Homeຂ່າວການພັດທະນາຂົວຂ້າມນໍ້າງື່ມ ບ້ານນາບົງ-ທ່າກົກໄຮ ຂອງຂວັນປະທານກຸ່ມບໍລິສັດລາວເວີນ ລົງມືກໍ່ສ້າງແລ້ວ!

ຂົວຂ້າມນໍ້າງື່ມ ບ້ານນາບົງ-ທ່າກົກໄຮ ຂອງຂວັນປະທານກຸ່ມບໍລິສັດລາວເວີນ ລົງມືກໍ່ສ້າງແລ້ວ!

Published on

ຂປລ. ເລີ່​ມລົງມື​ກໍ່ສ້າງ​ຂົວ​ຂ້າມ​ນໍ້າ​ງື່ມ ລະຫວ່າງ​ບ້ານ​ນາ​ບົງ-​ທ່າ​ກົກໄຮ ​ຢູ່​ເມືອງ​ປາກ​ງື່ມຢ່າງ​​ເປັນ​ທາງ​ການ ພາຍຫລັງກຸ່ມ​ບໍລິສັດ​ລາວ​ເວີນ ຮ່ວມ​ກັບ​ນະຄອນຫລວງ​ວຽງ​ຈັນ, ຈັດ​ພິທີວາງສີ​ລາ​ເລີກ​ໂຄງການ​ກໍ່ສ້າງ​ຂົວ​ດັ່ງກ່າວ ​ໃນ​ວັນ​ທີ 5 ກຸມພານີ້ ຢູ່​ບ້ານ​ດັ່ງ​ກ່າວ​ໂດຍ​ເປັນ​ກຽດ​ເຂົ້າ​ຮ່ວມ​ຂອງທ່ານ ສີນ​ລະ​ວົງ ຄຸດ​ໄພທູນ ​ເຈົ້າ​ຄອງ​ນະຄອນຫລວງ​ວຽງ​ຈັນ, ທ່ານ ບຸນ​ຈັນ ສິນ​ທະ​ວົງ ລັດຖະມົນ​ວ່າການ​ກະຊວງ​ໂຍທາ​ກິ​ການ ​ແລະ ຂົນ​ສົ່ງ, ທ່ານ ສັກໄຊ ວົງມາລາສິດ ປະທານ​ກຸ່ມ​ບໍລິສັດ​ລາວ​ເວີນ, ພ້ອມ​ບັນດາ​ແຂກທີ່ກ່ຽວຂ້ອງ​ເຂົ້າ​ຮ່ວມ.

​ໂຄງການ​ກໍ່ສ້າງຂົວ​ແຫ່ງ​ດັ່ງກ່າວ ຈະ​ຈັດ​ຕັ້ງ​ປະຕິບັດດໍາ​ເນີນ​ການ​ກໍ່​ສ້າງ​ນັບ​ແຕ່​ມື້​ລົງມື​ວາງ​ສີ​ລາ​ ເລີກ​​ເປັນ​ຕົ້ນ​ໄປ​ລວມ 24 ​ເດືອນ​ ຈະ​ສໍາ​ເລັດ, ມີມູນ​ຄ່າ​ການ​ກໍ່ສ້າງທັງ​ໝົດປະມານ 100 ​ຕື້​ກວ່າກີບ, ມີ​ຄວາມຍາວ 230 ກວ່າ​​ແມັດ.

ທ່ານ ສັກໄຊ ວົງມາລາສິດ ປະທານ​ ກຸ່ມ​ບໍລິສັດ​ລາວ​ເວີນ​ ກ່າວ​ວ່າ: ຂົວ​ແຫ່ງ​ນີ້​ມີ​ຄວາມ​ສໍາຄັນ​ຫລາຍທີ່ສຸດ ເຊິ່ງບໍ່​ພຽງ​ແຕ່ຈະ​​ອໍານວຍ​ຄວາມ​ສະດວກສະບາຍ​​ ໃຫ້​ພໍ່​ແມ່​ປະຊາຊົນ, ນັກ​ຮຽນ​ນັກ​ສຶກສາ ​ແລະ ທຸກ​ຊັ້ນ​ຄົນ​​​ໃຊ້​ສັນຈອນ​ໄປມາ, ແຕ່​ຍັງ​ຊ່ວຍ​ຊຸກ​ຍູ້ການພັດທະນາ​ເສດຖະກິດ-ສັງຄົມ​ ລະຫວ່າ​ງ​ເມືອງ, ນະຄອນຫລວງ ​ແລະ ​ເມືອງ​ອ້ອມ​ຂ້າງ ​ເນື່ອງ​ຈາກ​​ຂົວ​ແຫ່ງ​ດັ່ງກ່າວ, ​ສາມາດ​ເຊື່ອມ​ຈອດ​ກັບ​ເສັ້ນທາງ​ 13 ​ໃຕ້ ​ຈະ​ອຳນວຍ​ຄວາມ​ສະດວກ, ປະຢັດ​ເວລາ​ໃນ​ການ​​ເດີນທາງ ສິ່ງ​ສຳຄັນຈະເຮັດ​ໃຫ້​ປະຊາຊົນ ​ແລະ ​ຊາວ​ຄ້າຂາຍ​ຫັນ​ມາ​ໃຊ້​ຂົວ​​ແຫ່ງ​ນີ້ຫລາຍ​ຂຶ້ນ​ ໃນ​ການ​ຂົນ​ສົ່ງ​ສິນຄ້າ​ ​ແລະ ຜົນ​ຜະລິດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ທ່ານ ທອງລຸນ ສີສຸລິດ ສົ່ງຄໍາອວຍພອນອັນອົບອຸ່ນ ເນື່ອງໃນໂອກາດວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 77 ປີ

ວັນທີ 01 ຕຸລາ 2026, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາ ຊົນ ປະຕິວັດລາວ ປະທານປະເທດ ແຫ່ງ ສາທາລະນະລັດ...

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ຕ້ອນຮັບຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ແຫ່ງ ລາຊະອານາຈັກໄທ

ໃນຕອນບ່າຍຂອງວັນທີ 1 ຕຸລາ 2026 ທີ່ ຫໍປະຊຸມແຫ່ງຊາດ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ...

ກອງປະຊຸມສະໄໝສາມັນເທື່ອທີ 2 ຈະພິຈາລະນາ 6 ບັນຫາສຳຄັນຂອງຊາດ

(ສພຊ) - ຕອນບ່າຍວັນທີ 01 ຕຸລານີ້, ທ່ານ ບຸນຈັນ ສີວົງພັນ ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ຫົວໜ້າກອງເລຂາກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X,...