spot_img
Homeຂ່າວພາຍ​ໃນລະວັງ! ພົບເຂົ້າໜົມປອມ ເຮັດດ້ວຍຢາງພາລາ ຢູ່ປະເທດເຮົາແລ້ວ!

ລະວັງ! ພົບເຂົ້າໜົມປອມ ເຮັດດ້ວຍຢາງພາລາ ຢູ່ປະເທດເຮົາແລ້ວ!

Published on

ໄດ້ຍິນຂ່າວນີ້, ທ່ຽງທຳເອງກໍຕົກໃຈບໍ່ໜ້ອຍ, ເປັນຫຍັງຕະຫລາດນ້ອຍໆດັ່ງປະເທດລາວ ກໍເກີດມີບັນຫາແນວນີ້, ຖ້າໄລ່ໝົດປະເທດ ກໍມີພົນລະເມືອງພຽງ 6 ລ້ານປາຍ, ຖ້າເວົ້າໃນເລື່ອງເສດຖະກິດ ກໍຈະບໍ່ເປັນບ່ອນໝາະສົມປານໃດ ທີ່ຈະເອົາເຂົ້າໜົມປອມແປງ, ອັນຕະລາຍດັ່ງກ່າວມາວາງຂາຍ! ນີ້ເປັນບັນຫາໃຫຍ່ທີ່ ພວກເຮົາຈະຕ້ອງໄດ້ຊ່ວຍກັນຄິດ.

ໃນເມື່ອກ່ອນເຮົາໄດ້ຍິນຂ່າວ ແຕ່ຢູ່ປະເທດຟີລິບປິນວ່າມີເຂົ້າສານ ເຮັດດ້ວຍຢາງພາລາ ເລັດລອດເຂົ້າມາວາງຂາຍ ຢູ່ໃນຕະຫລາດຂອງເຂົາເຈົ້າຢ່າງແຜ່ຫລາຍ ແລະ ຕໍ່ມາກໍເຫັນຂ່າວຢູ່ຫວຽດນາມວ່າ ມີໄຂ່ໄກ່, ເຂົ້າໜົມ  ແລະ ເຂົ້າສານເຮັດດ້ວຍຢາງພາລາ ມາວາງຂາຍຢູ່ໃນຕະຫລາດຂອງເຂົາເຈົ້າເຊັ່ນກັນ. ສິ່ງນີ້, ບໍ່ພຽງແຕ່ສົ່ງຜົນກະທົບ ຕໍ່ເສດຖະກິດຂອງປະເທດເທົ່ານັ້ນ, ມັນຍັງສົ່ງຜົນອັນຕະລາຍຮ້າຍແຮງ ຕໍ່ສຸຂະພາບຂອງຜູ້ບໍລິໂພກອີກດ້ວຍ.

ຜູ້ພົບເຫັນເຂົ້າໜົມທີ່ເຮັດດ້ວຍຢາງພາລາດ່ັງກ່າວ ເລົ່າສູ່ຟັງວ່າ: ເຂົ້າໜົມດັ່ງກ່າວມີຫລາຍຍີ່ຫໍ້ ເປັນແບບວຸ້ນປີໂປ້ ຫລື ເຂົ້າໜົມແຜ່ນຊື່ ແນມໂຕມ (Nem Tom) ແລະ ອື່ນໆ. ມີມື້ໜ່ຶ່ງລູກຂອງເພິ່ນ ໄດ້ຊື້ເຂົ້າໜົມມາກິນ ແລ້ວປະກົດວ່າປວດທ້ອງ ແລະ ຮາກ ຈຶ່ງໄດ້ພາໄປໂຮງໝໍ ແລະ ໄດ້ນຳເອົາເຂົ້າໜົມນັ້ນມາກວດເບິ່ງ ເຫັນເໝືອນ ກັນກັບຢາງ ແລ້ວໄດ້ເອົາໄປຈູດ ກໍໄໝ້ຂຶ້ນດັ່ງຢາງພາລາແຫ້ງ.

ດັ່ງນັ້ນ ຈຶ່ງຂໍເຕືອນໃຫ້ຜູ້ບໍລິໂພກ ຈົ່ງມີຄວາມລະມັດລະວັງ ແລະ ພ້ອມນັ້ນຜູ້ເຮັດວຽກງານອາຫານ ແລະ ຢາ (ອຢ), ກະຊວງສາທາລະນະສຸກ ກໍຕ້ອງໄດ້ເພ່ີມທະວີ ເຮັດວຽກງານກວດກາ ຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ ໃຫ້ແຂງແຮງກວ່າເກົ່າ, ເພື່ອສາມາດສະກັດກັ້ນ ສິ່ງເປັນພິດໄພຕໍ່ຜູ້ບໍລິໂພກໃຫ້ດີຂຶ້ນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...