກ່າວຜ່ານມາແລ້ວ 10 ປີ ຈົນມາຮອດປີ 2016 ໄດ້ມີ Death Note ຕົກລົງມາສູ່ໂລກໃບນີ້ເຖິງ 6 ຫົວ, ເຊິ່ງມີຫຼາຍໆເຫດການເກີດຂຶ້ນໃນໂລກໃບນີ້ໃນໂລກທີ່ມີຂໍ້ມູນຫຼາກຫຼາຍນີ້ ບໍ່ວ່າຈະເປັນເຫດການເກີດອາຊະຍາກຳໂລກໄຊເບີ້ທົ່ວໂລກນັບເທື່ອບໍ່ຖ້ວນຂຶ້ນ, ດັ່ງນັ້ນຈຶ່ງເຮັດໃຫ້ມີຜູ້ສືບທອດຂອງ Kira ແລະ L ປະກົດໂຕອອກມາ ແຕ່ວ່າວິທີການສືບທອດຕຳນານນັ້ນຍັງຄົງຖືກປິດບັງເປັນຄວາມລັບຢູ່ ການຕໍ່ສູ້ລະຫວ່າງຜູ້ຄອບຄອງ Death Note ຄົນໃໝ່ທີ່ມີເວທີໂລກເປັນເດີມພັນກຳລັງເລີ່ມຕົົ້ນຂຶ້ນແລ້ວ!.

  ໃນຮູບເງົາ Death Note 2016 ນີ້ແມ່ນຮູບເງົາທີ່ເຮັດຂຶ້ນເພື່ອສະຫຼອງຄົບຮອບ 10 ປີຂອງຮູບເງົາ Death Note ໃນປີ 2006, ເຊິ່ງກ່ອນໜ້ານີ້ເອງກໍມີ Death Note ແບບຊີຣີທີ່ສາຍໃນຍີ່ປຸ່ນອອກມາ ແລະໃນຕອນນີ້ເຮົາມີລາຍຊື່ນັັກສະແດງຊຸດທຳອິດອອກມາໃຫ້ທຸກຄົນໄດ້ຮູ້ກັນແລ້ວເຮົາມາເບິ່ງນຳກັນເລີຍວ່າ ນັກສະແດງຊຸດທຳອິດມີບົດບາດແລະໜ້າຕາແນວໃດແດ່ ^^. ນັກສະແດງຊຸດທຳອິດທີ່ຖືກປ່ອຍອອກມາແມ່ນມີຢູ່ 3 ຄົົນຄື:

image

image

– ໂຊສຸເກະ ອິເຄະມັດສຶ ສະແດງເປັນ ຣິວຊາກິ ຜູ້ສືບທອດຕຳນານຂອງ L ສຸດຍອດນັກສືບຂອງໂລກທີ່ຈົບຊີວິດລົງກັບຄະດີ Kira

image

– ມາຊາຮິໂກະ ຮິງາຊິເດະ ສະແດງເປັນ ສຶຄຸຣุຸ ມາຊິມະ ຜູ້ຕາມຫາເດດໂນດເພື່ອຈຸດປະສົງບາງຢ່າງ

image

– ມາຊາກິ ຊຸດະ ສະແດງເປັນ ຢູກິ ຊິອອນ ຜູ້ກໍ່ການຮ້າຍໄຊເບີ້ທີ່ຄອຍຮັບໃຊ້ຄິຣະຢູ່ເບື້ອງຫຼັງ

ສຳລັບ Death Note 2016 ນີ້ແມ່ນໄດ້ຜູ້ກຳກັັບ ຊາໂຕ້ ຊິນສຸເກະ ຜູ້ທີ່ເຄີຍກຳກັັບຮູບເງົາແບບ Gantz, Gantz: Perfect Answer, Library Wars ມາກຳກັບ. ສຳລັບກຳນົດມື້ເຂົ້າສາຍຢ່າງເປັນທາງການຍັງບໍ່ທັນແນ່ນອນເທື່ອ ແຕ່ຈະເລີ່ມສາຍໃນຊ່ວງລະດູໃບໄມ້ຫຼົ່ນທີ່ປະເທດຍີ່ປຸ່ນ ປີ 2016 ນີ້ຢ່າງແນ່ນອນ.

ທີ່ມາ: warnerbros.co.jp, online-station

ບົດຄວາມຫຼ້າສຸດ

ເກືອບລ້ານເທື່ອຄົນ! ນັກທ່ອງທ່ຽວເຂົ້າມາທ່ຽວງຊົມແຂວງວຽງຈັນໃນ 3 ເດືອນຕົ້ນປີ 2025

3 ເດືອນຕົ້ນປີ 2025 ແຂວງວຽງຈັນສາມາດດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ 902.057 ເທື່ອຄົນ ແຫລ່ງຂ່າວຈາກ ແຂວງວຽງຈັນ ໃຫ້ຮູ້ວ່າ: ນັບແຕ່ເດືອນ ມັງກອນ ຫາ ເດືອນ ມີນາ 2025...

ຕື່ມແບບຟອມ Thailand Digital Arrival Card (TDAC) ກ່ອນເຂົ້າໄທ

ນັກທ່ອງທ່ຽວ ຫຼື ຄົນຕ່າງປະເທດຕ້ອງຕື່ມຟອມທາງອອນລາຍກ່ອນເຂົ້າປະເທດໄທ ເລີ່ມແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນໄປ, ຜູ້ທີ່ບໍ່ແມ່ນພົນລະເມືອງໄທທຸກຄົນ(ນັກທ່ອງທ່ຽວ, ຄົນຕ່າງປະເທດ) ທີ່ເດີນທາງໄປປະເທດໄທດ້ວຍທາງອາກາດ, ທາງບົກ ຫຼື ທາງທະເລ ຈະຕ້ອງໄດ້ຕື່ມແບບຟອມ...

ປະຫວັດຫຍໍ້ຂອງ ສະຫາຍ ພົນເອກ ຄຳໄຕ ສີພັນດອນ

ສະຫາຍ ພົນເອກ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ທີ່ບ້ານຫົວໂຂງພະໃຫຍ່, ເມືອງໂຂງ, ແຂວງສີທັນດອນ (ແຂວງຈຳປາສັກ ໃນປັດຈຸບັນ), ເປັນບຸດ...

ອາຊີບຕ້ອງຫ້າມ! ຕຳຫຼວດໄທວາງແຜນຈັບໜຸ່ມລາວ ຂັບລົດຈັກຮັບຈ້າງ ຍາດອາຊີບຄົນໄທ

ເຈົ້າໜ້າທີ່ຕຳຫຼວດໄທ ວາງແຜນຈັບໜຸ່ມລາວ ຍາດອາຊີບຄົນໄທ ຂັບລົດຈັກຮັບຈ້າງ ບໍລິເວນເຂດຫ້ວຍຂວາງ ກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານໃນວັນທີ 1 ເມສາ 2025 ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄທໄດ້ຮັບແຈ້ງຈາກສາຍຂ່າວ ກ່ຽວກັບເບາະແສວ່າ: ມີຊາຍຄ້າຍຄືກັບແຮງງານຕ່າງດ້າວ...